Homeຂ່າວການພັດທະນາແຂວງຊຽງຂວາງ ຍູ້ພັດທະນາສວນພູຄໍາ ເປັນຕະຫລາດກະສິກຳ ຊື້ຂາຍສະດວກສະບາຍ!

ແຂວງຊຽງຂວາງ ຍູ້ພັດທະນາສວນພູຄໍາ ເປັນຕະຫລາດກະສິກຳ ຊື້ຂາຍສະດວກສະບາຍ!

Published on

Untitled-1 kasikam 1

ຂປລ. ຕະຫລາດ​ກະ​ສີ​ກໍາສວນ​ພູ​ຄໍາ​ ກໍາລັງ​ມີໃບ​ໜ້າ​ໃໝ່​ເມື່ອ​ພັກ-ລັດ​ຖະບານ ກໍ​ຄື​ອໍານາດ​ການ​ປົກຄອງ​ແຂວງ​ຊຽງ​ຂວາງ ​ໄດ້​ຊຸກ​ຍູ້​ໃຫ້​​ມີ​ການ​ບໍລິການ ການ​ຊື້-ການ​ຂາຍ ​ໃນ​ຕະຫລາດ​​ໃຫ້​ມີ​ຄວາມ​ສະດວກ​ສະບາຍເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີ​ຄວາມສະຫງົບ​ດີ​ຂຶ້ນ.

ທ່ານ ພູ​ຄໍາ ອົ້ວນົວສາ​ ປະທານ​ກຸ່ມ​ວິ​ສາ​ຫະກິດ​ສວນ​ພູ​ຄໍາ ໄດ້​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ເປັນ​ການຍົກລະດັບ ການບໍລິການສະອາດສະດວກ ແລະ ສະຖານທີ່ກວ້າງຂວາງກວ່າເກົ່າ ​ໃຫ້​ໄດ້​ຮັບ​ການພັດທະນາໃຫ້ເປັນຕະ ຫລາດທີ່ສະອາດ ແລະ ທັນສະໄໜ ສາມາດຕອບສະໜອງຄວາມຕ້ອງການຂອງການຂະຫຍາຍຕົວການຊື້-ຂາຍສິນຄ້າ ທີ່ພໍ່ແມ່ປະຊາຊົນນຳ​ມາຂາຍທຸກໆມື້ ​ ສໍາລັບ​ ພໍ່​​ແມ່​ປະຊາຊົນ ຊາວ​ຄ້າຂາຍ ທີ່​ນໍາ​ສິນຄ້າ​ເຂົ້າ​ມາ​ຂາຍ​ ກໍ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ກັບ​ສະຖານ​ທີ່ ທີ່​ທາງ​ຕະຫລາດ​​ໃໝ່​ຈັດ​ສັນ​​ໃຫ້ ​ເປັນ​ຕົ້ນ​ ທາງ​ພວກ​ເຮົາ​ໄດ້​ມີ​ການຈັດ​ສັນ​​ໃຫ້​ເປັນຈຸດ​ແຕ່ລະປະ​ເພດ​ສິນຄ້າ​ໃຫ້​ ເປັນລະບຽບ ​ເພື່ອ​ຈະງ່າຍ​ຕໍ່​ກັບ​ລູກ​ຄ້າ​ທີ່​ເຂົ້າ​ມາ​ຈັບ​ຈ່າຍ​ຊື້​ສິນຄ້າ​ ໄດ້​ສະດວກ​ສະບາຍ​ກວ່າ​ແຕ່​ເກົ່າ​.

ສ່ວນ ​ຊາວ​ຄ້າຂາຍ​ທີ່​ຍົກຍ້າຍ​ມາ​ ມີ​ 500 ກວ່າ​ຫົວໜ່ວຍ​ທຸລະ​ກິດ ​ແມ່ນທາງຕະຫລາດ​ກະ​ສີ​ກໍາສວນ​ພູ​ຄໍາ ​ໄດ້​ມີ​ນະ​ໂຍບາຍ​ຍົກ​ເວັ້ນຄ່າ​ເຊົ່າ​ສະຖານ​ທີ່​ສອງ​ປີ. ​ເຊິ່ງມາຮອດ​ປັດຈຸບັນກໍ​ມີ 700-800 ກວ່າ​ຫົວໜ່ວຍ​ທຸລະ​ກິດ ທີ່​ດໍາ​ເນີນ​ການ​ຄ້າຂາຍ​ຢູ່​ໃນ​ຕະຫລາດ​ດັ່ງກ່າວ. ຖື​ວ່າ​ເປັນ​ຕະຫລາດ​ໃຫຍ່​ກວ່າ​ໝູ່​ ຢູ່​ໃນ​ຕະຫລາດ​ແຂວງ​ຊຽງ​ຂວາງ ​ແລະ ກໍ​ມີ​ສິນຄ້າ​ຫລາກ​ຫລາຍ​ປະ​ເພດ ​ທີ່​ປະຊາຊົນ​ພາຍ​ໃນ​ແຂວງ ທໍາ​ການ​ຜະລິດ​ຊອກ​ຫາ​ມາ​ວາງ​ຂາຍ, ​ນ​ອກຈາກ​ນັ້ນ​ ກໍ​ຍັງ​ລວມມີ​ປະ​ເພດ​ເຄື່ອງ​ໃຊ້​ຊອຍ​ຕ່າງໆ ມາ​ເຕົ້າ​ໂຮມຢູ່​ໃນ​ຕະຫລາດ​​ແຫ່ງ​ນີ້  ສະ​ນັ້ນ​ ສໍາລັບ​ຜູ້​ໃດ​ທີ່​ມາ​ແຂວງ​ຊຽງ​ຂວາງ​ຕ້ອງການ​ຊື້​ສິນຄ້າ​ກະ​ສີ​ກໍາ ຫລື ສິນຄ້າ​ປະ​ເພດ​ອື່ນໆ ກໍ​ສາມາດ​ແວະ​ເຂົ້າ​ມາ​ໄດ້​ທີ່​ຕະຫລາດ​ສວນ​ພູ​ຄໍາ​ໄດ້.

ທ່ານ ​ ກ່າວ​ຕື່ມ​ວ່າ: ​ໃນ​ຕໍ່ໜ້າ​ທາງ​ຕະຫລາດ​ພວກ​ເຮົາມີ​ແຜນ​ການ​ຕະຫລາດ ​ໃຫ້​ແກ່​ສິນຄ້າກະ​ສີ​ກໍາ​ ​ໂດຍຈະ​ຊຸກຍູ້​ໃຫ້​ປະ​ຊາ​ຊົນຜະລິດ​​​ເປັນສິນຄ້າ​ໃຫ້​ຫລາຍ​ຂຶ້ນ ພ້ອມ​ທັງ​ຮັບປະກັນ​ໄດ້​​ຄຸນ​ນະພາ​ບ, ສະອາດ ​ແລະ ປອດ​ໄພ ​ເພື່ອ​ຈະ​​ນໍາ​ອອກ​ໄປ​ວາງ​ຂາຍ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດຕື່ມ​ອີກ ນອກຈາກ​ນັ້ນ ສໍາລັບ​ຜູ້​ທີ່​ຕ້ອງການ​ເຂົ້າ​ມາ​ຄ້າ​ຂາຍທາງ​ພວກ​ເຮົາກໍຍັງ​ມີສະຖານ​ທີ່​​ ຮອງ​ຮັບພຽງພໍ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ທີ່​ຈະ​ເຂົ້າ​ມາ​ໃຊ້​ບໍລິການ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...