spot_img
Homeຂ່າວເຫດການກອງປະຊຸມພົບປະ ຄະນະຜູ້ແທນຂັ້ນສູງ 9 ແຂວງ 3 ປະເທດ ຄັ້ງທີ XIX ຈັດຂຶ້ນຢູ່ແຂວງຄຳມ່ວນ

ກອງປະຊຸມພົບປະ ຄະນະຜູ້ແທນຂັ້ນສູງ 9 ແຂວງ 3 ປະເທດ ຄັ້ງທີ XIX ຈັດຂຶ້ນຢູ່ແຂວງຄຳມ່ວນ

Published on

IMG_3635 kongpasum 1

ຂປລ. ຜູ້ແທນຂັ້ນສູງ 9 ແຂວງ 3 ປະເທດ ລາວ, ຫວຽດນາມ ແລະ ໄທ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ສປປ ລາວ ເປັນເສັ້ນທາງຂົນສົ່ງສິນຄ້າຜ່ານແດນ ອະນຸພາກພື້ນລຸ່ມແມ່ ນ້ຳຂອງ ໄດ້ຈັດກອງປະຊຸມ ຄັ້ງທີ XIX ຂຶ້ນ, ໃນວັນທີ 21 ທັນວາ 2015 ທີ່ແຂວງຄຳມ່ວນ, ໂດຍມີຄະນະນຳຂັ້ນສູງຈາກ 9 ແຂວງ, ກົງສູນໃຫຍ່ຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ບັນດາຜູ້ແທນຈາກ 9 ແຂວງ 3 ປະເທດ ຄື: ​ແຂວງຄຳມ່ວນ, ບໍລິຄຳໄຊ ສປປ ລາວ, ແຂວງກວາງບິ່ງ, ຮ່າຕິ່ງ, ເງ໋ອ່ານ ສສ ຫວຽດນາມ ແລະ ​ແຂວງນະຄອນພະນົມ, ສະກົນນະຄອນ ​ແລະ ​ແຂວງບຶງການ ຣາຊະອານາຈັກໄທ ໄດ້ຜັດປ່ຽນກັນລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກຂອງກອງປະຊຸມ ຄັ້ງທີ XVIII ທີ່ໄດ້ຈັດຂຶ້ນໃນປີຜ່ານມາ ທີ່ແຂວງນະຄອນພະນົມ, ໂດຍສະເພາະ ວຽກງານການສຶກສາ ແລະ ກິລາ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ, ວິທະຍາ ສາດເຕັກໂນໂລຊີ, ການຄ້າການລົງທຶນ, ຄົມມະນາຄົມຂົນສົ່ງ ແລະ ວຽກງານດ້ານກະສິກຳ ໂດຍໃນ ໄລຍະຜ່ານມາ ບັນດາພາກສ່ວນທີ່ກ່ຽວຂ້ອງ 3 ປະເທດ ໄດ້ມີການພົບປະແລກປ່ຽນບົດຮຽນ ລະຫວ່າງ ຜູ້ແທນແຕ່ລະຝ່າຍ, ມີການຊ່ວຍເຫລືອ ສ້າງນັກສຶກສາ, ການແລກປ່ຽນຄວາມຮູ້ທາງດ້ານວິຊາການ, ສີລະປະວັດທະນະທຳ, ການແຂ່ງຂັນກິລາມິດຕະພາບ, ກິດຈະກຳເພື່ອສົ່ງເສີມ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລກປ່ຽນທາງດ້ານກະສິກຳ, ວິທະຍາສາດເຕັກໂນໂລຊີ ແລະ ດ້ານອື່ນໆ.

ພິເສດ ກອງປະຊຸມ ຄັ້ງທີ XIX ທີ່ຈັດຂຶ້ນຢູ່ແຂວງຄຳມ່ວນ​ ໃນຄັ້ງນີ້ ບັນດາ 9 ແຂວງ 3 ປະເທດ ຈະໄດ້ເພີ່ມທະວີຮັດແໜ້ນສາຍພົວພັນ ໂດຍສະເພາະ ແມ່ນທາງດ້ານການຄ້າການລົງທຶນ, ການຂົນສົ່ງຈໍລະຈອນສິນຄ້າ ໂດຍຜ່ານເສັ້ນທາງ ເລກທີ 8 ແລະ ເລກທີ 12 ຂອງສປປ ລາວ ຈະມີການສົ່ງເສີມ ສ້າງເງື່ອນໄຂ ໃຫ້ບັນດາຄະນະນັກລົງທຶນ ແລະ ຜູ້ປະກອບການ ບັນດາແຂວງຕ່າງໆ ໄດ້ແລກປ່ຽນ, ຮຽນຮູ້ ແລະ ຫາຊ່ອງທາງດ້ານການລົງທຶນ ຮ່ວມກັນ, ສະໜັບສະໜຸນທຸລະກິດຂົນສົ່ງ ຂອງທັງ 3 ປະເທດ, ສຶກສາ ວາງແຜນຮ່ວມມືດ້ານການຂົນສົ່ງສິນຄ້າ ຜ່ານເສັ້ນທາງໝາຍ ເລກທີ 8 ແລະ ເລກທີ 12 ເພື່ອໄປຍັງເຂດເສດຖະກິດພິເສດ ວຸ່ງອ່າງ, ເຂດເສດຖະກິດພິເສດຮອນລາ ແລະ ປະເທດທີ 3.

ກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນ ຂອງຄະນະຜູ້ແທນຂັ້ນສູງດັ່ງກ່າວ ແມ່ນໄດ້ຈັດຂຶ້ນປີລະ 1 ຄັ້ງ, ໂດຍບັນດາ 9 ແຂວງ 3 ປະເທດ ໄດ້ຜັດປ່ຽນກັນເປັນເຈົ້າພາບ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...