spot_img
Homeຂ່າວຕ່າງປະເທດອອງຊານຊູຈີ ກ່າວສູນທອນພົດວັນຊາດ ຊີ້ການສ້າງສັນຕິພາບ ຄືວຽກສຳຄັນຂອງລັດຖະບານໃໝ່!

ອອງຊານຊູຈີ ກ່າວສູນທອນພົດວັນຊາດ ຊີ້ການສ້າງສັນຕິພາບ ຄືວຽກສຳຄັນຂອງລັດຖະບານໃໝ່!

Published on

Myanmar pro-democracy leader Aung San Suu Kyi gives a speech to mark 68th Myanmar Independence Day at National League for Democracy (NLD) party head office in Yangon January 4, 2016. REUTERS/Soe Zeya Tun
ພາບ: REUTERS/Soe Zeya Tun

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນມື້ວານນີ້ (4 ມັງກອນ) ທ່ານ ນາງ ອອງຊານຊູຈີ ປະທານພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ໄດ້ກ່າວສູນທອນພົດ ທີ່ສຳນັກງານໃຫຍ່ຂອງພັກ ຢູ່ນະຄອນຢາງກຸ້ງ ໃນໂອກາດສະເຫລີມສະຫລອງ ວັນຊາດມຽນມາ ຄົບຮອບ 68 ປີ ວ່າ ຂະບວນການສ້າງສັນຕິພາບຂອງປະເທດ ຈະເປັນສິ່ງສຳຄັນອັນດັບທຳອິດ ຂອງລັດຖະບານຊຸດໃໝ່ ທີ່ຈະເຂົ້າມາບໍລິຫານປະເທດ ໃນເດືອນມີນາປີນີ້ ຊຶ່ງພັກ NLD ໄດ້ຮັບໄຊຊະນະ ຈາກການເລືອກຕັ້ງ ເມື່ອເດືອນພະຈິກ 2015 ຜ່ານມາ.

ທ່ານ ນາງ ຊູຈີ ໄດ້ກ່າວວ່າ ” ຂະບວນການສ້າງສັນຕິພາບ ເປັນສິ່ງທຳອິດທີ່ລັດຖະບານຊຸດໃໝ່ ຈະຕ້ອງໄດ້ພະຍາຍາມ ເພື່ອຂໍ້ຕົກລົງຢຸດຍິງ ທີ່ທຸກຝ່າຍມີສ່ວນຮ່ວມ ” ແລະ ທ່ານຍັງໄດ້ກ່າວເສີມອີກວ່າ ” ເຮົາຈະບໍ່ສາມາດເຮັດຫຍັງໄດ້ ຫາກປະເທດໄຮ້ຊຶ່ງຄວາມສະຫງົບສຸກ ”

ທັງນີ້ ປະເທດມຽນມາ ໄດ້ພະຍາຍາມມາເປັນເວລາຫລາຍທົດສະວັດ ທີ່ຈະບັນລຸຂໍ້ຕົກລົງສັນຕິພາບຮ່ວມກັນ ລະຫວ່າງ ລັດຖະບານມຽນມາ ກັບກຸ່ມຕິດອາວຸດຊົນເຜົ່າຕ່າງໆ ທີ່ດຳເນີນການຕໍ່ສູ້ກັບລັດຖະບານ ເພື່ອຮຽກຮ້ອງສິດ ໃນການປົກຄອງຕົນເອງ ແລະ ສິດຖືກຍອມຮັບຈາກລັດຖະບານມຽນມາ.

ເຖິງແມ່ນວ່າລັດຖະບານມຽນມາ ໄດ້ລົງນາມຢຸດຍິງກັບ 8 ກຸ່ມມາແລ້ວ ໃນເດືອນຕຸລາ 2015 ຜ່ານມານີ້ກໍຕາມ, ແຕ່ກໍຍັງມີອີກ 7 ກຸ່ມຕິດອາວຸດ ທີ່ຍັງຄົງປະຕິເສດ ໃນການລົງນາມຂໍ້ຕົກລົງກັບລັດຖະບານ ແລະ ຍັງຄົງມີສະພາບ ການຕໍ່ສູ້ລະຫວ່າງກັນເກີດຂຶ້ນ ຢູ່ໃນພື້ນທີ່ພາກຕາເວັນອອກຂອງປະເທດ ເປັນແຕ່ລະໄລຍະ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...