spot_img
Homeຂ່າວການພັດທະນາການຮ່ວມມືລາວ-ຣັດເຊຍ ນັບມື້ຂະຫຍາຍຕົວ

ການຮ່ວມມືລາວ-ຣັດເຊຍ ນັບມື້ຂະຫຍາຍຕົວ

Published on

laos-russia

ປີ 2015 ນີ້, ​ ​ເປັນ​ປີ​ຄົບຮອບ 55 ປີ ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ​ແລະ 50 ປີ ຂອງວັນ​ສ້າງຕັ້ງສະມາຄົມ​ມິດຕະພາບ ລາວ-ຣັດ​ເຊຍ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ການ​ພົວພັນ​ຮ່ວມ​ມື​ທີ່​ນັບ​ມື້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ດັ່ງ​ທີ່ທ່ານ ມີ​ຄາ​ອິ ບາຣານົບ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງສະຫະພັນຣັດ​ເຊຍ ປະຈຳ​ລາວ ​ໄດ້​ແຈ້ງ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 18 ທັນວາ 2015 ນີ້​ວ່າ: ລັດຖະບານຣັດ​ເຊຍ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ນັບ​ມື້​ຂະຫຍາຍຕົວ ​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ້ານ​ການ​ເມືອງ ທີ່​ສະ​ແດງ​ອອກ​​ເຊັ່ນ: ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ພົບ​ປະກັນ ຢູ່​ນະ​ຄອນຫລວງປັກ​ກິ​ງ ​ເປັນຄັ້ງ ທຳ​ອິດ​ໃນ​ຮອບ 5 ປີ ສິ່ງ​ດັ່ງກ່າວ​ເປັນ​ການ​ກະຕຸກ​ຊຸກຍູ້ຢ່າງ​ແຂງ​ແຮງ​ໃຫ້​

ແກ່​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ​ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ເປັນຕົ້ນ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ, ​ຂົງ​ເຂດ​ນິຕິບັນຍັດ ລວມ​ເຖິງຂົງ​ເຂດ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ການບິນ,ການ​ສຳ​ຫລວດ​ບໍ່​ແຮ່, ການ​ຂຸດ​ຄົ້ນບໍ່​ແຮ່ ​ແລະ ອື່ນໆ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ຍົກ​ໃຫ້​ເຫັນ​ວ່າ: ​ເປັນໜ້າ​ເສຍດາຍ​ທີ່​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ຂອງ​ສອງ​ປະ​ເທດ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ຕາມ​ຄວາມ​ສາມາດ​ຕົວ​ຈິງ, ມູນ​ຄ່າ​ການ​ຊື້-ຂາຍ​ສອງ​ຝ່າຍ​ຍັງ​ຢູ່​ໃນ​ລະດັບ​ທີ່​ບໍ່​ທັນ​ສູງ ​ແຕ່​ທັງ​ສອງ​ຝ່າຍ​ກໍ​ໄດ້​ມີ​ການ​ປຶກສາ​ຫາລື​ ກ່ຽວ​ກັບ​ຂໍ້​ຕົກລົງ​ໃໝ່​ວ່າ​ດ້ວຍ​ການ​ຄ້າ​ຮ່ວມ​ກັນ ​ເຊິ່ງ​ຈະ​ເປັນ​ການ​ເອື້ອ​ອຳ ນວຍ​ໃຫ້ວຽກ​ງານ​ດັ່ງກ່າວ​ມີ​ທ່ວງທ່າ​ດີ​ຂຶ້ນ. ​ໃນ​ການ​ພົວພັນ​ຮ່ວມ​ມືຂົງ​ເຂດ​ທີ່​ມີ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ພິ​ເສດ​ແມ່ນ​ດ້ານ​ການ​ສຶກສາ, ສະ​ເພາະ​ໃນ​ປີ​ນີ້ ມີ​ນັກ​ສຶກສາລາ​ວ​ໄດ້​ໄປ​ສຶກສາ​ຕໍ່​ທີ່​ປະ​ເທດຣັດ​ເຊຍ​ເຖິງ 37 ຄົນ, ໃນນັ້ນ26 ທຶນແມ່ນໄປຮຽນດັບປະລິນຍາຕີ ແລະ 11 ທຶນໄປຮຽນ ປະລິນຍາໂທ ໃນສາຂາວິຊາວິທະຍາສາດ, ການເມືອງ,ເສດຖະກິດ, ພາສາສາດ, ນິຕິສາດ, ການປົກຄອງ ແລະ ອື່ນໆ.

ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຖິງ​ຜົນສຳ​ເລັດ​ແຫ່ງ​ການ​ພົວພັນ​ຮ່ວມື​ ລາວ-ຣັດ​ເຊຍ ​ໃນ​ຕະຫລອດ​ໄລຍະ 50 ກວ່າ​ປີຜ່ານມາ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ພັດທະນາ​ຂົງ​ເຂດ​ວຽກ​ງານ​ຕ່າງໆ​ໃຫ້​ນັບ​ເຂັ້ມ​ແຂງ ​ແລະ ຂະຫຍາ​ຍຕົວ, ຍັງ​ເປັນ​ການ​ປະກອບສ່ວນ​ເສີມ​ສ້າງສາ​ຍພົວພັນມິດຕະພາບ ກໍ​ຄື​ການ​ປະກອບສ່ວນ​ຢ່າງ​​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...