Homeຂ່າວເຫດການນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແຂວງໄຊສົມບູນ

ນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແຂວງໄຊສົມບູນ

Published on

Untitled-3 thongsing 05 .1

ຂປລ.​ໃນ​ວັນ​ທີ 5 ມັງກອນ 2016 ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແລະ ​ພັນ​ລະ​ຍາ ​ພ້ອມ​ດ້ວຍຄະນະ ​ໄດ້​ເດີນທາງໄປ​ຢ້ຽມຢາມ ​ແລະ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຢູ່​ແຂວງ​ໄຊ​ສົມບູນ. ​ໂດຍ​ມີ​ ທ່ານ ສົມບັດ ​ເຢຍລີ​ເຮີ່ ​ເລຂາພັກແຂວງ, ເຈົ້າ​ແຂວງໆ​ໄຊ​ສົມບູນ, ພ້ອມ​ດ້ວຍ​ອຳນາດການປົກຄອງ ພາຍໃນແຂວງ​ ​ໃຫ້ການ​ຕ້ອນຮັບ.

ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ພົ້ນ​ເດັ່ນ ​ໃນການພັດທະນາ​ເສດຖະກິດ–ສັງຄົມ​ຂອງ​ແຂວງ ​ໂດຍ​ຫຍໍ້ ຈາກ​ທ່ານເຈົ້າແຂວງ ​ເຊິ່ງ​ເຫັນ​ວ່າ: ​ເສດຖະກິດ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໄປ​ຕາມ​ທິດຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໃນສົກ​ປີ 2014-2015 ​ເສດຖະກິດ ຂະຫຍາຍຕົວ​ໃນ​ລະດັບ 10% ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ບັນລຸ​ໄດ້ 806 ຕື້​ກວ່າ​ກີບ, ລາຍ​​​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ ໄດ້ 1.206 ​ໂດ​ລາສະຫະລັດ, ປະຈຸ​ບັນ ທົ່ວ​ແຂວງ​ຍັງ​ມີ​ບ້ານ​ທຸກ​ຍາກ​ທັງ​ໝົດ 26 ບ້ານ, ອັດຕາການປົກຫຸ້ມຂອງປ່າໄມ້ ກວມ 65%, ອັດຕາການຊົມໃຊ້ນ້ຳສະອາດ ບັນລຸ 80%, ອັດຕາການຊົມໃຊ້ວິດຖ່າຍ ກວມ 60%; ມີ​ເນື້ອ​ທີ່​ນາ 10.300 ກວ່າ​ເຮັກຕາ ສາມາດ​ຜະລິດ​ໄດ້ 62.300 ກວ່າ​ໂຕນ, ສະ​ເລ່ຍ​ໃສ່​ຫົວ​ຄົນ ​ໄດ້​ຮັບ​ເຂົ້າ​ເປືອກ 430 ກິ​ໂລ/ຄົນ/ປີ. ດ້ານກະສິກຳ ອັນ​ພົ້ນ​ເດັ່ນແມ່ນ​ການ​ປູກ​ມັນ​ຕົ້ນ, ສາລີ, ພືດ​ຜັກ​ຕ່າງໆ, ຢາງພາລາ. ພ້ອມ​ກັນ​ນັ້ນ, ກໍຍັງ​ມີ​ການ​ລ້ຽງ​ສັດ​ໃຫຍ່ ​ເປັນ​ຕົ້ນ ຄວາຍ, ງົວ ​ເຊິ່ງມີ​ເຖິງ 50.000 ​ກວ່າໂຕ.

​ພ້ອມ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ສະ​ເໜີບາງ​ບັນຫາ​ເພື່ອ​ໃຫ້ການນຳ​ຂອງ​ແຂວງ ນຳ​ໄປ​ຄົ້ນຄວ້າ​, ຊອກຫາ​ທິດ​ທາງ​, ມາດ​ຕະການ​ ເພື່ອປັບປຸງ–ແກ້​ໄຂວຽກ​ງານ​ຈຳນວນ​ໜຶ່ງ​ໃຫ້​ມີ​ຄວາມ​ຖືກຕ້ອງ–ສອດຄ່ອງ, ​ເດັດຂາດ ​ແລະ ມີ​ປະສິດທິ​ຜົນ​ດີກ​ວ່າ​ເກົ່າ. ​ເປັນ​ຕົ້ນວຽກ​ງານ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ການ ​ໝູນ​ໃຊ້​ທ່າ​ແຮງບົ່ມ​ຊ້ອນ​ຂອງ​ແຂວງ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ບຳລຸງກໍ່ສ້າງ​ພະນັກງານ ​ໂດຍສະເພາະ ແມ່ນໃຫ້​ສຸມ​ໃສ່​ບຳລຸງກໍ່ສ້າງ​ພະນັກງານ​ກັບ​ທີ່​ເປັນ​ສຳຄັນ ​ຕາມທິດ​ຫັນ​ເປັນ​ໜຸ່ມ ໄປຄຽງຄູ່ກັບການກໍ່ສ້າງພະນັກງານ​ທ້ອງ​ຖິ່ນ​ໃຫ້​ຫລາຍ ​ແລະ ປະກອບ​ດ້ວຍ​ບັນດາ​ເຜົ່າ, ທັງຮັບປະກັນ​ໃຫ້​ມີ​ລັກສະນະ​ຕໍ່​ເນື່ອງ–ຍືນ​ຍົງ, ​ເປັນ​ລະບົບ–ຄົບ​ຊຸດ. ພ້ອມ​ທັງສ້າງ​ເງື່ອນ​ໄຂ​ໃຫ້​ມີ​ສູນ​ຝຶກ​ວິຊາ​ຊີບ, ​ໂຮງຮຽນ​ວິຊາ​ຊີບ, ສູນ​ທົດ​ລອງ​ດ້ານ​ກະສິກຳ ​ແລະ ອື່ນໆ ​ໃຫ້​ເກີດ​ຂຶ້ນ​ຢູ່​ແຂວງ​ໄຊ​ສົມບູນໃນ​ອະນາຄົດ​ ​​ໄດ້ໄວ​ເທົ່າ​ທີ່ຈະໄວໄດ້.

ໃນ​ຕອນ​ທ້າຍ, ​ຄອບຄົວຂອງທ່ານ ນາຍົກລັດຖະມົນຕີ ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫລືອ ​ໃຫ້​ແກ່​ກຳລັງປ້ອງກັນຊາດ ທີ່​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ຮາກ​ຖານ, ຫ່າງ​ໄກ​ສອກຫລີກ. ​ສຳລັບເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບ​ມີຜ້າ​ຫົ່ມ ຈຳນວນ 800 ຜືນ, ​ເສື້ອ​ກັນ​ໜາວ 800 ຜືນ​ ​ແລະ ເງິນສົດຈຳນວນໜຶ່ງ ​ລວມ​​ມູນ​ຄ່າ​ທັງ​ໝົດປະມານ 140 ລ້ານ​ກີບ. ນອກຈາກ​ນັ້ນ, ກໍຍັງ​ມີພາກສ່ວນ​ອື່ນໄດ້ມອບເຄື່ອງຊ່ວຍ​ເຫລືອ​ຕື່ມອີກ ເປັນຕົ້ນອຸປະກອນສື່ສານ, ຜ້າ​ຫົ່ມ ​ແລະ ​ເສື້ອກັນ​ໜາວຈຳນວນ​ໜຶ່ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...