Homeຂ່າວເຫດການຄະນະບໍລິຫານງານ ສູນກາງ ຊປປລ ວາງພວງມາລາ ແລະ ກະຕ່າດອກໄມ້ ກ່ອນເປີດປະຊຸມໃຫຍ່!

ຄະນະບໍລິຫານງານ ສູນກາງ ຊປປລ ວາງພວງມາລາ ແລະ ກະຕ່າດອກໄມ້ ກ່ອນເປີດປະຊຸມໃຫຍ່!

Published on

saonum 1

ຂປລ. ​ເນື່ອງ​​ໃນ​ໂອກາດ​ ກຽມ ​ຈັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ ຄັ້ງ​ທີ VII ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ​ປະຊາຊົນ​ ປະຕິວັດ​ລາວ (ຊປປລ) ນຳ​ໂດຍ​ທ່ານ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຊປປລ ​ໄດ້​ເຂົ້າ​ວາງ​ພວງ​ມາລາ ໃນ​ວັນ​ທີ 29 ທັນວາ 2015 ຢູ່​ອານຸສາ​ວະລີ​ນັກ​ຮົມ​ນິລະນາມ (ດາວ​ແດງ), ວາງ​ກະຕ່າ​ດອກ​ໄມ້ ຢູ່ ຫໍພິພິທະພັນ ​ໄກສອນ​ພົມວິຫານ ​ແລະ ອານຸສອນ​ສະຖານ ປະທານສຸພາ​ນຸວົງ.

ການວາງພວງມະລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການຂໍ​ພອນ​ໃຫ້​ກອງ​ປະຊຸມໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ ຄັ້ງ​ທີ VII ທີ່​ຈະຈັດ​ຂຶ້ນ​ ໃນ ​ລະຫວ່າງ​ ວັນ​ທີ 30-31 ທັນວາ ນີ້, ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບ​ງາມ ທັງ​ເປັນ ​ການລະນຶກເຖິງຄວາມເຄົາລົບຮັກ ແລະ ກະຕັນຍູ້ຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນດາບັນພະບູລຸດ ກໍຄືບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...