Homeຂ່າວພາຍ​ໃນລັດຖະບານ ໄດ້ຫາລືກ່ຽວກັບການຍຸດຕິການຂຸດຄົ້ນໄມ້ ແລະ ໂຈະການອະນຸມັດບາງໂຄງການລົງທຶນໃໝ່

ລັດຖະບານ ໄດ້ຫາລືກ່ຽວກັບການຍຸດຕິການຂຸດຄົ້ນໄມ້ ແລະ ໂຈະການອະນຸມັດບາງໂຄງການລົງທຶນໃໝ່

Published on

SPS_3021-1-650x434

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນທັນວາ 2015 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 21-22 ທັນວາ 2015 ທີ່ຫ້ອງວ່າການລັດຖະບານ ພາຍໃຕ້ການເປັນ ປະທານຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

…….ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 31/ນຍ ວ່າດ້ວຍຍຸດຕິຊົ່ວຄາວ ການຂຸດຄົ້ນໄມ້ໃນເຂດປ່າຜະລິດ ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ສົກປີ 2014-2015 ແລະ ສະເໜີອະນຸມັດແຜນການ ສົກປີ 2015-2016 ລາຍງານຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 13/ນຍ ກ່ຽວກັບການໂຈະການພິຈາລະນາ ແລະ ອະນຸມັດໂຄງການລົງທຶນໃໝ່ ສຳລັບການຊອກຄົ້ນ ແລະ ສຳຫຼວດແຮ່ທາດ ການປູກຢາງພາລາ ແລະ ໄມ້ວິກ ໃນຂອບເຂດທົ່ວປະເທດ ຮ່າງແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030 ລາຍງານກ່ຽວກັບການສະເໜີເອົາວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວາລະແຫ່ງຊາດ ລາຍງານຮ່າງແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ ໄລຍະ 5 ປີ ຄັ້ງ III 2016-2020 ຮ່າງວິໄສທັດຮອດປີ 2030 ລາຍງານຄວາມຄືບໜ້າໂຄງການຍົກລະດັບເສັ້ນທາງເລກທີ 13 ເໜືອ ແຕ່ນະຄອນຫຼວງວຽງຈັນ-ໂພນໂຮງ ແລະ 13 ໃຕ້ ແຕ່ນະຄອນຫຼວງວຽງຈັນ-ບ້ານໄຮ່ ດ້ວຍຮູບແບບລົງທຶນຮ່ວມມື ລະຫວ່າງພາກລັດ-ພາກທຸລະກິດ ແລະ ຮ່າງປັບປຸງດຳລັດວ່າດ້ວຍກອງທຶນທາງ ສະບັບເລກທີ 09/ນຍ ລົງວັນທີ 15 ມັງກອນ 2001 ພ້ອມນີ້ ກອງປະຊຸມ ກໍຈະໄດ້ຮັບຟັງການຊີ້ນຳຈາກ ທ່ານນາຍົກລັດຖະມົນຕີ ແລະ ແຜນວຽກຈຸດສຸມຂອງປະຈຳເດືອນມັງກອນ 2016.

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...