spot_img
Homeຂ່າວພາຍ​ໃນ1 ປີຜ່ານມາ ການສົ່ງອອກສິນຄ້າ ແຂວງສະຫວັນນະເຂດ ຫລຸດລົງ!

1 ປີຜ່ານມາ ການສົ່ງອອກສິນຄ້າ ແຂວງສະຫວັນນະເຂດ ຫລຸດລົງ!

Published on

friendship-bridge
(ພາບປະກອບ: ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ນະຄອນພະນົມ ໜຶ່ງໃນເສັ້ນທາງການສົ່ງອອກຂອງລາວ)

ຂປລ. ທ່ານ ພອນສະໄໝ ຈັນສີນາ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ  ໄດ້ລາຍງານໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໃນສົກປີ 2014-2015 ແຂວງສະຫວັນນະເຂດ ມີມູນຄ່າການຄ້າເທົ່າກັບ 1.204,41 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 2,87% ທຽບໃສ່ປີຜ່ານມາ ແລະ ໄດ້ດຸນການຄ້າເທົ່າກັບ 260,11 ລ້ານໂດລາສະຫະລັດ, ຫລຸດລົງ 55,41%, ໂດຍມູນຄ່າການສົ່ງອອກສິນຄ້າ ໃນທົ່ວແຂວງສາມາດປະຕິບັດໄດ້ 732 ລ້ານກວ່າໂດລາໃນນີ້: ປະເພດແຮ່ທາດມີມູນຄ່າ 512 ລ້ານກວ່າໂດລາສະຫະລັດ, ຫລຸດລົງ 20,11% (ຄຳ-ທອງແດງ 82.465 ໂຕນ, ເປັນມູນຄ່າ 511 ລ້ານກວ່າໂດລາສະຫະລັດ), ກວມ 69,89% ຂອງມູນຄ່າການສົ່ງອອກທັງໝົດ, ໄມ້ ແລະ ຜະລິດຕະພັນໄມ້ມີມູນຄ່າສົ່ງອອກ 18 ລ້ານກວ່າໂດລາສະ ຫະລັດ, ຫລຸດລົງ 46,23%, ກວມ 2,48%ຂອງມູນຄ່າການສົ່ງອອກ,​ ສິນຄ້າເຄື່ອງປ່າຂອງດົງມີມູນຄ່າ 3 ແສນກວ່າໂດລາ, ຫລຸດລົງ 43,38%, ສິນຄ້າກະສິກຳມີມູນຄ່າ 18 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 46,41%, ກວມ 2,53% ຂອງມູນ ຄ່າການສົ່ງອອກ ແລະ ສິນຄ້າອຸດສາຫະກຳ-ຫັດຖະກຳມີມູນຄ່າ 71 ລ້ານກວ່າໂດລາສະຫະລັດ, ຫລຸດລົງ 28,13%, ກວມ 9,77% ຂອງມູນຄ່າການສົ່ງອອກທັງໝົດ.

ສຳລັບການສົ່ງອອກພາຍໃຕ້ສິດທິພິເສດໃນສົກປີ 2014-2015 ທີ່ຜ່ານມານີ້, ພະ ແນກອຸດສາຫະກຳ ແລະ ການຄ້າໄດ້ອອກໃບຢັ້ງຢືນ ແຫລ່ງກຳເນີດສິນຄ້າມີຈຳນວນ 638 ຊຸດ, ລວມມີມູນຄ່າຫລາຍກວ່າ 211 ລ້ານໂດລາສະຫະລັດ, ຂະນະທີ່ພາກການສົ່ງອອກສິນຄ້າ ໃນທົ່ວແຂວງບັນລຸໄດ້ 472 ລ້ານໂດລາສະຫະລັດ, ທຽບໃສ່ປີຜ່ານ ມາເພີ່ມຂຶ້ນເຖິງ 60,95% ເຊິ່ງສິນຄ້າທີ່ນຳເຂົ້າຫລາຍກວ່າໝູ່ ແມ່ນປະເພດນ້ຳມັນເຊື້ອໄຟ ແລະ ອາຍແກັສ, ເຄື່ອງຮັບໃຊ້ໂຄງການລົງທຶນຕ່າງໆ, ການຜະລິດກະສິກຳ, ການຜະລິດອຸດສາຫະກຳ ແລະ ສິນຄ້ານຳເຂົ້າເພື່ອຈຳໜ່າຍພາຍໃນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...