spot_img
Homeລົດຍົນ-ຍານພາຫະນະພຽງ 1 ເດືອນ ເສຍຊີວິດເຖິງ 27 ຄົນ ຈາກອຸບັດເຫດ

ພຽງ 1 ເດືອນ ເສຍຊີວິດເຖິງ 27 ຄົນ ຈາກອຸບັດເຫດ

Published on

ອຸບັດເຫດ​ທີ່​ເກີດ​ຂຶ້ນ​ຕາມ​ທ້ອງ​ຖະໜົນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ປະຈຳ​ເດືອນ​ມັງກອນ 2014 (16/12/2013-15/01/2014) ເກີດ​ຂຶ້ນ​ທັງ​ໝົດ 164 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ 27 ຄົນ ຖ້າ​ທຽບໃສ່​ໃນ​ເດືອນ​ທີ່​ຜ່ານ​ມາ ອຸບັດເຫດ​ແມ່ນ​ເພີ່ມ​ຂຶ້ນ 25 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເຖິງ 5 ຄົນ ເມືອງ​ໄຊ​ທານີ ເກີດ​ອຸບັດເຫດ​ຫຼາຍ​ກວ່າ​ໝູ່ 35 ຄັ້ງ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ປະມານ 1 ຕື້​ກວ່າ​ກີບ.

ຈາກ​ອຸບັດເຫດ​ທີ່​ເກີດ​ຂຶ້ນ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ຜູ້​ບາດເຈັບ​ເລັກ​ນ້ອຍ 97 ຄົນ ສົມຄວນ 114 ຄົນ ສາຫັດ 32 ຄົນ ຜົນ​ເສຍ​ຫາຍ​ທາງ​ດ້ານ​ພາຫະນະ​ເປ່​ເພ​ເລັກ​ນ້ອຍ 115 ຄັນ ສົມຄວນ 204 ຄັນ ໃຊ້​ການ​ບໍ່​ໄດ້ 1 ຄັນ ຄົນ​ຂັບ​ບາດເຈັບ​ເລັກ​ນ້ອຍ 84 ຄົນ ສົມຄວນ 83 ຄົນ ສາຫັດ 29 ຄົນ ເສຍ​ຊີວິດ 19 ຄົນ ສ່ວນ​ຜູ້​ຊ້ອນ​ທ້າຍ​ບາດເຈັບ​ເລັກ​ນ້ອຍ 12 ຄົນ ສົມຄວນ 23 ຄົນ ສາຫັດ 2 ຄົນ ເສຍ​ຊີວິດ 3 ຄົນ ນອກຈາກ​ນີ້​ຍັງ​ມີ​ລົດ​ຕຳ​ຄົນ​ຍ່າງ​ເສຍ​ຊີວິດ 5 ຄົນ ອຸບັດເຫດ​ສ່ວນ​ໃຫຍ່​ແມ່ນ​ເກີດ​ຢູ່​ໃນ​ກຸ່ມ​ອາຊີບ​ກຳມະກອນ ຮອງ​ລົງ​ມາ​ແມ່ນ​ນັກ​ສຶກ​ສາ.

ສາຍເຫດ​ຫຼັກ​ຂອງ​ການ​ເກີດ​ອຸບັດເຫດ​ຕາມ​ທ້ອງ​ຖະໜົນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ໃນ​ເດືອນ​ມັງກອນ 2014 ທີ່​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດເຈັບ ແລະ ເສຍ​ຊີວິດ​ນັ້ນ ກໍ່​ຍ້ອນ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະໜົນ ຍັງ​ລະເມີດ​ຕໍ່​ກົດ​ລະບຽບ​ຈາລະ​ຈອນ ເມົາ​ແລ້ວ​ຂັບ ບໍ່​ໃສ່​ໝວກ​ກັນ​ກະທົບ ໃຊ້​ຄວາມ​ໄວ​ເກີນ​ກຳນົດ ເຕັກນິກ​ລົດ​ບໍ່​ໄດ້​ມາດຕະຖານ.

 

ທີ່ມາ http://www.vientianemai.net/teen/khao/1/11009

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...