Homeຂ່າວເຫດການສະພາແຫ່ງຊາດ ສາມາດແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຫລາຍກວ່າ 96%!

ສະພາແຫ່ງຊາດ ສາມາດແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຫລາຍກວ່າ 96%!

Published on

DSC_0154 sapha 1

ຂປລ. ຕະຫລອດ​ 5 ປີ ​ນັບ​ແຕ່ 2011-2015 ສະພາ​ແຫ່ງ​ຊາດ​ໄດ້​ຄົ້ນ​ຄວ້າ​ພິຈາລະນາ ​ແລະ ​ແກ້​ໄຂຄໍາ​ຮ້ອງ​ຂໍ​ຄວາມ​ເປັນ​ທໍາ​​ ໄດ້​ທັງ​ໝົດ 5.818 ​ເລື່ອງ ​ເທົ່າ​ກັບ 96,82%, ຂອງ​ຈໍານວນ​ຄໍາ​ຮ້ອງທຸກ​ທັງ​ໝົດ ​ໃນ​ນີ້ ​ເຂດ​ເລືອກ​ຕັ້ງ​ແກ້​ໄຂ​ໄດ້ 3.817 ​ເລື່ອງ ​ເທົ່າ​ກັບ 92,11% ຂອງ​ຈໍານວນ​ຄໍາ​ຮ້ອງ​ທັງ​ໝົດ, ມີ 3 ​ເຂດ​ເລືອກ​ຕັ້ງ​ສາມາດ​ແກ້​ໄຂ​ໄດ້ 100% ມີ 11 ​ເຂດ​ເລືອກ​ຕັ້ງ​ ບັນລຸ​ໄດ້ 80% ຂຶ້ນ​ໄປ, ຄໍາ​ຮ້ອງ​ຂໍ​ຄວາມ​ເປັນ​ທໍາ​ທີ່​ສົ່ງ​ເຂົ້າ​ມາ​ຫາ​ສະພາ​ແຫ່ງ​ຊາດ​ ສ່ວນ​ຫລາຍ​ແມ່ນ​ບັນຫາ​ກ່ຽວ​ກັບ​ຂໍ້​ຂັດ​ແຍ່ງ​ທີ່​ດີ​ນ, ການ​ສືບ​ທອດ​ມູນ​ມໍລະດົກ ​ແລ​ະ ສັນຍາ​ກູ້​ຢືມ ​ນັ້ນ​ແມ່ນ​ຄໍາ​ເຫັນ​ບາງ​ຕອນ​ຂອງ​ທ່ານ ດຣ.​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ກ່າວ​ ໃນ​ວາລະ​ດໍາ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VII ​ໃນ​ວັນ​ທີ 21 ທັນວາ 2015 ນີ້.

ທ່ານ ດຣ. ​ໄຊ​ສົມ​ພອນ ພົມວິຫານ ​​ກ່າວ​ຕື່ມ​​ວ່າ: ​ຄຽງ​ຄູ່ກັນ​ນີ້ ສະພາ​ແຫ່ງ​ຊາດ​ຍັງ​ໄດ້​ໃຫ້​ຄໍາ​ປຶກ ສາ​ຫາລື​ທາງ​ດ້ານ​ກົດໝາຍ​ແກ່​ພົນລະ​ເມືອງ​ ໂດຍ​ສະ​ເພາະ ​ຢູ່​ເຂດ​ເລືອກ​ຕັ້ງ​ ໄດ້​ທັງ​ໝົດ 8.476 ​ເທື່ອ​ຄົນ ​ເຊິ່ງ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ, ຍົກ​ສູງ​ສະຕິເຄົາລົບ​ລັດຖະທໍາ​ມະນູນ, ກົດໝາຍ ​ແລະ ການ​ປົກ​ປັອງສິດຜົນປະ​ໂຫຍ​ດອັນ​ຊອບ​ທໍາ ​ຂອງ​ພົນ​ລະ​ເມື່ອ​ງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ພາລະ​ບົດບາດ​ເປັນ​ຕົວ​ແທນ​ແຫ່ງ​ສິດ​ອໍານາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ​ ໄດ້​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ ນໍາ​ເອົາ​ຄວາມ​ຍຸຕິ​ທໍາ​ໃຫ້​ສັງຄົມ​ນັບ​ມື້​ນັບ​ດີ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ໄດ້​ເຂົ້າ​ເຖິງຕົວ​ແທນ​ຂອງ​ຕົນ​ ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ຕໍ່​ສະພາ​ແຫ່ງ​ຊາດ​ຫລາຍ​ກວ່າ​ເກົ່າ, ​ເສີມ​ຂະຫຍາຍ​ໄດ້​ສິດ​ປະຊາທິປະ​ໄຕ ປະຊາຊົນ ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ໃຫ້​ປະຊາຊົນ​ບັນດາ​ເຜົ່າ ​ເພີ່ມ​ຄວາມ​ເປັນ​ເຈົ້າ​ການ ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ໃນ​ທ້ອງ​ຖິ່ນ​ທີ່​ເຂົາ​ເຈົ້າ​ດໍາລົງ​ຊີວິດ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ໄວ້​ວາງ​ໃຈ​ຈາກ​ປະຊາຊົນ​ບັນດາ​ເຜົ່າ ​ຕໍ່​ຕົວ​ແທນ​ຂອງ​ຕົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...