spot_img
Homeຂ່າວເຫດການກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ VII ປິດລົງດ້ວຍຜົນສຳເລັດຈົບງາມ!

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ VII ປິດລົງດ້ວຍຜົນສຳເລັດຈົບງາມ!

Published on

Untitled-1 saonum 1

ຂປລ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວໜຸ່ມ ປະຊາຊົນ ປະຕິວັດ​ລາວ (ປຊຊລ) ຄັ້ງ​ທີ VII ​ໄດ້​ປິດ​ລົງ​ດ້ວຍຜົນສຳ ​ເລັດ​ຢ່າງ​ຈົບງາມ ​ໃນ​ວັນ​ທີ 31 ທັນວາ 2015 ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ດຣ. ​ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ​ປະທານ​ອົງການກວດກາ​​ລັດຖະບານ ຫົວໜ້າການ​ຕໍ່ຕ້ານ​ສໍ້​ລາດ​ບັງ​ຫລວງ ຂັ້ນ​ສູນ​ກາງ.

​ ເພື່ອ​ບັນລຸ​ເປົ້າ​ໝາຍ​ສຳຄັນ​ດັ່ງກ່າວ, ຜູ້​ແທນ​ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ຂອງ​ຕົນ ​ປ່ອນ​ບັດ​ເລືອກ​ຕັ້ງເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຊປປລ ສະ​ໄໝ​ ທີ VII ບົນ​ພື້ນຖານ​ຫລັກການ​ລວມສູນ​ປະຊາທິປະ​ໄຕ ທັງ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດຕະຖານ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້. ກອງ​ປະຊຸມ​ຄັ້ງ​ປະຖົມມະລຶກ​ຂອງ​ຄະນະ​ບໍລິຫານ​ງານ ສູນ​ກາງ ຊປປລ ​ໄດ້​ເປັນ​ເອກະ​ສັນ ​ເລືອກ​ເອົາ​ຄະນະ​ເລຂາທິການ​ສູນ​ກາງ ຊປປລ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ. ສະຫາຍ ດຣ. ສອນ​ທະນູ ທຳ​ມະ​ວົງ ​ເປັນເລຂາ,  ສະຫາຍ ຄຳ​ຜາ ພິມ​ມະ​ສອນ ເປັນຮອງ​ເລຂາ​, ສະຫາຍ ອາ​ລຸນ​ໄຊ ສູນ​ນລາດ ​ເປັນຮອງ​ເລຂາ​, ສະຫາຍ​ນາງ ວິລະ​ວອນ ພັນທະ​ວົງ ​ເປັນຮອງ​ເລຂາ​ ​ແລະ ທັງ​ເປັນ​ປະທານ​ກວດກາ​, ສະຫາຍ ບຸນ​ທັນ ພົມ​ສັກສິດ ​​ເປັນຮອງ​ປະທານ​ກວດກາ ​ແລະ ສະຫາ​ຍ ​ແສງ​ດາວ ​ແກ້ວ​ຂາວ​ມະນີ ​ເປັນ​ຮອງ​ປະທານ​ກວດກາ.

ສະຫາຍ ດຣ. ​ບຸນ​ທອງ ຈິດ​ມະນີ, ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຜົນສຳ​ເລັດ​ຂອງກອງ​​ປະຊຸມໃຫຍ່​ຜູ້​ແທນ​ຊາວໜຸ່ມ (ປຊຊລ) ຄັ້ງ​ທີ VII  ​​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ ຊປປ ລາວ ຊຸດ​ໃໝ່ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ລວນ ​ແຕ່​​ເປັນບຸກຄົນ​ທີ່ມີ​ຄຸນສົມບັດ, ມີ​ຄວາມ​ຮູ້ຄວາມ​ສາມ​າດ,​ ມີ​ຄວາມ​ຮູ້​ທາງ​ດ້ານ​ວິຊາ​ສະ​ເພາະທີ່​ແນ່ນອນ ​ແລະ ມີ​ມາດຖານ​ເງື່ອນ​ໄຂ​ຄົບ​ຖ້ວນ  ສົມ​ເປັນ​ຕົວ​ແທນ​ໃຫ້​ແກ່​ ຊາວໜຸ່ມ-​ເຍົາວະ​ຊົນ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ຮຽກຮ້ອງ​ໃຫ້ສະມາຊິກ​ຊາວໜຸ່ມ-​ເຍົາວະ​ຊົນ​ບັນດາ​ເຜົ່າ ຈົ່ງ​ເພີ່​ມທະວີ​ຄວາ​ມສາມັກຄີ ​ເປັນ​ປຶກ​ແຜ່ນ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ຢ່າງ​ສູງ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ປະຊາຊົນ ປະຕິວັດ​ລາວ ພ້ອມ​ກັນ​ບຸກບືນ​ກ້າວຂຶ້ນ​ຢ່າງໜັກ​ແໜ້ນ, ​ສຸມ​ໃສ່​ສະຕິ​ປັນຍາ ກຳລັງ​ແຮງ​ຂອງ​ຊາວໜຸ່ມ, ​​ເຊີດ​ຊູ​ນ້ຳ​ໃຈ​ຮັກ​ຊາດ ​ເປັນ​ເຈົ້າ​ຕົນ​ເອງ​ເພີ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ການ​ເມືອງ​ຂອງ​ຕົນ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິ​ບັດ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຄວາມ​ດ້ອຍ​ພັດທະນາ, ນຳ​ເອົາ​ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ສັງຄົມ​ຍຸຕິ​ທຳ​ປະຊາ​ທິປະ​ໄຕ ​ແລະ ສີວິ​ໄລ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...