Homeຂ່າວພາຍ​ໃນບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນ ນ້ຳດື່ມຫົວເສືອ ຮູບໂສມໃໝ່!

ບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນ ນ້ຳດື່ມຫົວເສືອ ຮູບໂສມໃໝ່!

Published on

_8880035 seua 1

ຂປລ. ບໍລິສັດ​ເບຍ​ລາວ ຈຳກັດ ​ໄດ້​ຖະ​ແຫລ​ງຂ່າວ ​ແລະ ​ເລີ່​ມຈຳ​ໜ່າຍຜະລິດຕະພັນ ນ້ຳດື່ມ ຫົວເສືອ ໃນຮູບ ໂສມໃໝ່ ອອກສູ່ຕະຫລາດ ຢ່າງ​ເປັນ​ທາງ​ການ​ ໃນ​ຕອນ​ບ່າຍ​ວັນ​ທີ 28 ທັນວາ 2015 ນີ້ ທີ່​ບໍລິສັດ​ດັ່ງກ່າວ, ​ໂດຍ​ການ​ເຂົ້າ​ຮ່ວມຂອງທ່ານ ສູນ​ທອນ ສິລິ​ສັກ ຮອງ​ຜູ້ອຳນວຍການ​ບໍລິສັດ​ເບຍ​ລາວ ຈຳກັດ, ບັນດາ​ພະນັກງານ​ພາຍ​ໃນ​ບໍລິສັດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ທະ​ແສງ ສິລິ​ສັກ ຜູ້​ຈັດການ​ຜະລິດ​ຕະພັນ​ນ້ຳ​ດື່ມ​ຫົວ​ເສືອ ​ແລະ ​ໂຊດາ​ລາວ ​ໄດ້​ໃຫ້​ຮູ້​ວ່າ: ບໍລິສັດ ເບຍລາວ ແມ່ນບໍລິສັດນຳໜ້າໃນການຜະລິດເຄື່ອງດື່ມ ໃນ ສປປ ລາວ ທີ່ມີປະສົບການຫລາຍກ່ວາ 40 ປີ. ປັດຈຸບັນ ບໍລິສັດ ມີການຜະລິດ ແລະ ຈຳໜ່າຍເຄື່ອງດື່ມ ປະເພດເບຍ, ນ້ຳອັດ​ລົມ, ນ້ຳດື່ມ ແລະ ເຄື່ອງດື່ມໃຫ້ພະລັງງານ. ພ້ອມ ດຽວກັນນີ້ ບໍລິສັດ ເບຍລາວ ຈຳກັດ ຍັງໄດ້ມີການເໜັ້ນໜັກໃສ່ ການສ້າງນະວັດຕະກຳໃໝ່ໆ ທາງດ້ານການຜະລິດ, ການຫຸ້ມຫໍ່ ແລະ ມີຜະລິດຕະພັນໃໝ່ໆ ອອກຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ ​ແລະ ​ໃນວັນທີ 18 ທັນວາ 2015 ທີ່ຜ່ານມາ ກໍ ໄດ້ເລີ່ມວາງຈຳໜ່າຍ ຜະລິດຕະພັນ ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ ອອກສູ່ຕະຫລາດ ເຊິ່ງນອກຈາກ ການອອກແບບ ການຫຸ້ມຫໍ່ໃຫ້ມີຄວາມທັນສະໄໝ ແລະ ສວຍງາມແລ້ວ ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ນີ້ ຍັງຄົງຮັກສາຄຸນນະພາບ ຂອງຜະລິດຕະພັນ ທີ່ຜູ້ບໍລິໂພກໄດ້ໃຫ້ ຄວາມໄວ້ວາງໃຈຕະຫລອດມາ.

ນ້ຳ​ດື່ມ​ຫົວ​ເສືອ​ ໄດ້​ເລີ່​ມວາງ​ຈຳໜ່າຍ​ໃນ​ຕະຫລາດ ມາ​ແຕ່​ປີ 1997 ​ທີ່​ບັນຈຸ​ໃນ​ຂວດ​ແກ້ວ, ມາ​ໃນ​ປີ 1999 ​ໄດ້​ປ່ຽນ​ຈາກ​ຂວດ​ແກ້ວ ​ມາ​ເປັນ​ຕຸກ​ປຣາສະຕິກ​​​ໃສ ​ໂດຍ​ຈຳໜ່າຍ​ຂະໜາດ​ບັນຈຸ ຕຸກ​ໃຫຍ່ 1.500 ມິນ​ລີ​ລິດ (ມລ), ຕຸກ​ກາງ 500 ມລ, ຈອກ​ຢາງ​ນ້ອຍ 200 ມລ​ ແລະ ​ໃນ​ປີ 2009 ​ໄດ້​ມີ​ການ​ປັບ​ປ່ຽນ​ຮູບ​ໂສມ​ໃໝ່​ອີກ​ເທື່ອ​ໜຶ່ງ ​ເຊິ່ງ​ໃນ​ປີ​ດຽວ​ກັນ ນ້ຳ​ດື່ມ​ຫົວ​ເສືອ ຍັງ​ໄດ້ຮັບ​ກຽດ ​ໃຫ້​ເປັນ​ນ້ຳ​ດື່ມຢ່າງ​ເປັນ​ທາງ​ການ ​ໃນ​​ມະຫະກຳ​ກິລາ​ຊີ​ເກ​ມ ຄັ້ງ​ທີ 25 ທີ່ ສປປ ລາວ ​ເປັນ​ເຈົ້າພາບ.

ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ ມີຂະໜາດ ບໍລິມາດບັນຈຸ ຄື: ຕຸກໃຫຍ່ ຂະໜາດ ບັນຈຸ 1.500 ມລ, ຕຸກກາງ 600 ມລ ​ແລະ ຕຸກ​ນ້ອຍ 350 ມລ ​ເຊິ່ງລາຄາ​ຂາຍ ອອກຈາກບໍລິສັດ ແມ່ນຍັງຄົງຮັກສາໄວ້ຄືເກົ່າ ຄື: ແກັດໃຫຍ່: 1.500 ມລ x12 ລາຄາ 38,000 ກີບ/ແກັດ, ແກັດກາງ:  600 ມລ x24 ລາຄາ 42.000 ກີບ/ແກັດ, ແກັດນ້ອຍ: 350 ມລ x24 ລາຄາ 32,000 ກີບ/ແກັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...