spot_img
Homeຂ່າວພາຍ​ໃນຖືກໝົດທັງສອງ ແບລັດເຕີລ໌-ພລາຕິນີ້ ຖືກແບນ 8 ປີຫ້າມຫຍຸ້ງໃນວົງການບານເຕະ

ຖືກໝົດທັງສອງ ແບລັດເຕີລ໌-ພລາຕິນີ້ ຖືກແບນ 8 ປີຫ້າມຫຍຸ້ງໃນວົງການບານເຕະ

Published on

ແບລັດເຕີລ໌-ພລາຕິນີ້ ຖືກຊີ້ມີມູນຄວາມຜິດວ່າມີສ່ວນກ່ຽວຂ້ອງກັບການໂອນເງີນຈຳນວນຈຳນວນ 2 ລ້ານໂດລາ ເຂົ້າບັນຊີຂອງ ພລາຕິນີ້ ຢ່າງບໍ່ໂປ່ງໃສເມື່ອປີ 2011 ແລະເຖິງວ່າທັງສອງຄົນຈະໃຫ້ການປະຕິເສດທຸກຂໍ້ກ່າວຫາ ແຕ່ໂທດແບນຈະມີຜົນໃນທັນທີ

ສຳລັບ ແບລັດເຕີລ໌ ໄວ 79 ປີ ເຂົ້າມາດຳລົງຕຳແໜ່ງປະທານຟີຟ່າ ຕັ້ງແຕ່ເມື່ອປີ 1998 ແລະໄດ້ປະກາດໄວ້ຕັ້ງແຕ່ກ່ອນໜ້ານີ້ແລ້ວວ່າຈະລົງຈາກຕຳແໜ່ງກ່ອນທີ່ຈະມີການເລືອກຕັ້ງປະທານຄົນໃໝ່ໃນເດືອນກຸມພາ 2016

ຂະນະທີ່ ພລາຕິນີ້ ໄວ 60 ປີ ຮັບຕຳແໜ່ງປະທານຢູຟ່າ ຕັ້ງແຕ່ປີ 2007 ແລະໄດ້ຮັບຄຳຍ້ອຍໍຊົມເຊີຍໃນວົງກວ້າງ ຈົນຖືກຍົກໃຫ້ເປັນເຕັງ 1 ທີ່ຈະກ້າວສູ່ຕຳແໜ່ງປະທານຟີຟ່າ ເປັນຜູ້ນຳຂອງອົງກອນບານເຕະໂລກຄົນຕໍ່ໄປ

ທັງ ແບລັດເຕີລ໌ ແລະ ພລາຕິນີ້ ຍັງຖືກລົງໂທດປັບເງີນຕື່ມອີກ ໂດຍ ແບລັດເຕີລ໌ ຖືກປັບເປັນເງີນ 40,000 ໂດລາ ແລະ ພລາຕິນີ້ ໂດນປັບ 80,000 ໂດລາ

23459-og-3866

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...