Homeຂ່າວພາຍ​ໃນນ.ວ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ ແລະ ອັດຕາການຂະຫຍາຍຕົວເສດຖະກິດ

ນ.ວ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ ແລະ ອັດຕາການຂະຫຍາຍຕົວເສດຖະກິດ

Published on

ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຮຽກຮ້ອງ​ທຸກ​ພາກສ່ວນ ສືບຕໍ່​ເອົາໃຈໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ ພ້ອມ​ຮັກສາ​ຈັງຫວະ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ພາຍຫຼັງ​ການຈັດຕັ້ງ​ປະຕິບັດ​ໃນ​ແຕ່​ລະ​ຂົງເຂດ​ວຽກ​ງານ ໃນ​ປີ 2013 ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ດ້ານ ໂດຍ​ສະເພາະ ເສດຖະກິດ​ຂະຫຍາຍຕົວ​ໃນ​ລະດັບ 12,7% ໂຕ​ເລກ​ແຜນການ​ແມ່ນ 12,6%.

ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ກ່າວ​ໃນ​ພິທີ​ສະເຫຼີມສະຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ 2013 ແລະ ຕ້ອນຮັບ​ປີ​ໃໝ່ 2014 ທີ່​ຜ່ານ​ມາ ມີ​ບາງ​ຕອນ​ສຳ​ຄັນວ່າ: ນະຄອນຫຼວງ​ວຽງ​ຈັນ ຕະຫຼອດ​ໄລຍະ 1 ປີຜ່ານມາ ດ້ວຍ​ຄວາມ​ສູ້​ຊົນ​ບຸກ​ບືນ​ຂອງ​ທຸກ​ພາກສ່ວນ ໄດ້​ເຮັດ​ໃຫ້​ນະຄອນຫຼວງ​ວຽງ​ຈັນ​ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ ທີ່​ເປັນ​ໜ້າ​ພາກພູມ​ໃຈ ເປັນຕົ້ນ​ແມ່ນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ມີ​ຄວາມ​ໜັກ​ແໜ້ນ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ ແລະ ໄດ້​ຮັບ​ການ​ຍົກ​ລະດັບ​ໂດຍ​ພື້ນຖານ ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ​ຖືກ​ສະກັດ​ກັ້ນ​ແກ້​ໄຂ ໃຫ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ສຳລັບ​ໃນ​ປີ 2014 ແມ່ນ​ຈະ​ໄດ້​ພ້ອມ​ກັນ​ປະຕິບັດ​ບັນດາ​ຄາດໝາຍ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ກໍ່​ຄື​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງ​ຈັນ​ວາງ​ອອກ ໃຫ້​ປາກົດ​ຜົນ​ເປັນ​ຈິງ ເຮັດ​ໃຫ້​ນະຄອນຫຼວງ​ວຽງ​ຈັນ ສືບຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ສັງຄົມ​ມີ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ການ​ພັດທະນາ​ເສດຖະກິດ ສັງຄົມ ໃຫ້​ມີ​ການ​ຂະຫຍາຍຕົວ​ດີ​ຂຶ້ນ​ກວ່າ​ເກົ່າ ເອົາໃຈໃສ່​ສະກັດ​ກັ້ນ​ການ​ແກ້​ໄຂ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ ແລະ ສ້າງ​ນະຄອນຫຼວງ​ໃຫ້​ມີ​ຄວາມ​ສະຫງົບ ສະອາດ ສີຂຽວ ສຸຂະພາບ ແລະ ພັດທະນາ.

ອີງ​ຕາມ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2013-2014 ຂອງ​ນະຄອນຫຼວງ​ວຽງ​ຈັນ ເຫັນ​ໄດ້​ວ່າ: ເສດຖະກິດ-ສັງຄົມ ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ລື່ນ​ແຜນການ 0,1% ໃນ​ນັ້ນ ຂະແໜງ​ກະສິກຳ-ປ່າໄມ້ ເພີ່ມ​ຂຶ້ນ 7,4% ກວມ​ເອົາ 19,4% ຂອງ GDP ອຸດສາຫະກຳ​ເພີ່ມ​ຂຶ້ນ 15,9% ກວມ​ເອົາ 45,4% ຂອງ GDP ການ​ບໍລິການ​ເພີ່ມ​ຂຶ້ນ 10,1% ກວມ​ເອົາ 35,2% ຂອງ GDP ສ່ວນ​ການ​ລົງທຶນ​ສາມາດ​ປະຕິບັດ​ໄດ້ 10.938,35 ຕື້​ກີບ ລື່ນ​ແຜນການ 9,02% ໃນ​ນັ້ນ ການ​ລົງທຶນ​ຂອງ​ລັດ​ມີ 705 ໂຄງການ ມູນ​ຄ່າ 419.847 ລ້ານ​ກີບ ການ​ລະດົມ​ທຶນ​ຊ່ວຍເຫຼືອ​ເຂົ້າ​ໃນ​ການ​ພັດທະນາ​ຈາກ​ການ​ກູ້​ຢືມ ແລະ ຊ່ວຍເຫຼືອ​ລ້າ​ຈາກ​ຕ່າງປະເທດ (ODA) ປະຕິບັດ​ໄດ້ 669,27 ຕື້​ກີບ ທຽບໃສ່​ຄາດໝາຍ​ທີ່​ວາງ​ໄວ້ (41,43 ຕື້​ກີບ) ເທົ່າ​ກັບ 16 ເທື່ອ ສະເພາະ​ທຶນ​ກູ້​ຢືນ ແລະ ທຶນ​ຊ່ວຍເຫຼືອ​ລ້າ​ທີ່​ນອນ​ຢູ່​ໃນ​ແຜນທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ ປະຕິບັດ​ໄດ້ 20 ໂຄງການ ມູນ​ຄ່າ 11,28 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຫຼື ປະມານ 89,16 ຕື້​ກີບ ທຽບໃສ່​ແຜນການ (41,43 ຕື້​ກີບ) ປະຕິບັດ​ໄດ້​ລື່ນ​ຄາດໝາຍ 2 ເທື່ອ ແລະ ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ທັງ​ພາຍ​ໃນ-ຕ່າງປະເທດ ອີງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ທະນາຄານ​ສົ່ງເສີມ​ກະສິກຳ ແລະ ທະນາຄານ​ນະໂຍບາຍ ແມ່ນ​ໄດ້​ອະນຸຍາດ​ໃຫ້​ເອກະ​ຊົນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ລົງທຶນ​ຢູ່​ເຂດ​ນະຄອນຫຼວງ​ວຽງ​ຈັນ ທັງ​ໝົດ 1.276 ໂຄງການ ມູນ​ຄ່າ 1,107 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 8.634 ຕື້​ກວ່າ​ກີບ ທຽບໃສ່​ຄາດໝາຍ​ທີ່​ວາງ​ໄວ້ (8.527,74 ຕື້​ກີບ) ແມ່ນ​ລື່ນ​ຄາດໝາຍ 1,25%.

 

ທີ່ມາ http://www.vientianemai.net/teen/khao/1/11012

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...