Homeຂ່າວເຫດການຄຊປປລ ໄດ້ຮັບຫຼຽນຄຳແຫ່ງຊາດ ປະກອບສ່ວນສ້າງສາ ພັດທະນາປະເທດຊາດ!

ຄຊປປລ ໄດ້ຮັບຫຼຽນຄຳແຫ່ງຊາດ ປະກອບສ່ວນສ້າງສາ ພັດທະນາປະເທດຊາດ!

Published on

3a3139e01f25f56f89e1ef68b55fadce

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວໜຸ່ມ​ທົ່ວ​ປະເທດ ​ຄັ້ງ​ທີ VII ໄດ້​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 30 ທັນວາ 2015 ທີ່​ຫໍ​ປະຊຸມແຫ່ງ​ຊາດ ໂດຍ​ເປັນ​ປະທານ​ຂອງສະຫາຍ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະ​ບໍລິຫານ​ງານ​ສູນກາງ​ຊາວ​ໜຸ່ມ​ປະຊາຊົນປະຕິວັດລາວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາ​ທິ​ການ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດ ພ້ອມ​ດ້ວຍ​ການ​ນຳພັກ-ລັດ ອະດີດ​ການ​ນຳ​ຂັ້ນ​ສູງ ແລະ ຜູ້​ແທນ​ສົມບູນ 538 ສະຫາຍ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມ.

ສະຫາຍ​ເລຂາ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາ​ຊົນປະຕິວັດ​ລາວ ໄດ້​ກ່າວ​ໄຂກອງ​ປະຊຸມ​ດັ່ງກ່າວ​ວ່າ: ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ​ໃນ​ຄັ້ງ​ນີ້ ​ໄດ້​ພ້ອມ​ກັນ​ຕີ​ລາຄາຄືນ​ຢ່າງຮອບດ້ານ ແລະ ເລິກເຊິ່ງ ​ກ່ຽວ​ກັບ​ຜົນສຳເລັດ​ຂອງການຈັດຕັ້ງ​ປະຕິບັດ ທິດ​ທາງ ຄາດໝາຍ ແລະ ຈັດ​ຕັ້ງ​ປະຕິບັດວຽກ​ງານ​ທີ່​ໄດ້​ວາງ​ອອກ ຍົກ​ໃຫ້ເຫັນ​ຜົນສຳເລັດ ສິ່ງ​ທີ່​ຄົງ​ຄ້າງ ພ້ອມ​ສາເຫດ ຈາກ​ນັ້ນ ກໍ່​ຖອດຖອນ​ບົດຮຽນ​ເພື່ອ​ຊີ້​ນຳ​ວຽກ​ງານໃນຕໍ່ໜ້າ ພ້ອມ​ທັງ​ໄດ້​ກຳນົດ​ທິດທາງ ຄາດໝາຍສູ້​ຊົນ​ໜ້າທີ່​ວຽກງານ​ ຕະຫຼອດ​ໄລຍະ​ກອງ​ປະຊຸມໃຫຍ່​ ຄັ້ງ​ທີ VII (2016-2020) ແນໃສ່​ສືບຕໍ່​ຜັນ​ຂະຫຍາຍ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ ​ເຂົ້າ​ສູ່ຊີວິດ​ຕົວ​ຈິງ​ຂອງ​ຄະນະ​ຊາວ​ໜຸ່ມ ໃຫ້​ເປັນ​ໂຄງການ​ແຜນ​ວຽກ​ລະອຽດ​ແຕ່​ລະ​ໄລຍະ ທັງ​ນີ້ ເພື່ອ​ເປັນການ​ປັບປຸງ​ບູລະນະ​ຄະນະ​ຊາວໜຸ່ມ ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ຮອບດ້ານ​ໃນ​ເງື່ອນໄຂ​ໃໝ່ ແຫ່ງ​ການເຊື່ອມ​ໂຍງ​ສາກົນ ແລະ ພາກ​ພື້ນ ເປັນ​ໄລຍະ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ ແຜນ​ພັດທະນາ 5 ປີ ຄັ້ງ​ທີ VIII ຂອງ​ລັດ ໂດຍ​ເນັ້ນ​ໃສ່ການ​ແກ້​ໄຂ​ຄວາມທຸກ​ຍາກ ສ້າງພື້ນຖານ​ໜັກ​ແໜ້ນ​ ໃຫ້​ແກ່​ການເປັນ​ອຸດສາຫະກຳ ແລະ ຫັນ​ເປັນທັນ​ສະໄໝ ເພື່ອ​ແນໃສ່​ສຶກ​ສາອົບຮົມ​ຊາວ​ໜຸ່ມ-ເຍົາວະ​ຊົນ ໃຫ້ກາຍເປັນ​ຜູ້​ສືບ​ທອດ​ທີ່​ດີ​ຂອງ​ພັກ ສ້າງ​ປັດ​ໄຈ​ໃໝ່​ເຂົ້າ​ໃນ​ການ​ພັດທະ​ນາ​ປະເທດ​ຊາດ ສ້າງ ​ສປປ ລາວ​ ໃຫ້​ເປັນ​ປະເທດ​ທີ່​ມັ່ງ​ຄັ່ງເຂັ້ມແຂງ ປະຊາຊົນ​ຮັ່ງມີ​ຜາ​ສຸກ ສັງຄົມ​ມີ​ຄວາມ​ປອງ​ດອງ ປະຊາທິ​ປະ​ໄຕ ຍຸຕິ​ທຳ ແລະ ສີວິໄລ ພ້ອມ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ພິ​ຈາລະ​ນາ​ຮັບຮອງ​ເອົາ​ແຜນ​ພັດ​ທະນາ​ຊາວ​ໜຸ່ມ-ເຍົາວະ​ ຊົນ ກົດ​ລະບຽບ​ຄະນະ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ ກົດ​ລະບຽບ​ເຍົາວະ​ຊົນ​ທັນວາ​ສະບັບ​ປັບປຸງ​ໃໝ່ ຂໍ້​ແຂ່ງຂັນ 4 ບຸກຂອງ​ຊາວ​ໜຸ່ມ ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ ແລະ ການເຄື່ອນໄຫວ​ໃນ​ໄລຍະ​ໃໝ່.

ເພື່ອ​ຢັ້ງຢືນ​ເຖິງ​ຜົນງານ​ອັນໃຫຍ່​ຫຼວງ ແລະ ຄຸນ​ງາມ​ຄວາມດີ​ໃນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ແລະ ພາລະກິດ​ປົກ​ປັກ​ຮັກສາ​ສ້າງສາ​ພັດທະນາ​ປະເທດຊາດ​ ຕະຫຼອດ​ໄລຍະ​ຜ່ານ​ມາ​ຂອງຄະນະ​ຊາວ​ໜຸ່ມ​ປະຊາຊົນປະຕິວັດ​ລາວ ທ່ານ ບຸນ​ຍັງ ວໍລະ​ຈິດ ຈຶ່ງ​ໄດ້​ຂຶ້ນ​ປະດັບ​ຫຼຽນ​ຄຳ​ແຫ່ງຊາດ ເຊິ່ງ​ເປັນ​ຫຼຽນ​ສູງ​ສຸດ​ຂອງ ​ສປປ ລາວ ໃຫ້​ກັບ​ຄະນະ​ຊາວໜຸ່ມ​ປະຊາຊົນ​ປະຕິວັດ​ລາວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...