spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຖວທ ສຳເລັດລົງດ້ວຍຜົນອັນຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຖວທ ສຳເລັດລົງດ້ວຍຜົນອັນຈົບງາມ

Published on

3

(ສະຫາຍ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາ​ຄະນະ​ບໍລິຫານ​ພັກ​ກະຊວງ​ອີກ​ສະ​ໄໝ​ໃໝ່)

ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ​ໜຶ່ງ​ມື້​ໃນ​ວັນ​ທີ 18 ທັນວາ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ອົງຄະ​ນະ​ພັກ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ສຳ​ເລັດ​ລົງ​ດ້ວຍ​ຜົນ​ອັນ​ຈົບງາມ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ສະຫາຍ ດຣ. ພັນ​ຄຳ ວິພາ​ວັນກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ຂົງ​ເຂດ​ວຽກ​ງານ​ວັດທະນະທຳ-ສັງຄົມ ​ແລະ ມີ​ສະມາຊິກ​ພັກ​ສົມບູນ 187 ສະຫາຍ, ຍິງ 44 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ທົ່ວ​ກະຊວງ​ດັ່ງກ່າວ​ຫລາຍ​ກວ່າ 750 ຄົນ​ເຂົ້າຮ່ວມ.

ພາຍຫລັງ​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ​ແລະ ບົດ​ສຳ​ຫລວດ​ການ​ຊີ້​ນຳ-ນຳພາ​ຂອງ​ອົງຄະ​ນະ​ພັກ​ສະ​ໄໝ​ທີ III ຜ່ານ​ມາ ອັນ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ ​ແລະ ຜົນສຳ​ເລັດ​ຕ່າງໆ​ຂອງ​ຂະ​ແໜງ​ການ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຍາດ​ມາ​ໄດ້​ຕະຫລອດ​ໄລຍະ 5 ປີຜ່ານມາ ​ເພື່ອ​ເສີມ​ຂະຫຍາຍ ​ແລະ ບາງ​ບັນຫາ​ຈຸດ​ອ່ອນ​ຄົງ​ຄ້າງ​ຕ່າງໆ ​ເຊິ່ງທົ່ວ​ອົງຄະ​ນະ​ພັກ​ກະຊວງ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ.ຈາກ​ນັ້ນກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​ຈຳນວນ 21 ສະຫາຍ, ​ໃນ​ນັ້ນກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ​ຂອງ​ຄະນະ​ບໍລິຫານ​​ພັກ​ດັ່ງກ່າວ​ໄດ້​ເປັນ​ເອກະ​ພາບ​ເລືອກ​ເອົາ​ສະຫາຍ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເປັນ​ເລຂາ​ຄະນະ​ບໍລິຫານ​ກະຊວງ​ອີກ​ສະ​ໄໝ​ໃໝ່, ສະຫາຍ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ​ເປັນ​ຮອງ​ເລຂາ, ສະຫາຍ​ນາງ ສຸພາ​ລັກ ທິລາ​ວົງ ​ໄດ້​ຮັບ​ເລືອກ​ເປັນ​ປະທານ​ກວດກາ​ພັກ, ສະຫາຍ ບົວ​ມະນີ ​ໄຊ​ທິລາດ ​ແລະ ສະຫາຍ ຄຳ​ສອນ ພົມມະ​ອຸດ ​ເປັນ​ຮອງ​ປະທານ​ກວດກາ​ພັກ​ກະຊວງ​ດັ່ງກ່າວ.

​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ສະຫາຍ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຄະນະ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ດັ່ງກ່າວ ​ເຊິ່ງກ່ອນ​ອື່ນ​ສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້​ໃນ​ການ​ພັດທະນາ​ວຽກ​ງານ ຖວທ ຕະຫລອດ​ໄລຍະ 5 ປີຜ່ານມາ. ນັ້ນ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ແຫ່ງ​ການ​ຊີ້​ນຳ-ນຳພາ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ດັ່ງກ່າວ ອັນ​ໄດ້​ເຮັດ​ໃຫ້​ວຽກ​ງານ ຖວທ ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ​ແຂງ. ສະຫາຍຮອງ​ນາຍົກລັດຖະມົນຕີ ​ເວົ້າວ່າ: ​ແຕ່​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ໃນ​ໄລຍະ​ໃໝ່ ຂະ​ແໜງ​ການ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວຈະ​ຕ້ອງ​ໄດ້​ສຸມ​ໃສ່​ປັບປຸງ​ຕົນ​ເອງ​ຫລາຍ​ດ້ານ​ຄື:

ຂະ​ແໜງ​ຖະ​ແຫລ​ງຂ່າວ​ຕ້ອງ​ພັດທະນາ ​ແລະ ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ເຄື່ອງມື​ອັນ​ແຫລມ​ຄົມ​ຂອງ​ພັກ ​ແລະສາມາດ​ເຮັດ​ໜ້າ​ທີ່​ສຶກສາ​ອົບຮົມ, ປຸກລະດົມ​ຂົນຂວາຍ​ການ​ມວນ​ຊົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ ​ແລະ ຢາກ​ໄດ້​ແນວ​ນັ້ນ, ອົງຄະ​ນະ​ພັກ​ກະຊວງ​ຕ້ອງ​ເປັນ​ເຈົ້າການ​ຊີ້​ນຳ-ນຳພາ ​ແລະສ້າງ​ຖັນ​ແຖວ​ພະນັກງານ​ນັກຮົບ​ສື່​ມວນ​ຊົນ​ເຮົາ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ ​ແລະ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ວາງ​ອອກ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ. ພ້ອມ​ນັ້ນກໍ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ຂະຫຍາຍ​ປະລິ​ມາຍ​ສື່​ໃຫ້​ຫລາກ​ຫລາຍ, ວ່ອງ​ໄວ​ທັນ​ເຫດການ ​ແລະ ສາມາດ​ຂະຫຍາຍ​ລົງ​ສູ່​ຮາກ​ຖານ​ທ້ອງ​ຖິ່ນ​ໃຫ້​ກວ້າງຂວາງ​ທົ່ວ​ເຖິງ.

ສ່ວນ​ວຽກ​ງານ​ວັດທະນະທຳ​ກໍ​ຕ້ອງ​ສຸມ​ໃສ່​ພັດທະນາ​ຕົນ​ເອງ​ໃຫ້​ສົມ​ກັບ​ເປັນ​ວຽກ​ງານ​ແນວ​ຄິດ​ນັ້ນມີ​ລັກສະນະ​ຊາດ​ແລະ ພັດທະນາ, ສ້າງ​ຄົນ​ໃຫ້​ມີ​ຄວາມ​ສີວິ​ໄລ, ດ້ານ​ວັດທະນະທຳ​ຊອດ​ກະຈາ, ລາມົກ​ອານາ​ຈານ​ຢ່າງ​ເດັດຂາດ, ​ເອົາ​ໃຈ​ໃສ່​ຄຸ້ມຄອງ​ວັດທະນະທຳ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ມີ​ຊີວິດ​ຊີວາ, ​ໄປ​ພ້ອມ​ກັບ​ການ​ຍູ້​ແຮງ​ການ​ປະດິດ​ຄິດ​ແຕ່ງ​ໃຫ້​ຫລາກ​ຫລາຍ​ກວ້າງຂວາງ ​ແລະ ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ​ເພື່ອ​ຢາກ​ໄດ້​ແນວ​ນີ້, ສະຫາຍ​ຮອງ​ນາຍົກ​ເນັ້ນວ່າ: ຂະ​ແໜງ​ການ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ຄົ້ນຄວ້າ ​ເພື່ອ​ມີ​ນະ​ໂຍບາຍ​ກະຕຸກ​ຊຸກຍູ້ ​ແລະ ສົ່ງ​ເສີມ​ຜູ້​ປະດິດ​ຄິດ​ແຕ່ງ​ນັບ​ມື້ຫລວງຫລາຍ ​ແລະ ​ແຫລມ​ຄົມ.

ສຳລັບ​ວຽກ​ທ່ອງ​ທ່ຽວ, ສະຫາຍ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນວ່າ: ຂະ​ແໜງ​ການກ່ຽວຂ້ອງ​ຕ້ອງ​ໄດ້​ສຸມ​ໃສ່​ສົ່ງ​ເສີມ​ແລະ ພັດທະນາ​ການທ່ອງທ່ຽວ​ໃຫ້​ຂະຫຍາຍຕົວ​ເລິກ​ເຊິ່ງ, ຍືນ​ຍົງ ​ແລະ ປະຊາຊົນ​ມີ​ສ່ວນ​ຮ່ວມ​ໄປ​ຄຽງ​ຄູ່​ກັບ​ການ​ຕ້ານ ​ແລະ ຕອບ​ໂຕ້​ກັບ​ການ​ພັດທະນາ​ທີ່​ດັບ​ສູນ ​ເພື່ອ​ເຮັດ​ແນວ​ໃດ​ສ້າງ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດທີ່​ສຳຄັນ​ຂອງ​ຊາດ ​ໄປ​ຄຽງ​ຄູ່​ກັນນັ້ນ ຂະ​ແໜງ ຖວທ ຕ້ອງ​ເອົາ​ໃຈ​ໃສ່​ສ້າງ ​ແລະ ພັດທະນາ​ຄົນ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະຫັນ​ເປັນ​ໜຸ່ມ​ເທື່ອ​ລະ​ກ້າວ ​ດ້ວຍ​ການ​ເອົາ​ໃຈ​ໃສ່​ຈັດຕັ້ງການ​ສຶກສາ​ຮໍ່າຮຽນ, ບຳລຸງ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ໜຸ່ມ​ນ້ອຍ​ຜູ້​ສືບ​ທອດ​ໃຫ້​ຫລາຍ​ຂຶ້ນ ​ແລະ ຖືກຕ້ອງ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ໄລຍະ​ໃໝ່.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...