spot_img
Homeຂ່າວການພັດທະນາກະຊວງສາທາຯ ສະຫລຸບຖອດຖອນບົດຮຽນ ການຕ້ານ-ຄວບຄຸມພະຍາດ ໄຂ້ຍຸງລາຍ ປະຈຳປີ 2015

ກະຊວງສາທາຯ ສະຫລຸບຖອດຖອນບົດຮຽນ ການຕ້ານ-ຄວບຄຸມພະຍາດ ໄຂ້ຍຸງລາຍ ປະຈຳປີ 2015

Published on

ABC_6436 hongmo 1

ຂປລ. ​ກອງ​ປະຊຸມ​ສະຫລຸບ​ຖອດ​ຖອນ​ບົດຮຽນ ​ກ່ຽວ​ກັບ​ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ ປະ​ຈຳ ປີ 2015 ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 24 ທັນວາ 2015 ນີ້ ຢູ່ນະຄອນ​ຫລວງ​ວຽງ​ຈັນ​ ​ໂດຍ​ມີທ່ານ ສຈ.ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ, ບັນດາ​ຮອງ​ເຈົ້າ​ແຂ​ວງ, ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ ​ແລະ ຜູ້​ຕາງໜ້າ​ອົງການ​ອະນາ​ໄມ​ໂລກ ​ປະ​ຈຳ ສປປ ລາວ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ດັ່ງກ່າວ, ​ໄດ້​ສະຫລຸບ​ສະພາບການລະບາດຂອງ​ໄຂ້​ຍຸງ​ລາຍ, ວາງ​ມາດ​ຕະການ ແລະ ກິດຈະ​ກຳ​ທີ່​ໄດ້​ຈັດຕັ້ງປະຕິບັດ, ຕີ​ລາຄາ​ຈຸດ​ດີ, ຂໍ້ຄົງ​ຄ້າງ​, ການປ້ອງກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​​ລາຍໃນຕໍ່ໜ້າ.

ທ່ານ ສຈ.ດຣ. ເອກ​ສະຫວ່າງ ວົງ​ວິຈິດ ​ໄດ້​ລາຍ​ງານ​​ໃຫ້​ຮູ້​ວ່າ: ​ການຈັດຕັ້ງປະຕິບັດ​ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ໄຂ້​ຍຸງ​ລາຍ​ ຢູ່ ສປປ ລາວ ໃນ​​ໄລຍະຜ່ານມາ ​ແມ່ນ​​ປະຕິບັ​ດ​ໄດ້​ດີ​​ສົມຄວນ ​ເຊິ່ງ​ໃນ​ທົ່ວ​ປະ​ເທດ ມີ​ຄົນ​ໄຂ້​ທີ່​ຕິດ​ເຊື້ອ​ໄຂ້ຍຸງລາຍ​ 1.775 ກໍລະນີ ບໍ່​ມີ​ຜູ້ເສຍ​ຊີວິດ, ຖ້າ​ທຽບ​ໃສ່​ບັນດາ​ປະ​ເທດ​​ໃກ້​ຄຽງ. ​ໄຂ້ຍຸງ​ລາຍ​ຍັງ​ສືບຕໍ່​ລະບາດ​ຢູ່​ ປະ​ເທດ​ມາ​ເລ​ເຊຍ​ ມີ​ຈຳນວນຄົນ​ເປັນ​ໄຂ້ຍຸງ​ລາຍ​ເຖິງ 102.801 ກໍລະນີ, ​ເສຍ​ຊີວິດ 283 ກໍລະນີ, ປະ​ເທດ​ຟິລິບ​ປິນ ມີ 124.728 ກໍລະນີ, ​ເສຍ​ຊີວິດ 374 ກໍລະນີ, ສສ ຫວຽດນາມ ມີ 39.410 ກໍລະນີ, ​ເສຍ​ຊີວິດ 31 ກໍລະນີ, ປະ​ເທດ​ສິງກະ​ໂປ​ ມີ 8.786 ກໍລະນີ, ບໍ່​ມີ​ຜູ້​ເສຍ​ຊີວິດ, ປະ​ເທດ​ໄທ​ ມີ 117.012 ກໍລະນີ, ​ເສຍ​ຊີວິດ 113 ກໍລະນີ ​ແລະ ປະ​ເທດ​ກຳປູ​ເຈຍ 12.218 ກໍລະນີ ເສຍ​ຊີວິດ 34 ກໍລະນີ.

​ ທ່ານ ສຈ.ດຣ. ເອກ​ສະຫວ່າງ ວົງ​ວິຈິດ​ໄດ້​ຮຽກຮ້ອງໃຫ້​ພາກສ່ວນ​ກ່ຽວຂ້ອງເອົາ​ໃຈ​ໃສ່​ໂຄສະນາ​ ໃຫ້​ປະຊາຊົນ​ມີ​ຄວາມ​ເ​ຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ຮ້າຍ ​ແລະ ຜົນ​ເສຍ​ຫາຍ​ ຈາກ​ການ​ເປັນ​ໄຂ້ຍຸງ​ລາຍ, ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ມີ​ຄວາມ​ຮັບຜິດຊອບ, ​ເອົາ​ໃຈ​ໃສ່​ຊີ້ນຳໆ​ພາ​ປະຊາຊົນ​​ຈັດຕັ້ງປະຕິບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ​ຢ່າງ​​ໃກ້​ຊິດ​, ໃຫ້​ແຕ່​ລະ​ຄອບຄົວ​ມີ​ສ່ວນ​ຮ່ວມ​ໃນ​ການກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ ຕາ​ມບໍລິເວນ​ເຮືອນ​ຊານ​ຢ່າງ​ສະໝ່ຳສະ​ເໝີ, ​ ຄູ​ອາຈານ​ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ​ນັກຮຽນ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ກຳຈັດ​ຍຸງ​ລາຍ ຕາ​ມສະຖານ​ທີ່​ເພາະ​ພັນ​ຂອງ​ຍຸງ​ລາຍ ຢູ່​ໂຮງຮຽນ ແລະ ​ເຮືອນ​ຂອງ​ຕົນ, ໃຫ້​ທຸກຂະ​ແໜງ​ການ​ມີ​ສ່ວນ​ຮ່ວມ​ ໃນ​ການ​ປະຕິບັດ​ກິດຈະ​ກຳ​ຕ່າງໆ ​ໃນ​ການກຳຈັດ ແຫລ່ງ​ເພາະ​ພັນ​​ຍຸງ​ລາຍ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...