spot_img
Homeຂ່າວການພັດທະນາປຸກລະດົມຂະບວນການຢອດຢາ ເພື່ອໂຕ້ຕອບຕໍ່ການລະບາດ ຂອງພະຍາດໂປລີໂອ ທີ່ແຂວງສະຫວັນນະເຂດ

ປຸກລະດົມຂະບວນການຢອດຢາ ເພື່ອໂຕ້ຕອບຕໍ່ການລະບາດ ຂອງພະຍາດໂປລີໂອ ທີ່ແຂວງສະຫວັນນະເຂດ

Published on

1-1

ແຂວງສະຫວັນນະເຂດ ຮ່ວມກັບພະແນກສາທາລະນະສຸກແຂວງ ໄດ້ຈັດພິທີປຸກລະດົມ ຂະບວນການຢອດຢາ ເພື່ອໂຕ້ຕອບຕໍ່ການລະບາດຂອງພະຍາດໂປລີໂອຂຶ້ນໃນວັນທີ 29 ທັນວາ ນີ້ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຊຶ່ງມີທ່ານ ສຈ. ດຣ. ເອກສະ ຫວ່າງ ວົງວິຈິດ ລັດຖະມົນ ຕີວ່າການກະຊວງສາທາລະນະສຸກ, ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດ, ມີຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ, ພ້ອມດ້ວຍ ບັນດາ ການນຳ ຈາກ 11ແຂວງ, ແຂກຖືກເຊີນ, ອາຈານ, ນັກຮຽນ, ສັກສຶກສາ – ປັນຍາຊົນ, ແພດໝໍ, ພະນັກງານ, ທະຫານ, ຕຳຫຼວດ ແລະ ມວນຊົນຊາວແຂວງດັ່ງກ່າວເຂົ້າຮ່ວມຢ່າງຫຼວງຫຼາຍ.
ການເປີດຂະບວນການ ປຸກລະດົມຈັດຕັ້ງວັນຢອດຢາ ກັນພະຍາດໂປລີໂອໃນປີນີ້ ແມ່ນເພື່ອຈຳກັດການແຜ່ລະບາດຂອງພະຍາດໂປລີໂອໃນບາງແຂວງ, ທັງເຮັດໃຫ້ເດັກ ນ້ອຍທຸກຄົນໃນທົ່ວ ປະເທດໄດ້ ຮັບການຢອດຢາວັກຊິນປ້ອງ ກັນພະຍາດໂປລີໂອ ໃຫ້ບັນ ລຸຕາມຄາດໝາຍ 95% ຂຶ້ນ ໄປ ແນໃສ່ເຮັດໃຫ້ປະເທດ ຂອງພວກເຮົາກັບຄືນມາປອດ ພະຍາດໂປລີໂອອີກຄັ້ງໜຶ່ງ, ປະກອບ ສ່ວນເຮັດໃຫ້ໂລກຂອງ ພວກເຮົາປອດຈາກພະຍາດ ດັ່ງກ່າວ ໃນປີ 2018.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວເປີດພິທີຂະບວນການ ປຸກລະດົມການຈັດຕັ້ງວັນຢອດ ຢາກັນພະຍາດໂປລີໂອຄັ້ງນີ້ ວ່າ: ຕະຫຼອດໄລຍະຜ່ານມາລັດ ຖະບານ, ຂະແໜງສາທາລະ ນະສຸກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາ ຊົນທຸກຂັ້ນກໍໄດ້ເອົາໃຈໃສ່ຊີ້ ນຳຈັດຕັ້ງປະຕິບັດນະໂຍບາຍດັ່ງ ກ່າວຢ່າງກວ້າງຂວາງ, ໄດ້ປຸກ ລະດົມຂະບວນການສັກຢາ ກັນພະຍາດ ໃນລະດັບ ຊາດ ແລະ ລະດັບທ້ອງຖິ່ນ, ການປະຕິບັດນະໂຍບາຍບໍ່ເສຍຄ່າ, ການສ້າງບ້ານແບບຢ່າງສາທາລະນະສຸກ ແລະ ອື່ນໆ ແນວໃດກໍຕາມ ອັດຕາການປົກຄຸມ ຂອງພະຍາດທີ່ສາມາດປ້ອງ ກັນໄດ້ນັ້ນ ໃນບາງແຂວງຍັງບໍ່ ທັນບັນລຸຕາມເປົ້າໝາຍທີ່ວາງ ໄວ້ຄື: 95% ເປັນຕົ້ນ: ແຂວງ ບໍລິຄຳໄຊ, ໄຊສົມບູນ ແລະ ຊຽງຂວາງ ຊຶ່ງມີຜູ້ຕິດເຊື້ອພະ ຍາດໄດ້ງ່າຍ ຍ້ອນອັດຕາການ ຢອດຢາກັນພະຍາດ ໃນເຂດທີ່ ເກີດລະບາດພະຍາດຕ່ຳກວມ ພຽງແຕ່ 45-60% ແລະ ການ ຂາດສຸຂະອະນາໄມ ກໍເປັນສາ ເຫດໜຶ່ງ ເຮັດໃຫ້ພະຍາດໂປ ລິໂອ ກຳລັງແຜ່ລະບາດຄື: ສຳ ລັບເດັກລຸ່ມອາຍຸ 15 ປີລົງມາ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກທີ່ມີປະຊາກອນເຄື່ອນ ຍ້າຍຖິ່ນຖານ ຊຶ່ງບໍ່ໄດ້ຮັບການ ຢອດຢາກັນພະຍາດມາກ່ອນ ເພື່ອສືບຕໍ່ແກ້ໄຂພະຍາດໂປລີ ໂອໃຫ້ຫຼຸຸດລົງ ແລະ ກ້າວໄປ ເຖິງການຢຸດ ຕິພະຍາດດັ່ງກ່າວ ຢ່າງສິ້ນເຊີງຢູ່ໃນປະເທດຂອງເຮົາ, ລັດຖະບານ ຈຶ່ງໄດ້ຊີ້ນຳ ໃຫ້ຂະແໜງສາທາລະນະສຸກ  ສົມທົບກັບອຳນາດການປົກ ຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ປຸກ ລະດົມຈັດຕັ້ງ ຂະບວນ ການ ຢອດຢາໃຫ້ເດັກນ້ອຍທີ່ມີອາຍຸ ແຕ່ມື້ເກີດຈົນຮອດຜູ້ທີ່ມີອາຍຸ ລຸ່ມ 15 ປີລົງມາ ໃນຂອບເຂດ ທົ່ວປະເທດ ໂດຍສະເພາະ ເຂດທີ່ມີການຕິດເຊື້ອ ແມ່ນໃຫ້ຢອດໃຫ້ແກ່ທຸກກຸ່ມອາຍຸ ແລະ ທຸກໆຄົນ, ທັງໝົດເຫຼົ່ານີ້ ເພື່ອ ສະກັດກັ້ນການແຜ່ຂະຫຍາຍ ພະຍາດໄປສູ່ຂົງເຂດອື່ນ.
ໂອກາດດັ່ງກ່າວ, ທ່ານ ດຣ. ສຸພັນ ແກ້ວມີໄຊ ໄດ້ມີ ຄຳເຫັນວ່າ: ໃນຂະບວນການ ປຸກລະດົມການຢອດຢາ, ສັກ ຢາວັກແຊງໂປລີໂອ (ກັນພະ ຍາດເປ້ຍລ່ອຍ) ຄັ້ງນີ້ ແມ່ນໄດ້ ປະຕິບັດຕາມການ ຕົກລົງຂອງ ລັດຖະບານ ແລະ ຄະນະກຳ ມາທິການເພື່ອແມ່ ແລະ ເດັກ ແຫ່ງຊາດທີ່ເປັນຕົວແທນໃຫ້ 14 ເມືອງ, ໃນໄລຍະຜ່ານມາ ພັກ-ລັດຖະບານ ກໍຄືອົງການ ປົກຄອງແຂວງສະຫວັນນະ ເຂດ ໄດ້ເອົາໃຈໃສ່ຊຸກຍູ້ວຽກ ງານສັກຢາກັນພະຍາດຢ່າງຈິງ ຈັງ ແລະ ສາມາດປະກາດເປັນ ປະເທດທີ່ປອດພະຍາດໂປລີ ໂອໄດ້ໃນປີ 2000. ສຳລັບ ແຂວງສະຫວັນນະເຂດ ກໍໄດ້ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າ ໃນການມີສ່ວນຮ່ວມໃນການ ຫຼຸຸດຜ່ອນການເຈັບເປັນ ແລະ ຕາຍຂອງແມ່ ແລະ ເດັກ ຊຶ່ງ ສະແດງອອກ ເຫັນໄດ້ຈາກຜົນ ລາຍງານໃນສົກປີ 2014 – 2015 ສຳລັບການສັກຢາກັນ ພະຍາດ 5 ຊະນິດເຊັ່ນ: ກັນ ພະຍາດຄໍຕີບ, ກັນພະຍາດໄອ  ໄກ່, ກັນພະຍາດບາດທະຍັກ, ກັນພະຍາດອັກເສບຕັບ ແລະ ພະຍາດອັກເສບເຫຍື້ອຫຸ້ມສະ ໝອງໃນຮອບປົກກະຕິ ແມ່ນ ປະຕິບັດ ໄດ້ 93% (ສັກຄົບ 3 ຄັ້ງ), ໃນນັ້ນ ອັດຕາການຢອດຢາໂປລີໂອ ຄົບ 3 ຄັ້ງໄດ້ 93%.
ພ້ອມນັ້ນ ກໍໄດ້ມີການຈັດ ຕັ້ງຂະບວນການວັນສັກຢາ ແຫ່ງຊາດ (ວສຊ) ເຊັ່ນ: ສັກ ຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ, ເດືອນ 11 ປີ 2014 ໃຫ້ເດັກອາຍຸ 9 ເດືອນຫາ 10 ເດືອນ ຫາ 10 ປີ ໄດ້ 226.114 ຄົນ ເທົ່າ 98%, ຢອດຢາໂປລີໂອໃຫ້ເດັກເກີດ ໃໝ່ຫາ 5 ປີໄດ້ 118.545 ຄົນ ເທົ່າ 99% ແລະ ຂະບວນການສັກຢາປ້ອງກັນໄຂ້ສະໝອງ ອັກເສບຍີ່ປຸ່ນ ປີ 2015 ໄດ້ 320.155 ຄົນ ເທົ່າ 97,41%.
ໃນໂອກາດດຽວກັນນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ແຂກທີ່ມາຮ່ວມໃນງານໄດ້ ຮ່ວມກັນຕັດແຖບຜ້າຢອດຢາ ໃຫ້ແກ່ຫຼານນ້ອຍ ເພື່ອເປັນ ການເປີດຂະບວນການຢອດ ຢາດັ່ງກ່າວຢ່າງເປັນທາງ ການ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...