Homeຂ່າວການພັດທະນາສສຊ ແຂວງຊຽງຂວາງ ຕິດຕາມກວດກາ ຕາມພາລະບົດບາດຢ່າງເຂັ້ມແຂງ

ສສຊ ແຂວງຊຽງຂວາງ ຕິດຕາມກວດກາ ຕາມພາລະບົດບາດຢ່າງເຂັ້ມແຂງ

Published on

DSC_9508 sapha 1

*​ໃນ​ໄລຍະ 5 ປີຜ່ານມາ​ນີີ້ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງທີ 9 ​ແຂວງ​ຊຽງຂວາງ​ ໄດ້​ເອົາ​​ໃຈ​ໃສ່​ຈັດຕັ້ງປະຕິບັດ​​ພາລະ​ບົດບາດ​ຂອງຕົນ​ ໃນ​ນານ​ເປັນ​ຕົວ​ແທນ​ແຫ່ງ​ສິດຜົນປະໂຫຍ​ດ ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ບັນດາ​ເຜົ່າຢ່າງ​ເຂັ້ມງວດ ​ໂດຍ​ໄດ້​ລົງ​ພົບ​ປະ​ປະຊາຊົນ​​​​ໄດ້ທົ່ວ​ເຖິງ ທັງ​ໄດ້​ແກ້​ໄຂ​ຄຳຮ້ອງ​ຂໍ​ຄວາມ​ເປັນ​ທຳ​ເກືອບ​ໄດ້ 100%. ຂະນະ​ທີ່​ໄດ້​ລະດົມ​ທຶນ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ມູນ​ຄ່າ​ກວ່າ 14,4 ຕື້ກີບ ​ແລະ ຕິດຕາມ​ກວດ​ແຜນ​ງົບປະມານ​​ເຂົ້າ​ໃນ​ການ​ພັດທະນາ​ພື້ຶນຖານ ​ໂຄງ​ລ່າງ​ຢ່າງ​ຖືກຕ້ອງ.

​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມສະ​ໄໝສາມັນ ​ເທື່ອທີ 10 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VII ນີ້, ທ່ານ ບຸນ​ຕົ້ນ ຈັນທະ​ພອນ ສສຊ ​ເຂດ​ເລືອກ​ຕັ້ງທີ9 ​ແຂວງ​ຊຽງຂວາງ ໄດ້​ໃຫ້​ສຳພາດ​ວ່າ: ຜ່ານ​ມາ​ ພວກ​​ເຮົາກໍ​ໄດ້​​ເອົາ​ໃຈ​ໃສ່ລົງ​ພົບ​ປະ​ປະຊາຊົນ​ ​ເພື່ອ​​ເຜີຍແຜ່​ແນວທາງ​ນະ​ໂຍບາຍ ​ຂອງ​ພັກ-ລັດ, ​ຜົນສຳ​ເລັດ​ຂອງ​ວຽກ ງານ​ສະພາ​ແຫ່ງ​ຊາດກວມ​ 95% ຂອງ​ບ້ານ​ໃນ​ທົ່ວ​ແຂວງ​ຊຽງຂວາງ ໃນ​ນັ້ນກໍ​ຮູ້​ໄດ້​ຄວາມ​ຮັ່ງມີ​ຜາສຸກ​, ຄວາມທຸກຂອງ​ປະຊາຊົນວ່າ ຄວາມ​ຕ້ອງການ​ ຂອງ​ເຂົາ​ເຈົ້າມີ​ຫຍັງ​ແດ່​? ແລະ ອັນ​​ໃດ​ມີ​ຄວາມຈຳ​ເປັນ​ດ່ວນ​ ​ເຖິງ​ວ່າ​ລັດ​ມີ​ງົບປະມານ​ ໃນ​ການສ້າງສາພັດທະນາຈຳກັດ, ຄະນະ​ ສສຊ ກໍ​ໄດ້​ເອົາ​ໃຈ​ໃສ່​ລະດົມ​ທຶນ​ຈາກ​ຫລາຍ​ພາກສ່ວນສະມາຄົມ, ມູນ​ນິທິສາມາດປະກອບສ່ວນ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ແລະ ບັນດາ​ພະ​ແນ​ກການ​ຂອງ​ແຂວງ, ຂະແໜງການ​ຂອງ​ເມືອງ, ກຸ່ມ​ບ້ານ, ບ້ານ​ລວມຄ່າ​ກວ່າ 14,4 ຕື້ກີບ ​​ເພື່ອ​ສ້າງ​ໂຮງຮຽນ, ຝາຍ​ນ້ຳລົ້ນ, ນ້ຳລິນ, ຂົວ​ອູ່, ສະ​ໂມ​ສອນ​ບ້ານ,​ເຄື່ອງ​ສົງ​ເຄາະ, ຄອມ​ພິວເຕີ, ອຸປະກອນ​ການ​ຮຽນ, ຢາ​ປິ່ນປົວ​ພະຍາດ, ​ໂຮງໝໍ 15 ຕຽງ ຢູ່​ຊົນນະບົດ.ທັງ​​ເອົາ​ໃຈ​ໃສ່​ ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະຊາຊົນ​ໄດ້ກວ່າ 191 ເລື່ອງ​ກວມ 98% ຂອງ​ຄຳ​ຮ້ອງ​ຂອງ​ປະຊາຊົນ ​ທັງໝົດ 193 ​ເລື່ອງ ​ໂດຍ​ໄດ້​ຈັດ​ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ສານ, ​ໄອ​ຍະ​ການ, ພະ​ແນ​ກຍຸຕິ​ທຳ, ປກສ ​ແຂວງ, ກວດກາ​ແຂວງ 3 ​ເດືອນ​ຕໍ່​ຄັ້ງ.

ທ່ານຍັງ​ກ່າວ​ຕື່ມ​ວ່າ: ນອກຈາກ​ນີ້, ພວກ​​ເຮົາ​ຍັງ​ໄດ້​​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດວ່າປະຕິບັດຖືກ​ຕາມ​ລະບຽບກົດໝາຍຫລື​ບໍ່, ​ເກີນ​ແຜນ​ທີ່​ກຳ​ນົດ​ໄວ້​ບໍ່ ​ແລະ ມີ​ໂຄງການ​ນອກ​ແຜນ​ບໍ່ ​​ເປັນຕົ້ນ​ແມ່ນ​ພະ​ແນ​ກສຶກສາ ​ແລະ ສາທາ ​​ເພາະ​ສອງ​ພະ​ແນ​ກດັ່ງກ່າວ ​ແມ່ນ​ໄດ້​ຮັບ​ທຶນ​ຫລາຍກວ່າໝູ່. ໃນນັ້ນ ຫາງສຽງຂອງປະຊາຊົນສ່ວນຫລາຍ ແມ່ນສົນ​ໃຈ​ກ່ຽວ​ກັບການເກັບຄ່າທຳນຽມ ໃນໂຮງຮຽນປະຖົມ ແລະ ມັດທະຍົມທີ່ສູງກວ່າກຳນົດ ເຊິ່ງຕາມຄວາມຈິງແລ້ວ ລັດຖະບານໄດ້ມີນະໂຍບາຍສຳລັບການ​ສຶກສາ​ພາກ​ບັງຄັບ ​ໂດຍ​ສະ​ເພາະ ຊັ້ນປະຖົມ ຮອດມັດທະຍົມ ໂດຍບໍ່ໃຫ້ເສຍຄ່າຮຽນ, ​ສຳລັບ​ຄ່າ​ທຳນຽມ​ບຳລຸງ​ຄູ ຫລື ​ໂຕະ​ຕັ່ງ​ນັ້ນ ​ແມ່ນ​​ແຕ່ລະ​ໂຮງຮຽນ​ກຳນົດ​ເອງ ​ແຕ່​ຕ້ອງ​ຢູ່​ໃນ​ຂອບ​ເຂດ​ກຳນົດຕາມ​ລະບຽບ​ທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ວາງ​ອອກ. ພາຍຫລັງ​ທີ່​ກວດ​ພົບ​ແລ້ວ ພວກ​ເຮົາ​ກໍ​ໄດ້ພົວພັນ​ກັບ​ໂຮງຮຽນ​ດັ່ງກ່າວ ​ແລະ ​ແກ້​ໄຂ​ຮ່ວມ​ກັນ ​ເພື່ອ​ຄວາມ​ຖືກຕ້ອງ​ ​ແລະ ສອດຄ່ອງ. ພ້ອມ​ນີ້ ບັນຫາ​ຄວາມ​ຕ້ອງການຂອງ​ຄູ​ອາຈານ, ຄະນະ​ອຳນວຍ​ການ​ໂຮງຮຽນ ພວກ​ເຮົາ​ກໍ​ໄດ້ໄດ້​ຕິດ​ພັນ ​ແລະ ກວດກາ​ຢ່າງ​ໃກ້ຊິດ ທັງ​ໄດ້​ແກ້​ໄຂ​ຢ່າງ​ທັນ​ການ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...