spot_img
Homeຂ່າວທ້ອງຖິ່ນເມືອງສັງທອງ ຈັດງານຕະຫຼາດນັດ ເພື່ອສົ່ງເສີມສິນຄ້າພາຍໃນ

ເມືອງສັງທອງ ຈັດງານຕະຫຼາດນັດ ເພື່ອສົ່ງເສີມສິນຄ້າພາຍໃນ

Published on

f3d85c0f91d86a33af7cc51563773832

ໃນ​ລະຫວ່າງ​ວັນ​ທີ 23-25 ທັນວາ 2015 ເມືອງ​ສັງ​ທອງ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ງານ​ຕະຫຼາດ​ນັດວາງສະແດງ​ສິນຄ້າ ຜະລິດ​ຕະ​ພັນ​ກະສິກຳ ອຸດ​ສາ​ຫະກຳ-ຫັດຖະກຳ ແລະ ເປີດ​ນຳ​ໃຊ້ຕະຫຼາດ​ບ້ານ​ໂຄກ​ແຫ້​ຂຶ້ນ ​ທີ່​ຕະຫຼາດ​ບ້ານ​ດັ່ງກ່າວ ມີ​ທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າຄອງ​ນະຄອນຫຼວງ ບັນດາ​ເຈົ້າເມືອງ ຮອງ​ເຈົ້າເມືອງ ພະ​ແນກການ​ອ້ອມ​ຂ້າງ​ນະຄອນຫຼວງ ຫ້ອງການ​ອ້ອມ​ຂ້າງ​ເມືອງ ເລຂາພັກ​ບ້ານ ນາຍບ້ານ ຫ້າງ​ຮ້ານ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໃນ​ພິທີ​ທ່ານ ຄຳ​ໝູນ ຕຽງທະ​ລາດ ເຈົ້າເມືອງ​ສັງ​ທອງ ໄດ້ກ່າວ​ວ່າ: ງານ​ຕະຫຼາດນັດ​ໄດ້​ຈັດຂຶ້ນ​ທຸກໆ​ປີ ຈຸດປະສົງ​ເພື່ອ​ເປັນການຈັດຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ກອງ​ປະຊຸມໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ນວ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ​ເມືອງສັງ​ທອງ ໃຫ້​ປາກົດ​ຜົນ​ເປັນ​ຈິງ ເປັນ​ການ​ສະເຫຼີມສະຫຼອງ 2 ວັນປະຫວັດສາດ ແລະ ເພື່ອ​ສ້າງໂອກາດ​ຊຸກຍູ້​ສົ່ງເສີມ​ຜະລິດ​ຕະພັນ​ສິນຄ້າ​ຂອງ​ພໍ່​ແມ່​ປະຊາຊົນ ບັນດາ​ຫົວໜ່ວຍ​ທຸລະ​ກິດ ວິ​ສາຫະ​ກິດ​ຂະໜາດ​ນ້ອຍ ກາງ ຄອບຄົວ​ຕົວ​ແບບ ໄດ້​ວາງສະແດງ-ຂາຍ​ສິນຄ້າໃຫ້​ປະຊາຊົນ​ພາຍໃນ​ເມືອງ​ສັງ​ທອງ ກໍ່​ຄືຊາວ ນວ ໄດ້​ຊົມໃຊ້​ຜະລິດ​ຕະ​ພັນ​ສິນຄ້າທີ່​ມີ​ຫຼາຍ​ປະເພດ ແລະ ຜະລິດ​ຕະພັນ​ໃໝ່ໆ ທີ່​ໄດ້​ຜະລິດ​ອອກ​ມາ​ໃນແຕ່​ລະ​ປີ ເປັນ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ຜະລິດ ການ​ຕະຫຼາດ ການ​ບໍລິການ ແລະ ປະສົບ​ການຕ່າງໆ ເພື່ອ​ພັດທະນາ ແລະ ປັບປຸງ​ກິດຈະການ​ຂອງ​ຕົນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ເພີ່ມ​ຄວາມ​ສາມາດໃນ​ການ​ແຂ່ງຂັນ ແລະ ສ້າງຄວາມ​ກຽມພ້ອມ​ການ​ເຂົ້າ​ຮ່ວມ ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ທ້າຍ​ປີ 2015 ແລະ ເພື່ອ​ເປັນການ​ເປີດ​ຕະຫຼາດ​ບ້ານ​ໂຄກ​ແຫ້ ໃຫ້​ເປັນ​ບ່ອນ​ຊື້-ຂາຍ​ແລກປ່ຽນສິນຄ້າ ການ​ບໍລິການ ແລະ ສ້າງໃຫ້​ກາຍເປັນ​ຕະຫຼາດ​ຕົວ​ແບບຂອງ​ເມືອງ​ສັງ​ທອງ ​ໃນຕໍ່ໜ້າ​ຕື່ມອີກ.

ພາຍ​ໃນ​ງານ​ຕະຫຼາດນັດ​ຄັ້ງ​ນີ້ ມີ​ບັນດາ​ຫ້າງ​ຮ້ານ​ພາຍ​ໃນ​ເມືອງ ເຂົ້າ​ມາ​ຮ່ວມ​ວາງສະແດງ​ຂາຍສິນຄ້າ ຈຳນວນ 33 ຫົວໜ່ວຍ ເຊັ່ນ: ກຸ່ມ​ຫັດຖະກຳ​ຈັກສານ ແລະ ເຟີ​ນີ​ເຈີ​ໄມ້ປ່ອງ 1 ຫົວໜ່ວຍ ຄອບຄົວ​ຕົວ​ແບບ​ທາງດ້ານ​ກະສິກຳ​ບ້ານ 4 ຫົວໜ່ວຍ ເຟີ​ນີ​ເຈີ​ແກະສະຫຼັກ 3 ຫົວໜ່ວຍ ສູນ​ກະສິກຳ​ຫ້ວຍ​ຄຳ ແລະ ນາລາດ 1 ຫົວໜ່ວຍ ບໍລິສັດ​ ບົວ​ລະພາກະສິກຳ-ປ່າໄມ້ ຈຳກັດ 1 ຫົວໜ່ວຍ ບໍລິສັດ ລາວ​ອາ​ໂກ​ເອເຊຍ 1 ຫົວໜ່ວຍ ສິນຄ້າ​ໂອ​ດ໋ອບມາ​ຈາກ​ຕ່າງ​ເມືອງ 4 ຫົວໜ່ວຍ ຮ້ານ​ອາຫານ 4 ຫົວໜ່ວຍ ເຄື່ອງລະ​ຫຼິ້ນ​ຕ່າງໆ ແຜງ​ລອຍ 13 ຫົວໜ່ວຍ ວົງ​ດົນຕີ 1 ວົງ ລວມ​ມູນຄ່າ​ສິນຄ້າ​ທີ່​ນຳ​ມາ​ວາງສະແດງ ທັງ​ໝົດ 173 ລ້ານ​ກີບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...