spot_img
Homeວົງການສື່ມວນຊົນກະຊວງ ຖວທ ຍົກລະດັບສື່ມວນຊົນລາວ ເພື່ອກຽມຄວາມພ້ອມ ເຂົ້າສູ່ປະຊາຄົມອາຊຽນ!

ກະຊວງ ຖວທ ຍົກລະດັບສື່ມວນຊົນລາວ ເພື່ອກຽມຄວາມພ້ອມ ເຂົ້າສູ່ປະຊາຄົມອາຊຽນ!

Published on

DSC_9390 .21.12.15.1

ຂປລ. ກົມ​ສື່​ມວນ​ຊົນ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນຳ​ທຳ ​ແລະ ທ່ອງ​ທຽວ (ຖວທ)​​ ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ໃຫ້ ​ແກ່​ສຳມະ​ນາກ​ອນ ຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ໃນ​ຫົວ​ຂໍ້ “ ກອງ​ປະຊຸມປຶກສາ​ຫາລື​ການ​ຄຸ້ມ​ຄອງ​ວຽກງານ​ຖະ​ແຫລ​ງຂ່າວ-ສື່​ມວນ​ຊົນ ” ຂຶ້ນ​ໃນ​ວັນ​ທີ່ 21 ທັນວາ 2015 ທີ່​ກະຊວງດັ່ງກ່າວ, ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ປິ່ນ​ປາຖະໜາ ພັນທະ​ມາລີ ຫົວໜ້າກົມ​ສື່​ມວນ​ຊົນ ກະຊວງ ຖວທ​ ​ແລະ ​ສຳ​ມະ​ນາ   ກ​ອນ ຈາກ 11 ​ແຂວງທົ່ວ​ປະ​ເທດ 1 ນະຄອນຫລວງ ​ເຂົ້າ​ຮ່ວ​ມ. ເປົ້າໝາຍ ​ແມ່ນ​ແນ່​ໃສ່ປັບປຸງ​ການ​ຄຸ້ມ​ຄອງ ​ວຽກງານຖະ​ແຫລ​ງຂ່າວ-ສື່​ມວນ​ຊົນ ​​ເພື່ອ​ຮັບປະກັນໃນໜ້າທີ່​ວຽກງານ​ການ​ເມືອງ ຍົກ​ລະດັບ​ມາດຕະຖານ ​ໃຫ້​ທັນ​ກັບ​ຍຸກ​ສະ​ໄໝ ​ແລະ ການ​ພັດທະນາ​ເສດຖະກິດ ສັງຄົມ ​ໃນ​ໄລຍະ​ໃໝ່, ​ໂດຍ​ສະ​ເພາະ​ການກຽມ​ເຂົ້າ​ປະຊາ​ຄົມ​ອາຊຽນ. ​ສຳ​ມະ​ນາກ​ອນ ຈະ​ໄດ້​ແລກປ່ຽນປະສົບ​ການ​ໃນ​ການ​ເຮັດ​ວຽກ, ປະກອບ​ຄຳຄິດ​ຄຳ​ເຫັນ​ ​ໃສ່​ບາງ​ບັນຫາ ​ໃນ​ວຽກງານ​ສື່, ນອກ​ນັ້ນ​ ກອງ​ປະຊຸມ ​ຍັງ​ຈະ​ໄດ້​ເຊື່ອມ​ຊຶ່ມ​ບັນ​ດາ​ກົດໝາຍ, ດຳລັດ ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ຄຸ້ມ​ຄອງ​ສື່​ມວນ​ຊົນຕື່ມ​ອີກ.

ທ່ານ ປິ່ນ​ປາຖະໜາ ພັນທະ​ມາລີ ​​ກ່າວ​ວ່າ: ປັດຈຸ​ບັນສື່​ມວນ​ຊົນ​ລາວ​ ມີ​ການ​ຂະຫຍາຍຕົວທາງ​ດ້ານ​ປະລິ ມານ ​ແລະ ຄຸນ​ນະພາ​ບ, ມີ​ຄວາມ​ເຂັ້ມ​​ແຂງ​ດ້ານ​ການຈັດ​ຕັ້ງ ສາມາດ​ຄຸ້ມ​ຄອງ​ປະສານ​ສົມທົບ ​ເຮັດໜ້າທີ່​ການ​ເມືອງ​ໄດ້​ເປັນ​ຢ່າງ​ເປັນ​ດີ, ​ໂດຍສະ​ແດງ​ອອກ​ ຄື ປະຊາຊົນ​ລາວ​ ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຢ່າງ​ສະດວກ​ສະບາຍ, ນອກ​ນັ້ນ ທ່ານ​ ຍັງໄດ້​​​ເນັ້ນ​ບາງ​ບັນຫາ ​ໃຫ້ສຳ​ມະນາກອນ ​ເອົາ​ໃຈ​ໃສ່ ​ເຊັ່ນ: ​ການ​ຄຸ້ມ​ຄອງວຽກງານ​ໂຄສະ​ນາ, ບົດບາດໜ້າທີ່​ສິດ ຂອບ​ເຂດ​ການ​ເຄື່ອນ​ໄຫວ, ການ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ, ການ​ຄຸ້ມ​ຄອງ ຊ່ອງ​ລາຍການ​ໂທລະພາບ​ໃຊ້​ສາຍ ​ແລະ ບໍ່​ໃຊ້​ສາຍ​, ສິດ​ກ່ຽວກັບ​ລິ​ຂະ​ສິດ ​ຕໍ່ຜະລິດ​ຕະພັນ​ສື່​ມວນ​ຊົນ, ຮຽນຮູ້​ກ່ຽວກັບ​ວຽກງານດາວທຽມ, ການ​ຄຸ້ມ​ຄອງ​ສື່​ແບບ​ໃໝ່ ​ແລະ ອື່ນໆຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...