Homeຂ່າວການພັດທະນາຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ມູນຄ່າ 17 ລ້ານໂດລາ!

ຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ມູນຄ່າ 17 ລ້ານໂດລາ!

Published on

SV xiengkhouang 1

ຂປລ. ໃນວັນທີ 2 ມັງກອນ 2016 ທີ່ ​ແຂວງຊຽງຂວາງ ໄດ້ຈັດພິທີວາງສີລາເລີກ​ໂຄງການກໍ່ສ້າງໂຮງໝໍມິດຕະພາບ​ແຂວງ​ຊຽງຂວາງຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານຄະ ນະກໍາມາທິການຮ່ວມມື ລາວ–ຫວຽດນາມ, ທ່ານ ຫງວຽນ ຈີ ຢຸງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ປະທານຄະນະກໍາມາທິການຮ່ວມມື ຫວຽດນາມ-ລາວ ພ້ອມນີ້, ມີທ່ານລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ, ທ່ານ​ເຈົ້າ​ແຂວງໆຊຽງຂວາງ, ຮອງ​ປະທານ​ຄະ​ນະ​ກຳມາທິການຮ່ວມ​ມື ລາວ ​ແລະ ຫວຽດນາມ, ບັນດາການນຳສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າຮ່ວມ.

ທ່ານ ຫງວຽນ ຈີ ຢຸງ ​ໄດ້​ກ່າວ​ວ່າ: ​ໂຄງການ​ກໍ່ສ້າງ​ໂຮງໝໍມິດຕະພາບ​​ແຫ່ງ​ນີ້ ​ແມ່​ນໂຄງການ​ທີ່ໄດ້ຮັບທຶນ​ຊ່ວຍ​ເຫລື​ອລ້າ​ ຈາກລັດຖະບານ​ຫວຽດນາມ ​ໃຫ້​ແກ່​ລັດຖະບານລາວ  ​ ​​​​ທີ່ໄດ້​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ຂອງ​ການ​ນຳ​ທັງ​ສອງ​ປະ​ເທດ ​​ຕໍ່ກັບການເພີ່ມ​ທະວີວຽກງານການ​​​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ລາວ​ບັນດາ​ ເຜົ່າ. ທັງເປັນ ​ການ​ສ້າງ​ພື້ນຖານທີ່​ດີ​ຮັບ​ໃຊ້​ໃຫ້​ແກ່ວຽກງານ​ກວດສຸຂະພາບ ​ແລະ ປິ່ນປົວ​ພະຍາດ ​ໃນຂະ​ແໜງ​ສາທາລະນະ​ສຸກ​​ຂອງ​ແຂວງ​ ໃຫ້​ມີ​ຄວາມ​ທັນ​ສະ​ໄໝຂຶ້ນ​ເປັນ​ກ້າວໆ.

ນອກຈາກນີ້, ທ່ານ ສຈ.ດຣ. ສົມ​ກົດ ມັງໜໍ່​ເມກ ​ເຈົ້າ​ແຂວງໆຊຽງຂວາງ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ​ໂຮງໝໍມິດຕະພາບ ​ແຂວງ​ຊຽງຂວາງ​​ຖື​ວ່າ​ເປັນ​ການສະ​ແດງ​ເຖິງ ​ບາດກ້າວ​ອັນໃໝ່ແຫ່ງການ​ເພີ່ມ​ທະວີ​ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຂອງ ສອງ​ລັດຖະບານ ລາວ–ຫວຽດນາມ, ອັນເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນດີງາມ ແຫ່ງຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ. ໂຄງການກໍ່ສ້າງໂຮງໝໍ​ແຫ່ງ​ດັ່ງກ່າວ ມີມູນຄ່າການກໍ່ສ້າງປະມານ 17 ລ້ານໂດລາສະຫະລັດ ​​​ເຊິ່ງປະກອບ​ມີ ຕຶກ​ອາຄານ​ທີ່ໄດ້​ມາດຕະຖານ 200 ຕຽງ​​​, ອຸປະກອນ​ການ​ເພດ​ທີ່ທັນ​ສະ​ໄໝ  ​ແລະ ທຶນຝຶກ​ອົບຮົມ​​ຍົກ​ລະດັບ​ວິຊາ​ການ ​ຂະ​ແໜງການ​ສາທາລະນະ​ສຸກ.

ຖ້າໂຄງການນີ້ສຳເລັດ ຈະເປັນການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການພັດທະນາເສດ ຖະກິດ–ສັງຄົມ ຂອງແຂວງຊຽງຂວາງ ເຂົ້າໃນຂະແໜງສາທາລະນະສຸກ ທີ່ຈະໄດ້ມີການນຳໃຊ້ເຄື່ອງມື ແລະ ວິທະຍາສາດເຕັກນິກທາງ ການແພດ ຂັ້ນສູງ ເຂົ້າໃນການບົ່ງມະຕິພະຍາດ ແລະ ການປິນປົ່ວຄົນເຈັບຢູ່ແຂວງຊຽງແຂວງ ແລະ ບັນດາແຂວງອ້ອມຂ້ອງໃຫ້ມີບາດກ້າວໃໝ່ເກີດຂຶ້ນ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...