Homeຂ່າວການພັດທະນາອົງການກາແດງລາວລະບຸ ປີ 2015 ຜ່ານມາ ມີຜູ້ບໍລິຈາກເລືອດຫຼາຍກວ່າ 2 ພັນເທື່ອຄົນ

ອົງການກາແດງລາວລະບຸ ປີ 2015 ຜ່ານມາ ມີຜູ້ບໍລິຈາກເລືອດຫຼາຍກວ່າ 2 ພັນເທື່ອຄົນ

Published on

732c64ff8d8a0168f8a25629e9f9a940

ໂດຍ​ປະຕິບັດ​ຕາມ​ພາລະ​ບົດບາດ​ຂອງ​ສູນ​ເລືອດ​ແຫ່ງ​ຊາດ ອົງການ​ກາແດງ​ລາວ ໃນ​ການປຸກລະດົມ​ຂົນຂວາຍ​ຜູ້​ບໍລິຈາກເລືອດ ເພື່ອ​ຊ່ວຍເຫຼືອ​ເພື່ອນ​ມະນຸດ​ດ້ວຍ​ກັນ ແລະ ການ​ສະໜອງເລືອດ​ໃຫ້​ແກ່​ຄົນ​ເຈັບ​ທີ່​ຕ້ອງການ​ເລືອດ ​ຢູ່​ຕາມ​ໂຮງໝໍ​ແຫ່ງຕ່າງໆ ​ໃນ​ປີ 2015 ຜ່ານ​ມາ.

ທ່ານ ແພງ​ທອງ ບານ​ຈັນທະວົງ ຮອງ​ຫົວໜ້າ​ສູນ​ເລືອດ​ແຫ່ງຊາດ ອົງການ​ກາແດງ​ລາວ ໄດ້ແຈ້ງ​ໃຫ້​ຊາບ​ວ່າ: ປີ 2015 ໄດ້ວາງ​ຄາດໝາຍ​ກ່ຽວ​ກັບ​ການ​ຮັບບໍລິຈາກ​ເລືອດ​ໃນ​ທົ່ວ​ສັງຄົມ ໃຫ້ໄດ້ 19.000 ຖົງ (ເທື່ອ​ຄົນ) ໃນນັ້ນ ແຂວງ​ວຽງ​ຈັນ ວາງ​ຄາດໝາຍ​ໃຫ້​ໄດ້ 2.000 ຖົງ (ເທື່ອຄົນ) ປະຕິບັດ​ໄດ້ 2.256 ຖົງ (ເທື່ອ​ຄົນ) ແຂວງ​ບໍ​ລິ​ຄຳ​ໄຊ 1.500 ຖົງ (ເທື່ອ​ຄົນ) ປະຕິບັດ​ໄດ້ 1.709 ຖົງ (ເທື່ອ​ຄົນ) ແລະ ຢູ່ສູນ​ເລືອດ​ແຫ່ງ​ຊາດ 15.600 ຖົງ (ເທື່ອ​ຄົນ) ປະຕິບັດ​ໄດ້ 15.238 ຖົງ ບວກ​ກັບ​ການ​ຮັບ​ບໍລິຈາກເລືອດ​ນອກ​ສະຖານທີ່ ແລະ ກິດຈະ​ກຳ​ໃນ​ວັນ​ສຳຄັນ​ຕ່າງໆ ເຮັດໃຫ້​ຕົວ​ເລກ​ຜູ້​ປະກອບສ່ວນ​ບໍ​ລິຈາກ​ເລືອດ​ລື່ນ​ຄາດໝາຍ​ເຖິງ 20.093 ຖົງ (ເທື່ອ​ຄົນ) ເຊິ່ງ​ທັງໝົດ​ນີ້ ກໍ່​ຍ້ອນ​ການ​ຮ່ວມ​ແຮງຮ່ວມ​ໃຈ​ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ ໄດ້​ໃຫ້​ຄວາມ​ສຳຄັນ ເອົາໃຈໃສ່​ຊຸກຍູ້​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ ​ສາມາດ​ບັນລຸ​ໄດ້​ຕາມ​ລະດັບ​ຄາດໝາຍ ແລະ ຫວັງ​ວ່າ​ໃນປີ 2016 ຈະ​ພ້ອມ​ກັນ​ອອກແຮງສູ້​ຊົນ ​ຊຸກຍູ້​ຂະ​ບວນ​ການ​ ເຮັດ​ໃຫ້ສາມາດ​ບັນລຸ​ຕົວ​ເລກ​ໄດ້​ຢ່າງໜ້ອຍ 21.000 ຖົງ (ເທື່ອ​ຄົນ).

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...