Homeຂ່າວຕ່າງປະເທດຕວກກີຖອນທະຫານອອກອີຣັກແລ້ວ ຫລັງໂອບາມາຮຽກຮ້ອງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ!

ຕວກກີຖອນທະຫານອອກອີຣັກແລ້ວ ຫລັງໂອບາມາຮຽກຮ້ອງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ!

Published on

558000014403601

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ທັນວາຜ່ານມານີ້ວ່າ ລັດຖະບານຕວກກີ ໄດ້ເລີ່ມຖອນທະຫານຂອງຕົນ ອອກຈາກແຂວງໂມຊູນ ທາງພາກເໜືອຂອງປະເທດອີຣັກ ໃນວັນທີ 19 ທັນວາຜ່ານມານີ້ ຊຶ່ງເປັນຜົນມາຈາກ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດອາເມຣິກາ ໄດ້ຮຽກຮ້ອງໃຫ້ ທ່ານ ເຣເຊບ ເຕຢິບ ເອີໂດກັນ ໃຫ້ຖອນກຳລັງກັບຄືນປະເທດ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ກັບລັດຖະບານອີຣັກ ຕໍ່ກັບບັນຫາດັ່ງກ່າວ.

ທັງນີ້ ເນື່ອງຈາກໃນອາທິດຜ່ານມາ ລັດຖະບານອີຣັກ ໄດ້ຮຽກຮ້ອງໃຫ້ມີການ ຖອນທະຫານຕວກກີ ອອກຈາກດິນແດນຂອງຕົນ ຊຶ່ງການທີ່ຕວກກີ ເອົາກອງທະຫານ ແລະ ລົດຕັງ ໄປປະຈຳການຢູ່ແຂວງໂມຊູນ ປະເທດອີຣັກນັ້ນ ແມ່ນຖືເປັນການບຸກລຸກ ຢ່າງຜິດກົດໝາຍ, ແຕ່ຕວກກີເອງເຫັນວ່າ ມີຄວາມຈຳເປັນ ຕ້ອງຮັກສາກຳລັງທະຫານໄວ້ໃນອີຣັກ ເພື່ອເຝິກອົບຮົມ ກອງກຳລັງຂອງອີຣັກ ໃນການຕໍ່ສູ້ກັບກຸ່ມໄອເອັສ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...