spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງຍຸຕິທຳ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງຍຸຕິທຳ ສສ ຫວຽດນາມ

Published on

ABC_6632 thongsing 1

ຂປລ. ​ໃນ​ຕອນ​ເຊົ້າວັນ​ທີ 25 ທັນວາ 2015, ສະຫາຍ ທອງ​ສິງ ​ທຳ​ມະ​ວົງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ ຂອງຄະນະ​ຜູ້​ແທນ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ​ເຊິ່ງນຳ​ໂດຍ ສະຫາຍ ດຣ. ຮ່າ ຮຸ໋ງ​ເກືອ​ງ ກຳມະການ​ສູນ​ກາງ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ສສ ຫວຽດນາມ ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ແຕ່​ວັນ​ທີ 24-30 ທັນວາ 2015 ​ເພື່ອ​ແລກປ່ຽນ​ບົດຮຽນ ​ດ້ານ​ວຽກ​ງານ​ຍຸຕິ​ທຳ ກັບ​ກະຊວງ​ຍຸຕິ​ທຳຂອງ​ລາວ.

​ ໃນ​ການ​ຕ້ອນຮັບ, ສະຫາຍ ທອງ​ສິງ ທຳ​ມະ​ວົງ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ມາ​ຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ຜູ້​ແທນ ກະຊວງ​ຍຸຕິ​ທຳ ສສ ຫວຽ​ດນາມ ​ເຊິ່ງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ​ ສອງ​ພັກ-ສອງ​ລັດ ກໍ​ຄື ສອງ​ກະຊວງ​ຍຸຕິ​ທຳ ​ໃຫ້​ນັບ​ມື້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ທັງ​ເປັນ ​ການ​ປະກອບສ່ວນ​ເພີ່ມ​ທະວີ ​ໃຫ້​ວຽກ​ງານ​ຍຸ​ຕິທຳ​ຂອງ ລາວ-ຫວຽດນາມ ນັບ​ມື້​ມີ​ຄວາມ​ກ້າວໜ້າ ​ແລະ ເຂັ້ມ​ແຂງຂຶ້ນ​ໄປ​ເລື້ອ​ຍໆ.

ພ້ອມ​ນີ້, ສະຫາຍ ດຣ. ຮ່າ ຮຸ໋ງ​ເກືອ​ງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຂອງການ​ນຳ​ຂັ້ນສູງລາວ, ພ້ອມ​ທັງ​ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ນຳ​ກະຊວງ​ຍຸຕິ​ທຳ ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ ໃນ​ການ​ມາ​ ເຄື່ອນ​ໄຫວຢ້ຽມຢາມ ​ແລະ ​ເຮັດ​ວຽກ​ໃນ​ຄັ້ງນີ້ ​ເຊິ່ງຈະ​ເປັນ​ການ​ເສີມ​ສ້າງ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ວິຊາ​ການ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ບຸກຄະລາ​ກອນ ​ແລະ ອື່ນໆ ໃນ​ຂະ​ແໜງການ​ຍຸຕິ​ທຳ​ຂອງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້ຂະຫຍາຍຕົວ ​ແລະ ​ກວ້າງຂວາງ​ຍິ່ງໆ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...