Homeຂ່າວພາຍ​ໃນຊຽງຂວາງ ຈັດການແຂ່ງຂັນບານເຕະຍິງ ຮຸ່ນອາຍຸ 16 ປີ ເພື່ອຄັດເລືອກກິລາດີເດັ່ນ ເຂົ້າຮ່ວມທີມຊາດ

ຊຽງຂວາງ ຈັດການແຂ່ງຂັນບານເຕະຍິງ ຮຸ່ນອາຍຸ 16 ປີ ເພື່ອຄັດເລືອກກິລາດີເດັ່ນ ເຂົ້າຮ່ວມທີມຊາດ

Published on

ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ຈັດການແຂ່ງຂັນບານເຕະປະເພດທີມຍິງ ຮຸ່ນອາຍຸ 16 ປີ ໃນລະຫວ່າງວັນທີ 22-27 ທັນວາ 2015 ນີ້້ເພື່ອເປັນການຄັດເລືອກນັກກິລາດີເດັ່ນກຽມເຂົ້າຮັບໃຊ້ທີມຊາດຕາມໂຄງການພັດທະນາບານເຕະຍິງຂອງສະຫະພັນບານເຕະແຫ່ງຊາດໃນປີ 2016 ໂດຍມີເປົ້າໝາຍເຄື່ອນ
ໄຫວ ສົມທົບກັບ 4 ແຂວງພາກເຫນືອປະກອບມີ : ແຂວງໄຊຍະບູລີ , ແຂວງ ຫລວງພະບາງ , ແຂວງ ອຸດົມໄຊ ແລະ ແຂວງຊຽງຂວາງ .
ດັ່ງນັ້ນໃນທ້າຍເດືອນທັນວານີ້ ແຂວງຊຽງຂວາງຈະໄດ້ຈັດການແຂ່ງຂັນບານເຕະຍິງຮຸ່ນ 16 ປີ ເຊິ່ງຈະມີນັກກິລາເຂົ້າຮ່ວມແຂ່ງຂັນ 8 ພາກສ່ວນ ປະກອບມີ:
1. ໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ.
2. ມສ ໂພນທອງ
3. ມສ ສີບຸນເຮືອງ
4. ມສ ແຮກມານ
5. ມສ ວຽງທອງ
6. ມສ ນາມ້າ
7. ມສ ຈອມເພັດ
8. ມສ ຈອມແຈ້ງ
ເຊິ່ງການແຂ່ງຂັນແມ່ນຈະໄດ້ຈັດການແຂ່ງຂັນແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດເອົາທີ 1-2 ຜ່ານເຂົ້າໄປຫຼີ້ນໃນຮອບຕໍ່ໄປ .

1934387_1664701883747330_3103743084877569173_n

ຂ່າວແລະພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...