spot_img
Homeຂ່າວການສຶກສາທູດຈີນມອບ 50,000 ໂດລາ ໃຫ້ນັກສຶກສາ ມ.ຊ 50 ຄົນ ທີ່ຮຽນເກັ່ງ ແຕ່ຄອບຄົວທຸກຍາກ!

ທູດຈີນມອບ 50,000 ໂດລາ ໃຫ້ນັກສຶກສາ ມ.ຊ 50 ຄົນ ທີ່ຮຽນເກັ່ງ ແຕ່ຄອບຄົວທຸກຍາກ!

Published on

E1-1

ວັນທີ 22 ທັນວານີ້ ທີ່ຫ້ອງປະຊຸມມະຫາວິທະຍາ ໄລແຫ່ງຊາດ (ມຊ) ໄດ້ມີພິ ທີມອບ – ຮັບທຶນການສຶກສາຄັ້ງ ທີ 2 ໃຫ້ (ມຊ), ກ່າວມອບໂດຍ ແມ່ນທ່ານ ກວນຮົວປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະ ຫາວິທະຍາໄລແຫ່ງຊາດລາວ, ມີບັນດາພະແນກການກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງການມອບ ຮັບທຶນການສຶກສາຈາກທູດ ສປ ຈີນ ຄັ້ງທີ 2 ຈຳນວນ 50.000 ໂດລາສະຫະລັດ ເພື່ອມອບໃຫ້ແກ່ນັກສຶກສາປີທີ 1 ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີ ການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ ຈຳນວນ 50 ຄົນ (ຍິງ 23 ຄົນ) ຈາກຜູ້ສະໝັກ ທັງໝົດ 126 ຄົນ, ຄັດເລືອກ ເຂົ້າສຳພາດ 76 ຄົນ. ເງິນທີ່ ໄດ້ຮັບ ແມ່ນຈະໄດ້ມອບໃຫ້ ນັກສຶກສາ ເພື່ອນຳໃຊ້ເຂົ້າໃນ ການສຶກສາຮ່ຳຮຽນຕະຫຼອດ ໄລຍະ 4 ປີ ໂດຍສະເລ່ຍຄົນ ລະ 8 ລ້ານກີບ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...