Homeຂ່າວຕ່າງປະເທດUNSC ມີມະຕິຂວ້ຳບາດ ເສັ້ນທາງການເງິນຂອງກຸ່ມໄອເອັສ ຫ້າມທຸກປະເທດຊື້-ຂາຍກັບກຸ່ມດັ່ງກ່າວ!

UNSC ມີມະຕິຂວ້ຳບາດ ເສັ້ນທາງການເງິນຂອງກຸ່ມໄອເອັສ ຫ້າມທຸກປະເທດຊື້-ຂາຍກັບກຸ່ມດັ່ງກ່າວ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4My8xOTE3MjQ2LzY2NjIwMS0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ທັນວາຜ່ານມານີ້ວ່າ ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ຫລື UNSC ຈຳນວນ 15 ປະເທດ ໄດ້ລົງມະຕິຢ່າງເປັນເອກະສັນ ຮັບຮອງຮ່າງມະຕິວ່າດ້ວຍ ການຂວ້ຳບາດເສັ້ນທາງການເງິນຂອງກຸ່ມໄອເອັສ ຊຶ່ງນຳສະເໜີໂດຍ ສະຫະລັດອາເມຣິກາ ແລະ ຣັດເຊຍ ຊຶ່ງມະຕິດັ່ງກ່າວນີ້ ໄດ້ສະເໜີໃຫ້ປະເທດຕ່າງໆ ນຳໃຊ້ມາດຕະການຂວ້ຳບາດ ດ້ວຍການຫ້າມຊື້-ຂາຍ ວັດຖຸບູຮານ ຈາກປະເທດຊີຣີ, ຂວ້ຳບາດບຸກຄົນ ແລະ ອົງກອນ ທີ່ເຄື່ອນໄຫວຊື້-ຂາຍນ້ຳມັນ ຈາກກຸ່ມໄອເອັສ ແລະ ເຄືອຂ່າຍ ຕະຫລອດຮອດ ຮຽກຮ້ອງໃຫ້ແຕ່ລະປະເທດ ລະງັບການຈ່າຍເງິນຄ່າໄຖ່ ໃນກໍລະນີປະຊາຊົນຖືກຈັບ ເພື່ອເປັນຕົວປະກັນ.

ທັງນີ້ ພາຍໃນກອງປະຊຸມ ໄດ້ມີການປະເມີນວ່າ ກຸ່ມໄອເອັສ ມີລາຍໄດ້ຈາກການຂາຍນ້ຳມັນເຖື່ອນ ປີລະປະມານ 500 ລ້ານໂດລາ ແລະ ມີລາຍໄດ້ຈາກການ ສົ່ງອອກແຮ່ທາດ ແລະ ຊັບພະຍາກອນອື່ນໆ ອີກປະມານ 550 ລ້ານໂດລາຕໍ່ປີ ຊຶ່ງເຮັດໃຫ້ກຸ່ມດັ່ງກ່າວ ມີງົບປະມານນຳໃຊ້ ສູງເຖິງ 30 ລ້ານໂດລາຕໍ່ເດືອນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...