spot_img
Homeຂ່າວການພັດທະນາກະຊວງຍຸຕິທຳ ໄດ້ຮັບການຊ່ວຍເຫຼືອຈາກ 2 ພາກສ່ວນ

ກະຊວງຍຸຕິທຳ ໄດ້ຮັບການຊ່ວຍເຫຼືອຈາກ 2 ພາກສ່ວນ

Published on

8cfcfd48cca5985a12f353e5eaa120b0

ວັນ​ທີ 23 ທັນວາ 2015 ທີ່ກະຊວງ​ຍຸຕິ​ທຳ ທ່ານ Haji Emran Bahar ເອກ​ອັກ​ຄະ​ຣາຊະ​ທູດ​ບຣູ​ໄນ ດາ​ຣູ​ຊະ​ລາມ ປະຈຳ​ລາວ ໄດ້​ມອບ​ເງິນ​ຊ່ວຍເຫຼືອ ຈຳນວນ 200.000 ໂດ​ລາ​ສະຫະ​ລັດ ຫຼື ປະມານ 1,6 ຕື້​ກີບ ໃຫ້ແກ່​ກະຊວງ​ຍຸຕິ​ທຳ ​ເພື່ອ​ຈັດ​ຊື້​ພາຫະ​ນະ​ຮັບ​ໃຊ້ ໃຫ້​ແກ່ບັນດາ​ຫ້ອງການ​ຍຸຕິ​ທຳ​ເມືອງທົ່ວ​ປະເທດ ໂດຍ​ກ່າວ​ຮັບ​ຂອງທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະ​ມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໃນ​ວັນ​ດຽວ​ກັນ​ນີ້ ທ່ານ ເຢືອງ ວັນ ເຟືອງ ຫົວໜ້າ​ຕົວ​ແທນ​ທະນາ​ຄານ​ລົງທຶນ ແລະ ພັດທະນາຫວຽດນາມ ປະຈຳ​ລາວ ກໍ່​ໄດ້​ນຳເອົາ​ເຄື່ອງ​ຄອມ​ພິວ​ເຕີ ຈຳນວນ 20 ຊຸດ ມາ​ມອບ​ໃຫ້​ແກ່​ກະຊວງຍຸຕິ​ທຳ ເພື່ອ​ປະກອບສ່ວນ​ການພັດທະນາ​ຂະແໜງການ​ຍຸຕິ​ທຳ ໃນ​ຂອບ​ເຂດ​ທົ່ວ​ປະເທດ ໂດຍກ່າວ​ຮັບຂອງ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ຍຸຕິ​ທຳ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...