Homeຂ່າວເຫດການຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

Published on

_8880011 lao-america 1

ຂປລ. ​ໃນ​ວັນ​ທີ 18 ທັນວາ 2015 ນີ້ຢູ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ທອງ​ລຸນ ສິສຸ​ລິດ ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ໃຫ້​ກຽດ​ຕ້ອນຮັບ ທ່ານ Daniel Russel ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ​ ອາ​ເມ​ຣິກາ ພ້ອມ​​ຄະ​ນະ​ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​​ແຕ່​ວັນ​ທີ 17-18 ທັນວາ ນີ້.

​ໃນ​ໂອກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ ​ແລະ ຊົ​ມ​ເຊີຍ ​ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່ ທ່ານ Daniel Russel ​ແລະ ຄະນະ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ  ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້​ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​​ສໍາຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ ສອງ​ປະ​ເທດ​ ລາວ ​ແລະ ສະຫະລັດ​ອາ​ເມ​ຣິກາ​ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ, ພ້ອມ​ນີ້ ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ໃນ​ການ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ​ລາວ​ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອາ​ເມ​ຣິ​ກາ ​ໃນ​ປີ 2016 ​ເນື່ອງ​ໃນ​ໂອກາດ​ການ​ເປັນ​ປະທານ​ອາ​ຊຽນ ຂອງ ສປປ ລາວ ທັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບການ​ຊຸກຍູ້​ສົ່ງ​ເສ​ີມການ​ພົວພັນ​ຮ່ວມ​ມື​ສອງ​ຝ່າ​ຍ​ໃນ​ຕໍ່ໜ້າ.

​ທ່ານ Daniel Russel ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ທີ່​ສະຫລະ​ເວລາ​ອັນ​ມີ​ຄຸນຄ່າ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸນ​, ພ້ອມ​ທັງ ​ໄດ້​ແຈ້ງ​​ໃຫ້​ຊາບ​ເຖິງຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​.

​​​ໃນ​ໂອກາດ ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ  ທ່ານ Daniel Russel ​ແລະ ຄະນະ ​ໄດ້​ພົບປະ​ ​ແລະ ​ເຮັດ​ວຽກ ​ເພື່ອ​ປຶກສາ​ຫາລື ກຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ໃນ​ຕໍ່ໜ້າ ​ກັບ ບັນດາ​ທ່ານ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ​ກະຊວງ​ທີ່​ກ່ຽວຂ້ອງ​ຂອງ ສປປ ລາວ​ ຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...