spot_img
Homeຂ່າວຕ່າງປະເທດSamsung ຫຼຸດພະນັກງານທີ່ສຳນັກງານໃຫຍ່ລົງ 10 %

Samsung ຫຼຸດພະນັກງານທີ່ສຳນັກງານໃຫຍ່ລົງ 10 %

Published on

Samsung-logo

ເກີດຫຍັງຂື້ນກັບບໍລິສັດຍັກໃຫຍ່ Samsung ທີ່ຜະລິດສິນຄ້າເອເລັກໂທນິກ ລວມໄປເຖີງສະມາດໂຟນທີ່ມີລະບົບປະຕິບັດການ Android ໄດ້ເປີດເຜີຍຂໍ້ມູນສູ່ສາທາລະນະວ່າ ຈະມີການຫຼຸດພະນັກງານຈຳນວນ 10% ຂອງພະນັກງານທັງໝົດໃນສຳນັກງານໃຫຍ່ທີ່ປະເທດເກົາຫຼີໃຕ້ ເຊີ່ງ 10% ທີ່ວ່ານັ້ນໝາຍເຖີງຈະມີຄົນຕົກງານ 10,000ຄົນ. ໂອ້!ບໍ່ໜ້າເຊືຶອ ເຊີ່ງສາເຫດທີ່ Samsung ເລືອກທີ່ຈະຫຼຸດພະນັກງານກະບໍ່ມີຫຍັງຫຼາຍເຊີ່ງເພີ່ນອ້າງວ່າຈະຫຼຸດຄ່າໃຊ້ຈ່າຍເພື່ອເປັນທຶນສຳຮອງ ແລະ ການຫຼຸດພະນັກງານກໍ່ເປັນວິທີທີ່ງ່າຍທີ່ສຸດ ແຕ່ຖ້າເຮົາໄດ້ຕິດຕາມຂ່າວຂອງ Samsung ມາກ່ອນໜ້ານີ້ຈະຮູ້ວ່າ Samsung ລົ້ວເລວໃນຕະຫຼາດສະມາດໂຟນທີ່ປະເທດຈີນ ເຊີ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ ແລະຜູ້ທີ່ຄອງຕະຫຼາດອັນດັບຕົ້ນໆທີ່ປະເທດຈີນກໍ່ເປັນຄ້າຍຍັກໃຫຍ່ຄື Huawei ແລະ Apple ນັ້ນເອງ ເຊີ່ງເຮົາກໍ່ຕ້ອງຕິດຕາມຕໍ່ໄປວ່າ Samsung ຈະມີວິທີຈັດການກັບຕະຫຼາດສະມາດໂຟນທີ່ຄູ່ແຂ່ງຮອບດ້ານພາກັນເປີດຕົວສະມາດໂຟນລຸ້ນໃໝ່ໃນທຸກໆເດືອນ
ນອກຈາກນັ້ນໃນໄວໆນີ້ ຫຼັງຈາກທີ່ Apple ເປີດໂຕ ແລ້ວກໍ່ມີຂ່າວແວ່ວໆມາວ່າໄວໆນີ້ ບໍລິສັດທີ່ຜະລິດອຸປະກອນ ແລະ ເຄືອຄ່າຍໂທລະຄົມມະນາຄົມລາຍໃຫຍ່ຢ່າງ Huawei ທີ່ຕີຕະຫຼາດກະຈາຍເຄືອຂ່າຍສູ່ຫຼາຍໆປະເທດທັ້ງຢູ່ໃນ ຢູໂຣບ ແລະ ອາຊີ ກຳລັງຄ່ອຍໆໄຕ່ລຳດັບສະມາດໂຟນຂຶ້ນມາບຽດຜູ້ທີ່ຄອງຕະຫຼາດຢູ່ກ່ອນຢ່າງ LG ລົງໄປ ເຮັດໃຫ້ຕົນເອງຂຶ້ນມາຄອງຢູ່ໃນອັນດັບທີ່ 3 ໃນໄລຍະເວລາທີ່ບໍ່ດົນ. ສື່ຫຼາຍປະເທດກຳລັງຕິດຕາມວ່າ Huawei P8 ຈະມີລະບົບປະຕິບັດການດີເລີດສົມກັບທີ່ນຳສະເໜີໄປຫຼືບໍ່ ສວ່ນພີ່ນ້ອງຊາວລາວເຮົາກໍ່ຖ້າອີກຈັກບຶດໃຈໜື່ງ ອີກບໍ່ດົນດັ່ງທີ່ວ່າ ສະມາດໂຟນຍຸກນີ້ມາໄວໄປໄວ ບາງລຸ້ນເປີດໂຕມາໄດ້ພຽງຈັກເດືອນ ພໍມີລຸ້ນໃໝ່ເປີດໂຕຂຶ້ນມາລຸ້ນເກົ່າກະປິວທັນທີ ຍຸກສະໄໝນີ້ ຕ້ອງດີແທ້ ຈື່ງສາມາດຄອງໃຈຜູ້ຊົມໃຊ້ໄດ້. ”ສະມາດໂຟນທີ່ດີນອກຈາກຈະຮັບຮອງລະບັບປະຕິບັດການທີ່ຄົບເຄື່ອງ ຍັງຕ້ອງພັດທະນາຢ່າງຕໍ່ເນື່ອງເພື່ອທີ່ຈະຄົ້ນຄວ້າສີ່ງໃໝ່ໆ ແລະ ນຳມາປັບໃຫ້ເຂົ້າກັບຜູ້ຊົມໃຊ້ໃຫ້ໄດ້ຫຼາຍທີ່ສຸດ”.

References:
– http://koreajoongangdaily.joins.com/news/article/Article.aspx?aid=3008958
– http://www.androidcentral.com/samsung-may-cut-10-percent-employees-cost-controlling-effort
– http://www.business-standard.com/article/international/samsung-to-cut-10-of-head-office-staff-daily-115090900025_1.html

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...