Homeຂ່າວເຫດການກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງ ວັນງົດດື່ມເຫຼົ້າຄັ້ງທໍາອິດໃນ ສປປ.ລາວ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງ ວັນງົດດື່ມເຫຼົ້າຄັ້ງທໍາອິດໃນ ສປປ.ລາວ

Published on

SPS_0927-650x433

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເລກທີ 54/ສພຊ ລົງວັນທີ 19 ທັນວາ 2014 ເຊິ່ງກໍານົດເອົາວັນທີ 19 ທັນວາ ຂອງທຸກໆປີເປັນ ວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າແຫ່ງຊາດ ເພື່ອປຸກລະດົມທົ່ວສັງຄົມຫັນມາໃສ່ໃຈໃນການສົ່ງເສີມສຸຂະພາບ ກັນພະຍາດ ປົກປ້ອງຊີວິດ ແລະ ຊັບສິນຂອງພົນລະເມືອງ ແນໃສ່ຫຼຸດຜ່ອນຜົນຮ້າຍອື່ນໆ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

…….ກະຊວງສາທາລະນະສຸກ ໄດ້ຮັບການສະໜັບສະໜູນຈາກ ອົງການອະນາໄມໂລກ ອົງການເພື່ອຄົນພິການ ບໍລິສັດ CBF ຟາຣ໌ມາຈໍາກັດ ບໍລິສັດໂຊກດີການຢາ ແລະ ວາລະສານ 108 ອາຊີບ ໄດ້ຈັດພິທີສະເຫຼີມສະຫຼອງວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າຄັ້ງທໍາອິດ ໃນ ສປປ.ລາວ ຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2015 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ດຣ.ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ມີຜູ້ຕາງໜ້າອົງການຈັດຕັ້ງຂອງລັດ ອົງການຈັດຕັ້ງມະຫາຊົນ ມະຫາວິທະຍາໄລ ໂຮງຮຽນ ອົງການຈັດຕັ້ງສາກົນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

.ທ່ານຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ ວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າແຫ່ງຊາດ ຖືເປັນຄັ້ງທໍາອິດທີ່ຈັດຂຶ້ນໃນ ສປປ.ລາວ  ມີຈຸດປະສົງເພື່ອປຸກລະດົມໃຫ້ປະຊາຊົນທຸກທົ່ວໜ້າໃນສັງຄົມ ໂດຍສະເພາະແມ່ນກຸ່ມນັກຮຽນ ນັກສຶກສາ ຜູ້ທີ່ເປັນອະນາຄົດຂອງຊາດ ເຫັນໄດ້ເຖິງຜົນຮ້າຍຕ່າງໆຂອງເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອຫຼີກເວັ້ນ ແລະ ຫ່າງໄກຈາກເຄື່ອງດື່ມດັ່ງກ່າວ ເຊິ່ງຫົວຂໍ້ສໍາຄັນໃນການຈັດງານສະເຫຼີມສະຫຼອງປີນີ້ແມ່ນ ຂັບຂີ່ປອດໄພ “ດື່ມບໍ່ຂັບ” ໂດຍອີງສະພາບໂຕຈິງຢູ່ໃນສັງຄົມ ທີ່ມີອັດຕາການເກີດອຸປະຕິເຫດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ໃນນັ້ນ ຫຼາຍກວ່າ 70% ຂອງການເກີດອຸປະຕິເຫດແມ່ນມີສາເຫດມາຈາກການດື່ມເຄື່ອງດື່ມທີ່ມີທາດເຫຼົ້າແລ້ວຂັບຂີ່ ອັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງມະຫາສານ ຮວມທັງຊັບສິນຂອງລັດ ແລະ ພົນລະເມືອງ ຂອງທັງຜູ້ດື່ມ ແລະ ຜູ້ບໍ່ດື່ມ ທີ່ສໍາຄັນພິເສດ ແມ່ນການເຈັບເປັນທີ່ນໍາມາເຊິ່ງຄວາມພິການ ແລະ ເສຍຊີວິດ.

…….ພາຍໃນງານໄດ້ມີການແຈກເສື້ອໃຫ້ຜູ້ເຂົ້າຮ່ວມຈໍານວນ 1.000 ຜືນ ມີກິດຈະກໍາຫຼາກຫຼາຍຮູບແບບຢູ່ດ້ານນອກ ແລະ ດ້ານໃນຂອງຫໍວັດທະນະທໍາ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ໃຫ້ການສະໜັບສະໜູນຈັດງານ ເພື່ອໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ໃນນັ້ນ ມີການສະແດງບົດຟ້ອນ ສະແດງເຕັ້ນ ການສໍາພາດຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ ແນະນໍາວິດີໂອໂຄສະນາເລື່ອງ “ເພື່ອນທີ່ຈິງໃຈ” ແລະ ບົດເພງ “ກວ່າທີ່ມັນຈະສວາຍເກີນໄປ” ໂດຍກະຊວງສາທາລະນະສຸກ ແລະ ການສະແດງຄອນເສີດຈາກເຫຼົ່າສິລະປິນທີ່ມີຊື່ສຽງຂອງລາວ.

…….ພິເສດແມ່ນການປະກວດການສະແດງລະຄອນເວທີຮອບຊິງຊະນະເລີດ ຈໍານວນ 7 ທີມ (ໂດຍຄັດເລືອກຈາກທັງໝົດ 30 ທີມ ທີ່ມາຈາກນັກຮຽນລະດັບຊັ້ນມັດທະຍົມຕອນປາຍ ແລະ ນັກສຶກສາ ຂັ້ນມະຫາວິທະຍາໄລ) ຜ່ານການຕັດສິນຂອງຄະນະກໍາມະການ ປາກົດວ່າ ລາງວັນຊະນະເລີດ ໄດ້ແກ່ທີມນັກສະແດງຈາກ ຄະນະວິທະຍາສາດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊື່ເລື່ອງ “ໝົດກ້ຽງ ພຽງເພາະເຫຼົ້າ” ໄດ້ຮັບເງິນສົດ 5 ລ້ານກີບ ອັນດັບທີ 2 ໄດ້ແກ່ທີມນັກສະແດງຈາກໂຮງຮຽນພອນສະຫວັນຊົນເຜົ່າ ກຽມມະຫາວິທະຍາໄລ ຊື່ເລື່ອງ “ຄໍາສັນຍາ” ໄດ້ຮັບເງິນສົດ 3 ລ້ານກີບ ອັນທີ 3 ຈາກທີມນັກສະແດງ ຄະນະວິສາວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ຊື່ເລື່ອງ “ສຸລາຄາຕະກອນ” ໄດ້ຮັບເງິນສົດ 2 ລ້ານກີບ ນອກນີ້ ຍັງມີລາງວັນຊົມເຊີຍທີມທີ່ຜ່ານເຂົ້າຮອບສຸດທ້າຍຈໍານວນ 4 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 1 ລ້ານກີບ.

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...