spot_img
Homeຂ່າວເຫດການກະຊວງການຕ່າງປະເທດສະຫລຸບ ຜົນງານປະຈຳປີ 2015

ກະຊວງການຕ່າງປະເທດສະຫລຸບ ຜົນງານປະຈຳປີ 2015

Published on

_8880025 thongloun 1

ຂປລ. ກະຊວງ​ການ​ຕ່າງປະ​ເທດ ​ສະຫລຸບ​ຜົນງານ​ການ​ເຄື່ອນ​ໄຫວ​ວຽກງານ ປະຈຳ​ປີ 2015 ຂຶ້ນ​ໃນ​ວັນ 25 ທັນວາ 2015 ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ,​ລັດຖະມົນຕີ​ວ່າ ການ ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ພະນັກງານ​ອາວຸ​ໂສ ​ແລະ ພະນັກງານ​ກະຊວງ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ນີ້ ທ່ານ ບຸນ​ເຫລືອ ພັນ​ດາ​ນຸວົງ ຫົວໜ້າຫ້ອງການ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຜ່ານ​ບົດ​ສະ ຫລຸບ ຜົນງານ​ການ​ເຄື່ອນ​ໄຫວ​ວຽກງານໃນໜຶ່ງປີຜ່ານມາ, ສັງເກດ​ຕີ​ລາຄາ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ, ສະຫລຸບ​ການ​ເຄື່ອນ​ໄຫວ ຜົນງານທີ່​ພົ້ນ​​ເດັ່ນ​ຂອງ​ວຽກງານ​ການ​ຕ່າງປະ​ເທດ ​​ປີ 2015 ​ແລະ ທິດ​ທາງ​ແຜນການ​ຈຸດ​ສຸມ ​ໃນ​ປີ 2016, ​ ໄດ້​ສ້າງສາ​ຍພົວພັນ​ການ​ທູດ ກັບ 138 ປະ​ເທດ, ມີ​ສຳນັກງານ​ຕາງໜ້າທູດ ທັງໝົດ 38 ​ແຫ່ງ ຢູ່ 27 ປະ​ເທດ ​ໃນ​ນັ້ນ​ມີ​ສະຖານທູດ 26 ​ແຫ່ງ, ສຳນັກງານ​ຕາງໜ້າຖວອນ 3 ​ແຫ່ງ ​ແລະ ສຳນັກງານ​ສາກົນ​ສຸນ​ໃຫ່ຍ 9 ​ແຫ່ງ, ​ວຽກງານ​ການ​ເຄື່ອນ​ໄຫວ​​ການ​ຕ່າງປະ​ເທດຢູ່​ໃນ​ທ່າ​ບຸກ, ​ໂດຍ​ຍຶດໝັ້ນ​ແນວທາງ “ສັນຕິພາບ ​ເອກະລາດ ​ແລະ ການ​ຮ່ວມ​ມື ” ຢ່າງ​ສະ​ເໝີຕົ້ນ​ສະ​ເໝີປາຍ, ການ​ພົວພັນ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ​ໄດ້​ສືບ​ຕໍ່​ເປີດ​ກວ້າງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຍິ່ງ​ຂຶ້ນ, ​ໄດ້​ສະ​ແດງ​ອອກ​ເຖິງ​ການຢ້ຽມຢາມ​ ລະ​ຫວ່າງການ​ນຳ​ຂັ້ນ​ສູງ​ກັບປະ​ເທດ​ຕ່າງໆຢ່າງ​ເປັນ​ປົກກະຕິ, ​ໃນ​ຂອບ​ຫລາຍ​ຝ່າຍ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເຈົ້າ​ການ ​ແລະ ສາ ມາດ ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຂອງ ສປປ ລາວ ຢູ່​​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ ​ເຊັ່ນ: ​ເວທີ​ອາຊຽນ, ​ເວທີ​ອາ​ເຊັມ, ອົງການ​ການ​ຄ້າ​ໂລກ, ອົງການ​ສະຫະ​ປະຊາ​ຊາດ ​ເປັນ​ຕົ້ນ. ນອກ​ນັ້ນ, ​ໄດ້​ສຳ​ເລັດ​ການ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ລະດັບ​ພາກ​ພື້ນ ​ແລະ ສາກົນ​ ທີ່ສຳຄັນ​ຫລາຍ​ຄັ້ງ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ​ເປັນ​ຕົ້ນ ກອງ ​ປະຊຸມ​ໂຕະມົນ ຄັ້ງ​ທີ 12 ກອງ​ປະຊຸມ​ລະດັບ​ລັດຖະມົນຕີ ​ເຂດ​ສາມ​ຫລ່ຽມພັດທະນາ ກຳ​ປູ​ເຈຍ-​ລາວ-​ຫວຽດນາມ CLV ຄັ້ງ​ທີ 10, ກອງະ​ຊຸມ​ໃຫຍ່ ຄັ້ງ​ທີ 3 ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກອງ​ປະຊຸມ​ອື່ນໆ.

_8880025 thongloun 2

ທິດ​ທາງ​ແຜ​ນການ​ໃນ​ນຕໍ່ໜ້າ ​ແມ່ນ​ສືບ​ຕໍ່​ຍົກ​ສູງ​ບົດບາດ​ເປັນ​ເສນາ​ທິການ ໃຫ້​ຂັ້ນ​ເທິງ​ດ້ານ​ການ​ຕ່າງປະ​ເທດ, ຢຶດໝັ້ນ ​ໃນ​ແນວທາງ​ການ​ຕ່າງປ​ະ​ເທດ​ຂອງ​ພັກ, ​ເປີດ​ກວ້າງ​ການ​ພົວພັນ​ສາກົນ​ຢ່າງ​ມີ​ຈຸດ​ສຸມ ​ແລະ ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ສູ່​ປະ​ເທດ​ຊາດ, ປັບປຸງ​ກົນ​ໄກ​ການ​ປະສານ​ງານ ​ແລະ ຄຸ້ມ​ຄອງ​ວຽກງານ​ການ​ຕ່າງ ປະ​ເທດ​ຜ່ານ​ປະຕູ​ດຽວ, ສູ້​ຊົນ​ແກ້​ໄຂ​ຈຸດ​ຄົງ​ຄ້າງ​ເສັ້ນ​ຊາຍ​​ແດນ ​ ກັບປະ​ເທດ​ເພື່ອນ​ບ້ານ​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ,​ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂະ​ແໜງການ​ຕ່າງປ​ະ​ເທດ​ຂັ້ນ​ທ້ອງ​ຖິ່ນ ​ເພື່ອ​ຮັບປະກັນ​ຄວາມພ້ອມສຳລັບ​ການ​ເຊື່ອມ​ໂຍງ-​ເຊື່ອມຈອດ​ພາກ​ພື້ນ ​ແລະ ສາກົນ​ ໃຫ້​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...