spot_img
Homeຂ່າວພາຍ​ໃນຊາວແຂວງຜົ້ງສາລີ ປູກຊາສົ່ງອອກ ຊີວິດການເປັນຢູ່ດີຂຶ້ນ ແຕ່ລາຄາຍັງຕົກຕ່ຳ ບໍ່ເໝາະສົມຕໍ່ແຮງງານ!

ຊາວແຂວງຜົ້ງສາລີ ປູກຊາສົ່ງອອກ ຊີວິດການເປັນຢູ່ດີຂຶ້ນ ແຕ່ລາຄາຍັງຕົກຕ່ຳ ບໍ່ເໝາະສົມຕໍ່ແຮງງານ!

Published on

Teepflückerin der Phunoy Ethnie pflückt Teeblätter in den Kronen alter Teebäume, Ban Komaen, Phongsali Provinz, Laos

ນັບວ່າ​​ເປັນຄວາມພາກພູມໃຈ ຂອງອຳນາດການປົກຄອງແຂວງຜົ້ງສາລີ ກໍຄືປະຊາຊົນບັນດາເຜົ່າ ທີ່ມີການພັດທະນາດ້ານຊີວິດການເປັນຢູ່ດີຂຶ້ນ ຫລັງພັກລັດ ໄດ້ເປີດກວ້າງ ໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ໃສ່ວຽກງານການປູກການລ້ຽງເຊິ່ງພົ້ນ​​ເດັ່ນແມ່ນຂະບວນ ຊຸກຍູ້ການປູກຊາຂອງປະຊາຊົນພາຍໃນແຂວງທີ່ມີການຂະຫຍາຍ ຢ່າງກວ້າງຂວາງ ໂດຍທົ່ວແຂວງ ມີເນື້ອທີ່ປະມານ 20 ພັນກວ່າເຮັກຕາ.

ທ່ານ ສີແກ້ວ ສີປະຈັກ ສສຊເຂດເລືອກຕັ້ງທີ 2 ​ແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນ​​ໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ວ່າ: ການປູກຊາເພື່ອເປັນສິນຄ້າສົ່ງອອກໄປຕ່າງປະເທດ ຢູ່ແຂວງຜົ້ງສາລີ ໄດ້ເລີ່ມຕົ້ນປູກມາແຕ່ປີ 2000 ເປັນຕົ້ນມາ ໂດຍອຳນາດ ການປົກຄອງແຂວງ ໄດ້ເປີດກວ້າງ ໃຫ້ບັນດາບໍລິສັດ ຈາກສປຈີນ ຜູ້ທີ່ສົນໃຈມາລົງທຶນ ປູກຊາ ຢູ່ແຂວງຜົ້ງສາລີ ພ້ອມທັງໄດ້ຕອບສະໜອງແນວພັນ ເພື່ອສົ່ງເສີມປະຊາຊົນ ປູກຊາ, ເຊິ່ງມາຮອດດຽວນີ້ ເນື້ອທີ່ປູກຊາ ຂອງປະຊາຊົນມີປະມານ 20 ພັນກວ່າເຮັກຕາ, ເດັ່ນກວ່າໝູ່ ແລະ ປູກຫລາຍ ແມ່ນ ເມືອງຜົ້ງສາລີ. ນອກຈາກສະໜອງແນວພັນແລ້ວ ຍັງໄດ້ສ້າງ​​ໂຮງງານອົບຊາຕື່ມອີກ. ສິ່ງນີ້ກໍໄດ້ປະກອບສ່ວນສ້າງ ວຽກເຮັດງານທຳ ໃຫ້ແກ່ປະຊາຊົນ ໄດ້ມີລາຍຮັບເຂົ້າຄອບຄົວ ແລະ ມາຮອດປັດຈຸບັນນີ້ ປະຊາຊົນ ກໍມີຊີວິດການເປັນຢູ່ທີ່ດີຂຶ້ນ, ຄວາມທຸກຍາກ ກໍຄ່ອຍໆຫລຸດລົງ ໃນແຕ່ລະປີ. ນອກຈາກການປູກຊາແລ້ວ ປະຊາຊົນ ຍັງຖືເອົາການປູກ ຢາງພາລາ ແລະ ລ້ຽງສັດ ອື່ນໆຕື່ມອີກ.

Untitled-1 yatong 1
ທ່ານ ສີ​ແກ້ວ ສີ​ປະຈັກ ສສຊ ​ເຂດ​ເລືອກ​ຕັ້ງທີ 2 ​ແຂວງ​ຜົ້ງສາລີ

ທ່ານ ສີແກ້ວສີປະຈັກໃຫ້ຮູ້ຕື່ມວ່າ: ຈາກການເອົາໃຈໃສ່ຊຸກຍູ້ສົ່ງເສີມຂອງ ພັກລັດຖະບານ ກໍຄືອຳນາດການປົກຄອງແຂວງ ທຸກຂັ້ນຜ່ານມານີ້ ກໍເຮັດໃຫ້ ເສດຖະກິດ ຢູ່ແຂວງຕົນ ມີການຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນມີການພັດທະນາດີຂຶ້ນ, ແຕ່ບັນຫາ ລາຄາຊາ ມີບາງໄລຍະກໍຍັງຕົກຕ່ຳ ເຊິ່ງໄດ້ກະທົບໂດຍກົງ ຕໍ່ລາຍຮັບ ຂອງປະຊາຊົນ ເພາະສ່ວນຫລາຍ ເຂົາເຈົ້າຖືເອົາອາຊີບປູກຊາເປັນຫລັກ. ສຳລັບທ້າຍລະດູການເກັບກ່ຽວຊາ ເມື່ອບໍ່ດົນມານີ້ ລາຄາແມ່ນ 3.000-3.500 ກີບ/ກິໂລ.​ ປະຊາຊົນໄດ້ສະເໜີວ່າ ລາຄາດັ່ງກ່າວແມ່ນຍັງຕໍ່າຢູ່ ບໍ່ເໝາະສົມຕໍ່ແຮງງານ. ດັ່ງນັ້ນ, ຢາກໃຫ້ພັກລັດ ກໍຄືພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂ ບັນຫາລາຄາ ເພື່ອໃຫ້ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ.

tea
ປະຊາຊົນກຳລັງເກັບຍອດຊາ ເທິງຕົ້ນຊາອາຍຸ 400 ກ່ວາປີ ຢູ່ແຂວງຜົ້ງສາລີ

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...