spot_img
Homeວົງການສື່ມວນຊົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເນັ້ນ 9 ບັນຫາໃນການຄຸ້ມຄອງວຽກງານສື່ມວນຊົນ

ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເນັ້ນ 9 ບັນຫາໃນການຄຸ້ມຄອງວຽກງານສື່ມວນຊົນ

Published on

SPS_1108-650x433

ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໄຂກອງປະຊຸມປຶກສາຫາລືໃນການຄຸ້ມຄອງວຽກງານຖະແຫຼງຂ່າວ-ສື່ມວນຊົນ ປະຈໍາປີ 2015 ຂຶ້ນໃນຕອນເຊົ້າວັນທີ 21 ທັນວາ 2015 ທີ່ກະຊວງ ຖວທ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕຣີ ລັດຖະມົນຕີຊ່ອຍວ່າການກະຊວງ ຖວທ ມີຫົວໜ້າກົມສື່ມວນຊົນ ບັນດາກົມກອງວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

…….ທ່ານລັດຖະມົນຕີຊ່ອຍວ່າການກະຊວງ ຖວທ ໄດ້ກ່າວໄຂກອງປະຊຸມໃນຄັ້ງນີ້ວ່າ ຕະຫຼອດໄລຍະທີ່ຜ່ານມາ ເຫັນວ່າ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບສ່ວນຮັບໃຊ້ ໂຄສະນາເຜີຍແຜ່ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຕັມໄປດ້ວຍເນື້ອໃນອຸດົມສົມບູນ ມີຫຼາຍຮູບຫຼາຍສີ ແລະ ໄດ້ມີສຽງຊົມເຊີຍຕອບຮັບທີ່ດີຈາກສັງຄົມ ຄົນລາວຜູ້ຮັກຊາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງນຶ່ງທົດສະວັດຜ່ານມາ ສື່ມວນຊົນລາວມີການຂະຫຽາຍໂຕໄວທາງດ້ານປະລິມານ ແລະ ຄຸນະພາບ ມີຄວາມເຂັ້ມແຂງດ້ານການຈັດຕັ້ງ ມີການເຂົ້າຮ່ວມຈາກທຸກພາກສ່ວນທັງລັດ-ເອກະຊົນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ມີຄວາມສາມາດຄຸ້ມຄອງ ປະສານສົມທົບເຮັດໜ້າທີ່ການເມືອງໄດ້ຢ່າງມີປະສິດທິຜົນດີພໍສົມຄວນ ເຊິ່ງສະແດງອອກ ປະຊາຊົນລາວສາມາດເຂົ້າເຖິງຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ສາມາດຊົມລາຍການໂທລະພາບໄດ້ຫຼາຍກວ່າ 50 ຊ່ອງ ແລະ ຜູ້ຢູ່ລຽບຕາມຊາຍແດນສາມາດຟັງລາຍການວິທະຍຸປະເທດເພື່ອນບ້ານໃກ້ຄຽງໄດ້ຫຼາຍກວ່າ 1.000 ສະຖານີ ນອກນັ້ນ ຜູ້ມີເງື່ອນໄຂໃຊ້ຄອມພິວເຕີ ສະມາດໂຟນ ກໍສາມາດເຂົ້າເຖິງສື່ແບບໃໝ່.

ພັກ-ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ການຈັດຕັ້ງ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາສື່ມວນຊົນດ້ວຍການສະໜອງພາຫະນະ ວັດຖຸປະກອນ ທຶນຮອນ ແລະ ອື່ນໆໃຫ້ແກ່ວຽກງານສື່ມວນຊົນລາວ ແລະ ສປປ.ລາວ ກໍໄດ້ເປັນສະມາຊິກອົງການການຄ້າໂລກ ແລະ ສະມາຊິກປະຊາຄົມເສດຖະກິດອາຊຽນ ໃນຂໍ້ຜູກພັນພູດທີ 10 ບັນດາປະເທດສະມາຊິກອາຊຽນ ໃນຂອບເຂດບໍລິການອາຊຽນ ໄດ້ໃຫ້ໄວ້ຮ່ວມກັນ ເຊິ່ງລະບຸວ່າ ການລົງທຶນດ້ານບໍລິການການກະຈາຍພາບ-ສຽງ ການເກັບກໍາຂ່າວ ການສໍາພາດ ການຖ່າຍທອດສົດ ແລະ ອື່ນໆ ເຊິ່ງເປັນສິ່ງທ້າທາຍ ແລະ ໂອກາດສ້າງພະນັກງານວິຊາການຮຽນຮູ້ ແລະ ມີຄວາມສາມາດນໍາໃຊ້ບັນດາເຕັກໂນໂລຊີໃໝ່ທີ່ທັນສະໄໝ ຮວມທັງການຄຸ້ມຄອງຜົນປະໂຫຽດໃຫ້ແກ່ປະເທດຊາດ.

…….ລັດຖະມົນຕີຊ່ອຍວ່າການກະຊວງ ຖວທ ໄດ້ເນັ້ນວ່າ ການຈັດກອງປະຊຸມປຶກສາຫາລືກັນໃນເທື່ອນີ້ ມີຄວາມສໍາຄັນຫຼາຍສໍາລັບອົງການຄຸ້ມຄອງສື່ມວນຊົນແຕ່ລະຂັ້ນ ເຊິ່ງຈະໄດ້ແລກປ່ຽນສະພາບ ແລະ ບັນຫາໂຕຈິງທີ່ເກີດຂຶ້ນໃນໄລຍະທີ່ຜ່ານມາ ເຊິ່ງຄວນເອົາໃຈໃສ່ 9 ບັນຫາ ຄື (1) ສະພາບການຄຸ້ມຄອງວຽກງານໂຄສະນາ ເນື້ອໃນ ຮູບການ ບັນນາທິການ ນັກຂ່າວ ວິຊາສະເພາະ ແລະ ການນໍາໃຊ້ຊັບພະຍາກອນ ບຸກຄະລາກອນຮ່ວມກັນລະຫວ່າງຂະແໜງການ ລະຫວ່າງ ສູນກາງກັບທ້ອງຖິ່ນ (2) ບົດບາດໜ້າທີ່ ສິດຂອບເຂດການເຄື່ອນໄຫວ ການອະນຸຍາດສ້າງຕັ້ງສື່ມວນຊົນ ຂະໜາດກໍາລັງສົ່ງວິທະຍຸ ໂທລະພາບ ໃນລະດັບຕ່າງໆ ແລະ ການຈັດລະບຽບຄື້ນຄວາມຖີ່ (3) ການສ້າງຕັ້ງອົງການສື່ມວນຊົນ ໜັງສືພິມ ວິທະຍຸ ໂທລະພາບ ວາລະສານ (4) ການຄຸ້ມຄອງຊ່ອງລາຍການໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍຢູ່ທ້ອງຖິ່ນ ໂດຍກະຊວງ ຖວທ ກໍໄດ້ອອກແຈ້ງການຂອງລັດຖະມົນຕີກ່ຽວກັບການປັບປຸງສັບຊ້ອນຊ່ອງລາຍການໂທລະພາບຄືນໃໝ່ ແລະ ຊອກຫາວິທີແກ້ໄຂຮ່ວມກັນໃຫ້ເປັນຫຼັກການເອກະພາບທົ່ວປະເທດ ແລະ ມີມາດຕະຖານໃນການບໍລິການສັງຄົມ (5) ສິດກ່ຽວກັບລິຂະສິດຕໍ່ຜະລິດຕະພັນສື່ມວນຊົນ (6) ດາວທຽມລາວ ແລະ ທິດທາງແຜນການຈະໃຊ້ໃຫ້ເກີດປະໂຫຽດໃນວຽກງານນສື່ມວນຊົນ (7) ການຄຸ້ມຄອງສື່ແບບໃໝ່ Social Media IPTV ຈະໃຫ້ປະຊາຊົນຮູ້ສິດການສະແດງອອກແນວໃດ ເພື່ອບໍ່ຜິດກົດໝາຍ ແລະ ຈະມີການຊຸກຍູ້ ຕິດຕາມກວດກາແນວໃດ (8) ຜ່ານຮ່າງຂໍ້ຕົກລົງລັດຖະມົນຕີວ່າດ້ວຍ ການຄຸ້ມຄອງໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍ ແລະ (9) ບັນຫາອື່ນໆທີ່ປິ່ນອ້ອມວຽກງານສື່ມວນຊົນ.

…….ວາລະການປຶກສາຫາລືໃນກອງປະຊຸມດັ່ງກ່າວ ແມ່ນດໍາເນີນໄປເປັນເວລາ 3 ວັນຈິ່ງຈະສໍາເລັດ.

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...