spot_img
Homeຂ່າວເຫດການບາງຄຳເຫັນຂອງ ສສຊ ຕໍ່ການກຳນົດວິໄສທັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບາງຄຳເຫັນຂອງ ສສຊ ຕໍ່ການກຳນົດວິໄສທັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

Published on

4deaa41c3e370ed449f4d26f11c9108e

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ໃນ​ວັນ​ທີ 23 ທັນວາ 2015 ທີ່​ສະພາ​ແຫ່ງ​ຊາດ ໂດຍເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ມີ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ສະມາຊິກ​ສະພາ​ແຫ່ງຊາດ (​ສສຊ) ແລະ ລັດ​ຖະ​ມົນຕີ​ວ່າການ ຊ່ວຍ​ວ່າການ​ກະຊວງຕ່າງໆ​ເຂົ້າ​ຮ່ວມ.

ສຳລັບ​ຕອນ​ເຊົ້າ ບັນດາ ​ສສຊ ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ ​ຕໍ່ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ຮ່າງ​ວິໄສ​ທັດ ຮອດ​ປີ 2030 ຍຸດ​ທະ​ສາດ​ຮອດ​ປີ 2025 ແລະ ຮ່າງ​ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ແລະ ແຜນ​ງົບປະມານແຫ່ງ​ລັດ 5 ປີ (2016-2020) ໃນ​ນີ້ ​ສສຊ ໄດ້​ສະແດງ​ຄວາມຊົມເຊີຍ​ຕໍ່​ຮ່າງ​ວິໄສ​ທັດ ຮອດ​ປີ 2030 ຍຸດ​ທະ​ສາດ​ຮອດ​ປີ 2025 ແລະ ຮ່າງ​ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ແລະ ແຜນ​ງົບປະມານແຫ່ງ​ລັດ 5 ປີ (2016-2020) ທີ່ພາກສ່ວນ​ກ່ຽວຂ້ອງຮ່າງ​ຂຶ້ນ​ມາ ເຫັນ​ວ່າ​ມີ​ຄວາມ​ຈະແຈ້ງ​ສົມຄວນ ແຕ່​ຢາກ​ໃຫ້​ໃຊ້​ຄຳ​ສັບ​ທີ່​ຄົບຖ້ວນ ກະທັດ​ຮັດ ແລະ ສ່ອງ​ແສງໃຫ້​ເຫັນ​ດ້ານ​ຕັ້ງໜ້າ​ກວ່າ​ເກົ່າ ເພື່ອ​ໃຫ້ການ​ວາງ​ຄາດໝາຍ​ຈັດຕັ້ງ​ປະຕິບັດ ​ມີ​ຄວາມ​ສອດຄ່ອງ ລະບຸ​ໃຫ້​ແຈ້ງການ​ມີ​ສ່ວນ​ຮ່ວມຂອງ​ປະຊາຊົນ ແລະ ສັງຄົມ ໃນການ​ປະຕິບັດ​ຍຸດ​ທະ​ສາດ​ດ້ານຕ່າງໆ​ຕື່ມ​ອີກ.

ສ່ວນ​ຕອນ​ບ່າຍ ​ພາຍ​ໃຕ້​ການເປັນ​ປະທານ​ຂອງທ່ານຮອງ​ປະທານ​ສະພາ ທີ່​ປະຊຸມ​ແມ່ນ​ໄດ້​ຮັບຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ ສະພາບ​ການຈັດຕັ້ງ​ປະຕິບັດ​ນະ​ໂຍບາຍ​ ຫຼຸດຜ່ອນ​ອັດຕາ​ດອກ​ເບ້ຍເງິນ​ກູ້ ແລະ ເງິນ​ຝາກ ໃນ​ການຊຸກຍູ້​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງໃຫ້​ພາກ​ທຸລະ​ກິດ​ພາຍ​ໃນ ໂດຍສະເພາະ ຂົງເຂດ​ອຸດສາຫະກຳ ອຸດສາຫະກຳ​ປຸງ​ແຕ່ງ ຫັດຖະກຳ ແລະ ການ​ຜະລິດ​ກະສິກຳ-ລ້ຽງສັດ ເພື່ອ​ສາມາດ​ແຂ່ງ​ໄດ້ເງື່ອນໄຂ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ຈາກ​ທ່ານ​ຜູ້​ວ່າທະນາຄານ​ແຫ່ງ ​ສປປ ລາວ ການ​ລາຍ​ງານ​ກ່ຽວ​ກັບ​ການ​ກະກຽມ​ຄວາມ​ພ້ອມ​ດ້ານ​ນະ​ໂຍບາຍ ແລະ ກົນ​ໄກ ການ​ປົກ​ປ້ອງຜູ້​ຜະລິດ​ພາຍ​ໃນ​ຂົງເຂດ​ອຸດ​ສາຫະ​ກຳ ອຸດສາຫະກຳ​ປຸງ​ແຕ່ງ ຫັດຖະກຳ ແລະ ການ​ຜະລິດ​ກະ​ສິກຳ-ລ້ຽງສັດ ເພື່ອ​ສາມາດ​ແຂ່ງໄດ້ເງື່ອນໄຂ​ເຂົ້າ​ເປັນ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ຈາກ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ຮັບ​ຟັງການ​ລາຍ​ງານ​ກ່ຽວ​ກັບ​ການ​ແກ້ໄຂ​ສະພາບ​ການ​ຄຸ້ມ​ຄອງ ຮ້ານບັນເທີງ ​ຮ້ານກິນ​ດື່ມ​ທີ່​ເປີດ​ກາຍກຳນົດ​ເວລາ ແລະ ບັນຫາ​ອື່ນໆຈາກ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ແລະ ຮັບຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການແກ້​ໄຂ​ບັນຫາ​ຄວາມ​ບໍ່​ສະຫງົບ ການ​ກໍ່​ອາ​ຊະ​ຍາ​ກຳ ແລະ ບັນຫາ​ຢາ​ເສບ​ຕິດ ຈາກ​ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ຈາກ​ນັ້ນ ​ສສຊ ກໍ່​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດເຫັນ​ຕໍ່​ບັນດາ​ບັນຫາ​ທີ່​ເຫັນ​ວ່າບໍ່​ມີ​ ຄວາມ​ສອດຄ່ອງ ພ້ອມ​ທັງໄດ້​ຮັບ​ການ​ໃຫ້​ຄວາມ​ກະຈ່າງແຈ້ງ​ຈາກ​ພາກສ່ວນ​ກ່ຽວຂ້ອງ ຢ່າງ​ກົງ​ໄປ​ກົງ​ມາ ແລະ ມີ​ບັນ​ຍາກາດ​ທີ່​ສ້າງສັນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...