Homeຂ່າວການພັດທະນາຫວຽດນາມມອບ ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ມູນຄ່າ 20 ຕື້ກີບ ໃຫ້ແກ່ລາວ!

ຫວຽດນາມມອບ ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ມູນຄ່າ 20 ຕື້ກີບ ໃຫ້ແກ່ລາວ!

Published on

_8880054 hongmo 2

ຂ​ປລ. ​ໃນ​ວັນ​ທີ 26  ທັນວາ 2015 ນີ້ ​ໄດ້​ຈັດ​ພິທີ​ມອບ–ຮັບ​ ໂຄງການ​ກໍ່ສ້າງ​ສູນ​ອົງຄະ​ທຽມ ​ແລະ ຟື້ນ​ຟູ​ສະມັດ​ຕະພາບ ​​ໂດຍ​ມີ ທ່ານ ດຣ. ຄໍາ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະ​ວັດ​ທີ​ການສັງຄົມ, ທ່ານ ຫງວຽນ ວັນຕີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ-​ເສຍ​ອົງຄະ ​ແລະ ສັງຄົມ ​ແຫ່ງ ສສ ຫວຽດນາມ, ທ່ານນາງ ສິງ​ຄໍາ ຄົງ​ສະຫວັນ ຮອງ​ເຈົ້າ​ແຂວງໆ​ວຽງ​ຈັນ, ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກ ງານ​ກ່ຽວຂ້ອງ​​ສອງ​ຝ່າຍ​ເຂົ້າ​ຮ່ວມ.

_8880054 hongmo 1

ທ່ານ ດຣ. ຄໍາ​ແພງ​ ໄຊ​ສົມ​ແພງ ​ໄດ້​ມີ​ຄໍາ​ເຫັນ​ໃນ​ບາງ​ຕອນ​ວ່າ: ​ໂຄງການ​ກໍ່ສ້າ​ງສູນ​ອົງຄະ​ທຽມ ​ແລະ ຟື້ນ​ຟູ​ສະມັດ​ຕະພາບ ​​ເຊິ່ງຕັ້ງຢູ່ບ້ານ​ນາ​ໝາກ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ​ແມ່ນ​ໂຄງການ​ຊ່ວຍ​ເຫລືອ​ລ້າ​ຈາກ​ລັດຖະບານ ​ແຫ່ງ ສສ ຫວຽດນາມ​ ໃຫ້​ແກ່​ລັດຖະບານ​ ແຫ່ງ ສປປ ລາວ ​ໃນ​ມູນຄ່າ​ 46,8 ຕື້​ດົງ (ສະກຸນ​ເງິນ​ຫວຽດນາມ) ຫລື ປະມານ 20 ຕື້​ກວ່າ​ກີບ, ​ໂຄງການ​ດັ່ງກ່າວ​ ໄດ້​ສ້າງ​ຂຶ້ນ​​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ອົງຄະ​ທຽມ, ການ​ບໍລິການ​ຟື້ນ​ຟູ​ສຸຂະພາບ​ ແລະ ນໍາ​ໃຊ້​ອຸປະກອນ​ເຄື່ອງມື​ທີ່​ທັນ​ສະ​ໄໝ ​ໃຫ້​ແກ່​ພະນັກງານ​ອາວຸ​ໂສ​ປະຕິວັດ​ເສຍ​ອົງຄະ​ ຈາກ​ການ​ສູ້​ຮົບ ​ແລະ ຮັບ​ໃຊ້​ການ​ສູ້​ຮົບ​ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ລວມ​ເຖິງ​ຜູ້​ເສຍ​ອົງຄະ ​ແລະ ພິການ​ໃນ​ສັງຄົມ​ຂອງ​ລາວ ​ເຊິ່ງພາຍຫລັງ​ໂຄງການ​ໄດ້​ຖືກ​ອະນຸມັດ ​ຈາກ​ສອງ​ລັດຖະບານ​ຫວຽດນາມ ​ແລະ ລາວ, ​ໂຄງການ​ໄດ້​ກໍ່​ສ້າງ​ດ້ວຍ​ໄລຍະ​ເວລາ 18 ​ເດືອນ​ ​ເລີ່​ມ​ແຕ່​ເດ​ືອນສິງຫາ 2014 ຫາ ​ເດືອນ​ທັນວາ 2015 ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ ຊີ້​ນໍາໆ​ພາ​ຂອງ​ການ​ນໍາ​ຂັ້ນ​ສູງ​ຂອງ​ລັດຖະບານ ກໍ​ຄື​ ຄະນະ​ນໍາ​ຂອງ​ສອງ​ກະຊວງ ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ຕິດຕາມ​ກວດກາ, ຊຸກຍູ້ ​ແລະ ຄ້ມ​ຄອງ​ຂອງ​ຄະນະ​ຮັບຜິດຊອບ​ໂຄງການ ຝ່າຍ​ລາວ ​ແລະ ຝ່າຍ​ຫວຽດນາມ​, ພ້ອມ​ດ້ວຍ​ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ ​ແລະ ບໍລິສັດ​ຜູ້​ຮັບ​ເໝົາ​ກໍ​່ສ້າງ ກໍ​ຄື ອໍານາດ​ການ​ປົກຄອງ​ແຂວງ, ​ເມືອງ ​ແລະ ບ້ານ ​ຈຶ່ງ​ເຮັດ​ໃຫ້​ໂຄງການ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ສໍາ​ເລັດ​ຕາມ​ແຜນການ​ທີ່​ກໍານົດ​ໄວ້ ​ແລະ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ພິ​ເສດ ລະຫວ່າງ​ ສອງ​ຂະ​ແໜງ​ການ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ກໍ​ຄື ສອງ​ພັກ​ສອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ–ຫວຽດນາມ, ຫວຽດນາມ–ລາວ ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານ.

_8880054 hongmo 3

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...