Homeຂ່າວຕ່າງປະເທດສະຫະພາບເອີຣົບ ຕໍ່ເວລາຂວ້ຳບາດຣັດເຊຍ ອີກ 6 ເດືອນ ຕອບໂຕ້ກໍລະນີບັນຫາອູແກຣນ!

ສະຫະພາບເອີຣົບ ຕໍ່ເວລາຂວ້ຳບາດຣັດເຊຍ ອີກ 6 ເດືອນ ຕອບໂຕ້ກໍລະນີບັນຫາອູແກຣນ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4My8xOTE4NTM4LzY2NjczMC0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ທັນວາຜ່ານມານີ້ວ່າ ສະຫະພາບເອີຣົບ ຫລື ອີຢູ ໄດ້ອອກມາປະກາດ ຂະຫຍາຍໄລຍະເວລາ ຂວ້ຳບາດເສດຖະກິດຕໍ່ຣັດເຊຍ ອອກໄປອີກ 6 ເດືອນ ເຖິງວັນທີ 31 ກໍລະກົດ 2016 ຊຶ່ງຄວບຄຸມດ້ານການເງິນ ພະລັງງານ ແລະ ການປ້ອງກັນປະເທດ ຈາກກໍລະນີຄວາມຂັດແຍ່ງ ກ່ຽວກັບບັນຫາອູແກຣນ ທີ່ຍັງຍືດເຍື້ອຍາວນານ ເນື່ອງຈາກລັດຖະບານອູແກຣນຊຸດປັດຈຸບັນ ທີ່ຫັນໄປນິຍົມຕາເວັນຕົກ ຈົນເຮັດໃຫ້ປະຊາຊົນຫລາຍແຂວງ ທາງພາກຕາເວັນອອກຂອງປະເທດ ທີ່ນິຍົມຣັດເຊຍ ດຳເນີນການແຍກຕົນອອກເປັນເອກະລາດ ແລະ ຂໍຂຶ້ນກັບຣັດເຊຍ ຊຶ່ງສ້າງຄວາມບໍ່ພໍໃຈ ໃຫ້ແກ່ລັດຖະບານອູແກຣນ ແລະ ພັນທະມິດຊາດຕາເວັນຕົກ ໃນບັນດາປະເທດສະຫະພາບເອີຣົບດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...