spot_img
Homeຂ່າວພາຍ​ໃນກະຊວງກະສິກຳ ແລະ ປ່າໄມ້ ຕັ້ງເປົ້າປູກເຂົ້ານາ​​ແຊງ​​ ໃຫ້​ໄດ້ 112.000 ​ເຮັກຕາ ໃນປີ 2016!

ກະຊວງກະສິກຳ ແລະ ປ່າໄມ້ ຕັ້ງເປົ້າປູກເຂົ້ານາ​​ແຊງ​​ ໃຫ້​ໄດ້ 112.000 ​ເຮັກຕາ ໃນປີ 2016!

Published on

8026576c15b269708ad39fee070f4e0e

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​​ໃຫ້​ຮູ້​ວ່າ​: ປັດຈຸບັນ​ກະສິກອນ​ທ້ອງ​ຖີ່​ນຕ່າງໆ​ ບ່ອນ​ທີ່​ມີ​ເງື່ອນ​ໄຂ​ໄດ້​ເລີ່​ມກະກຽມ​ດິນ ​ແລະ ຕົກ​ກ້າ​ເພື່ອ​ກະກຽມ ​ໃຫ້​ແກ່​ການ​ຜະ​ລິດ​ເຂົ້ານາ​​ແຊງ​ປີ 2016 ​ໃຫ້​ໄດ້​ຕາມ​ຄາດໝາຍ​​ຕັ້ງ​​ໄວ້ 112.000 ​ເຮັກຕາ ຄາດ​ຄະ​ເນ​ຜົນ​ຜະລິດ​ໃຫ້​ໄດ້ຫຼາຍ​ກວ່າ 570 ພັນ​ໂຕນ,​ ດ້ວຍ​ສະມັດ​ຕະພາບ​ສະ​ເລ່ຍ 5 ​ໂຕນ / ​ເຮັກຕາ, ສຳລັບ​ການ​ປູກ​ພືດ​ລະດູ​​ແລ້ງ​ໃຫ້​ບັນລຸ 50 ພັນ​ເຮັກຕາ, ຊຶ່ງມາຮອດປັດຈຸບັນກະສິກອນບາງທ້ອງຖິ່ນໄດ້ລິເລີ່ມປູກໄດ້ແລ້ວ 2 ພັນກວ່າເຮັກຕາ, ເທົ່າ 9% ຂອງແຜນການ, ຂະນະທີ່ຂະແໜງກະສິກຳ ກໍໄດ້ລົງຊຸກຍູ້ໃຫ້ຊາວກະສິກອນ ນຳໃຊ້ເຕັກນິກການຜະລິດ ແບບກະເສດສຸມ ເພື່ອຍົກສະມາດຕະພາບ​ໃຫ້​ສູງ​ຂຶ້ນ, ພ້ອມທັງເລັ່ງ ປົວແປງລະບົບຊົມລະປະທານທີ່ຊຸດໂຊມຮັບປະກັນການສະໜອງນ້ຳ​ ໃຫ້ພຽງພໍໃນເນື່ອທີ່ການຜະລິດ ໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...