spot_img
Homeຂ່າວການພັດທະນາສະຖານີລົດເມ ນ.ວ ຈະສ້າງສຳເລັດທ້າຍປີ 2018 ພ້ອມສ້າງຂົວຂ້າມທາງ ເຊື່ອມຕະຫລາດເຊົ້າ!

ສະຖານີລົດເມ ນ.ວ ຈະສ້າງສຳເລັດທ້າຍປີ 2018 ພ້ອມສ້າງຂົວຂ້າມທາງ ເຊື່ອມຕະຫລາດເຊົ້າ!

Published on

94bd310cbf4eff48a3c6239e442b3249

ຖື​ວ່າ​ອີກ​ບໍ່​ດົນ​ຂ້າງ​ໜ້າ​ນີ້​ ປະເທດ​ເຮົາ ກໍ່​ຄືນະຄອນຫຼວງ​ວຽງຈັນ ຈະ​ໄດ້​ສະຖານີ​ລົດເມ​ສາ​ທາລະນະ​ທີ່​ທັນ​ສະໄໝ ຕັ້ງ​ຢູ່​ໃຈກາງຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ຮອງ​ຮັບ​ການ​ບໍລິການ​ຜູ້​ໂດຍສານ​ຂອງ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນະຄອນຫຼວງ ເຊິ່ງ​ປັດຈຸບັນ​ການ ກໍ່ສ້າງ​ໂຄງການ​ດັ່ງກ່າວ​ ພວມ​ຢູ່ໃນ​ໄລຍະ​ວຽກ​ດິນ ແລະ ເຈາະເສົາ​ເຂັມ ຄາດ​ວ່າ​ສອງ​ໜ້າ​ວຽກນີ້ ​ຈະ​ສຳເລັດ​ກາງ​ເດືອນ​ມັງກອນ 2016 ທີ່​ຈະ​ມາ​ເຖິງ​ນີ້ ພາຍຫຼັງທີ່​ສຳເລັດ​ການ​ປັບ​ພື້ນ​ທີ່ ແລະ ຍົກຍ້າຍ​ສະຖານີ​ລົດເມ ​ອອກ​ໄປ​ຢູ່ບ່ອນ​ຊົ່ວຄາວ​ ໃນ​ທ້າຍ​ປີ 2015.

ທ່ານ ຄຳ​ພູນ ເຕ​ເມ​ລາດ ຜູ້ອຳນວຍ​ການ​ ລັດ​ວິ​ສາ​ຫະ​ກິດ​ລົດເມນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້ສຳພາດ​ໃນ​ວັນ​ທີ 6 ມັງກອນ 2016 ວ່າ: ໂຄງການ​ກໍ່ສ້າງ​ສະຖາ​ນີ​ລົດເມ ນະຄອນຫຼວງ​ວຽງຈັນ ເປັນ​ອາຄານ 12 ຊັ້ນ ໂດຍການ​ອອກ​ແບບຂອງ​ບໍລິສັດ NIKKEN SEKKEI ຂອງ​ຍີ່ປຸ່ນ ໂດຍ​ແມ່ນ ບໍລິສັດ ຈິດ​ຈະເລີນ​ກໍ່ສ້າງ ຈຳກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ແລະ ສຳ​ປະທານ ​ໃນ​ໄລຍະ ເວລາ 70 ປີ ດ້ວຍ​ມູນ​ຄ່າ​ການລົງທຶນ 47,5 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 370 ຕື້​ກີບ ຈະໃຊ້​ເວລາ​ການ​ກໍ່ສ້າງ 3 ປີ​ໃຫ້​ສຳເລັດ ກໍ່​ຄືຕາມ​ສັນຍາ ວັນ​ທີ 15 ກັນຍາ 2018 ໄດ້​ເປີດ​ນຳ​ໃຊ້ ເຊິ່ງໃນ​ຈຳນວນ 12 ຊັ້ນ​ຂອງ​ອາຄານ ໄດ້​ແບ່ງ​ອອກ​ເປັນ 2 ໂຊນຄື: ໂຊນ​ໜຶ່ງ ປະກອບ​ມີ 5 ຊັ້ນ ຈະເປັນບ່ອນ​ຈອດ​ລົດ​ທົ່ວ​ໄປ ສ່ວນໂຊນ​ທີ 2 ມີ 12 ຊັ້ນ ຄື​ຊັ້ນ 1 ຈະເປັນ​ສະຖານີ​ຈອດ​ລົດເມຊັ້ນ 2 ຈະ​ເປັນ​ຫ້ອງການ​ບໍລິການ​ຂອງລັດ​ວິ​ສາ​ຫະ​ກິດ​ລົດເມອີກ 5 ຊັ້ນ ທັດ​ຂຶ້ນ​ໄປ​ ເປັນ​ຮ້ານ​ຊັບ​ພະ​ສິນຄ້າ ແລະ ຊັ້ນ​ທີ່​ເຫຼືອ​ນັ້ນ ແມ່ນ​ຫ້ອງການ​ໃຫ້​ເຊົ່າ ສ່ວນ​ຊັ້ນ​ດາດ​ຟ້າ ຈະ​ສ້າງ​ເປັນ​ຮ້ານ​ອາຫານ ແລະ ເປັນ​ບ່ອນ​ຊົມ​ວີວ​ ຕົວ​ເມືອງ​ນະຄອນ​ຫຼວງ​ວຽງ​ຈັນ ນອກຈາກ​ນີ້ ຍັງ​ຈະ​ສ້າງ​ຂົວ​ຂ້າມ​ເຊື່ອມ​ຕໍ່​ລະຫວ່າງ​ສະຖານີ​ລົດເມ​ ກັບ​ຕະຫຼາດເຊົ້າ​ຕື່ມ​ອີກ ເພື່ອ​ເຮັດ​ໃຫ້ການ​ໄປມາ​ຂອງ​ປະຊາຊົນ ​ມີ​ຄວາມ​ສະດວກ​ບໍ່​ໄດ້​ຂ້າມ​ທາງ ພ້ອມ​ນີ້ ຍັງໄດ້​ມີ​ການ​ປັບປຸງ​ສະຖານທີ່ ແລະ ເສັ້ນທາງ​ທີ່ຢູ່​ຂອບ​ເຂດ​ບໍລິເວນ​ສະຖານີ ​ໃຫ້​ມີ​ຄວາມ​ສວຍ​ງາມ ດ້ວຍການ​ປະດັບ​ປະດາ ແລະ ປູກ​ຕົ້ນໄມ້​ໃສ່ ໂດຍ​ລວມ​ແລ້ວ ສະຖານີລົດເມ​ແຫ່ງ​ດັ່ງກ່າວ ​ພາຍຫຼັງ​ທີ່​ສຳເລັດ​ການ​ກໍ່ສ້າງ​ ຈະ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ ​ໃນ​ການ​ບໍລິການ​ຜູ້ໂດຍສານ​ສາຍພາຍ​ໃນ ແລະ ຕ່າງປະເທດທີ່​ມີ​ຄວາມ​ທັນ​ສະໄໝ ມີ​ຄວາມ​ເປັນ​ລະບຽບ ແລະ ຮັບປະກັນ​ຄວາມ​ປອດ​ໄພ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...