Homeຂ່າວຕ່າງປະເທດເກົາຫລີໃຕ້ ປະກາດປອດພະຍາດ ລະບົບທາງເດີນຫາຍໃຈ ຫລື MERS ແລ້ວ!

ເກົາຫລີໃຕ້ ປະກາດປອດພະຍາດ ລະບົບທາງເດີນຫາຍໃຈ ຫລື MERS ແລ້ວ!

Published on

400.59923eb06b606

ຂປລ.ຕາມຂ່າວ ຕ່າງປະເທດ, ວັນທີ 23 ທັນວາ 2015, ກະຊວງ ສາທາ ລະນະສຸກ ສ.ເກົາຫລີ ປະກາດ ປອດພະຍາດ ລະບົບ ທາງເດີນ ຫາຍໃຈ ຕາເວັນ ອອກກາງ(MERS)ຫລັງຈາກ ບໍ່ມີຜູ້ ຕິດເຊື້ອ ລາຍໃໝ່ ໄລຍະ 7 ເດືອນຜ່ານມາ. ກ່ອນ​ໜ້າ​ນີ້ ພະຍາດດັ່ງກ່າວ ໄດ້ສ້າງ ຄວາມເສຍຫາຍ ຕໍ່ເສດຖະກິດ ພາຍໃນປະເທດ ແລະ ເຮັດໃຫ້ ມີຜູ້ ເສຍຊີວິດ 36 ຄົນ, ຕິດເຊື້ອ 186 ຄົນ ແລະ ອີກ 17.000 ຄົນ ຖືກຈຳກັດ ພື້ນທີ່ ແລະ ໂຮງຮຽນ ຫລາຍແຫ່ງ ຕ້ອງປິດ ການຮຽນ-ການສອນ ຊົ່ວຄາວ ​ເພື່ອ​ສະກັດ​ກັ້ນ ຕ້ານການ ລະບາດ ລະບົບ ​ທາງ​ເດີນ ​ຫາຍ​ໃຈ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...