spot_img
Homeຂ່າວທ້ອງຖິ່ນແຂວງໄຊຍະບູລີ ເລີ່ມຂະບວນການ ສັກຢາກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ພະຍາດໂປລີໂອ!

ແຂວງໄຊຍະບູລີ ເລີ່ມຂະບວນການ ສັກຢາກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ພະຍາດໂປລີໂອ!

Published on

IMG_1639-650x433

ພິທີໄຂຂະບວນການສັກຢາກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ພະຍາດໂປລີໂອ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 21 ທັນວາ 2015 ທີ່ຜ່ານມາ ຢູ່ທີ່ເດີ່ນກີລາໃນຮົ່ມແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ມີທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໆໄຊຍະບູລີ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງ  ຫົວໜ້າ-ຮອງຫົວໜ້າພະແນການອ້ອມຂ້າງແຂວງ ເມືອງ ພະນັກງານ ທະຫານ ຕຳຫຼວດ ແພດໝໍ ນັກຮຽນ ຜູ້ປົກຄອງ ແລະ ຫຼານນ້ອຍເຂົ້າຮ່ວມ 500 ກ່ວາຄົນ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດພິທີໄຂຂະບວນການສັກຢາ ແລະ ຢອດຢາ ໂດຍທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໆໄຊຍະບູລີ ປະທານກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ວຽກແມ່ຍິງ ແລະ ເດັກຂັ້ນແຂວງ ໄດ້ຂຶ້ນປາໄສຕໍ່ພິທີໃນຄັ້ງນີ້ວ່າ ຍ້ອນເຫັນຄວາມເປັນຫ່ວງເປັນໄຍຂອງການນຳພັກ-ລັດ ທີ່ມີຕໍ່ເດັກ ເຊິ່ງແມ່ນຜູ້ສືບທອດພາລະກິດຂອງປະເທດຊາດໃນພາຍໜ້າ ແລະ ເພື່ອປ້ອງກັນພະຍາດດັ່ງກ່າວນີ້ບໍ່ໃຫ້ເກີດຂຶ້ນຢູ່ໃນ ສປປ.ລາວ ໂດຍສະເພາະແຂວງໄຊຍະບູລີ ເດັກນ້ອຍທີ່ມີອາຍຸແຕ່ 1 ມື້ຫາ 15 ປີ ແມ່ນຕ້ອງໄດ້ຮັບການສັກຢາ ແລະ ຢອດຢາ ເຊິ່ງຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ກໍເພື່ອສ້າງຂະບວນການປຸກລະດົມຂົນຂວາຍທຸກພາກສ່ວນທົ່ວສັງຄົມທັງພາກລັດ ແລະ ເອກະຊົນ ໃຫ້ມີສ່ວນຮ່ວມຊຸກຍູ້ຂະບວນການສັກຢາ-ຢອດຢາປ້ອງກັນພະຍາດ (ໂປລີໂອ) ໃຫ້ເດັກນ້ອຍທີ່ມີອາຍຸ 1 ມື້ຫາລຸ່ມ 15 ປີ ແມ່ນໃຫ້ໄດ້ຮັບການສັກຢາ ແລະ ຢອດຢາວັກແຊັງກັນໂປລີໂອ ສຳລັບເດັກນ້ອຍອາຍຸ 1 ປີ ບໍລິການວັກແຊັງ ຮອບປົກກະຕິຕາມເກນອາຍຸສັກຢາຂອງແຕ່ລະຄົນ ການສັກຢາແລະຢອດຢາທຸກບ້ານ ໂຮງຮຽນໃນທົ່ວເມືອງແມ່ນໄດ້ຈັດເປັນ 3 ຮອບຂື້ນໄປ ຖ້າເຂດໃດເຫັນວ່າບັນລຸ 95% ອາດຈະໄດ້ສັກຮອບທີ 4 ແລະ ຈະໄດ້ມີການຈັດຕັ້ງປະຕິບັດເປັນ 4 ຮອບຄື ຮອບທີ 1 ເລີ່ມແຕ່ວັນທີ 15-31 ທັນວາ 2015 ຮອບທີ 2 ວັນທີ 15-31 ມັງກອນ 2016 ຮອບທີ 3 ວັນທີ 15-31 ມີນາ 2016 ໃຫ້ສໍາເລັດ ບັນດາຈຸດຢອດຢາ ແລະ ສັກຢາທົ່ວເມືອງຮວມມີ 199 ຈຸດ ປະກອບມີ 24 ບ້ານເທສະບານ ໂຮງຮຽນ ວັດ ຄິວລົດ ຕະຫຼາດ ກຸ່ມບ້ານ ສຸກສາລາ ແລະ ຈຸດໃຫ້ບໍລິການສັກຢາເຄື່ອນທີລົງນຳແຕ່ລະບ້ານອີກ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...