Homeຂ່າວການພັດທະນາສູນກາງຊາວໜຸ່ມ ຈັດເວທີສົນທະນາໃນຫົວຂໍ້ ການມີສ່ວນຮ່ວມຂອງຊາວໜຸ່ມ ໃນການພັດທະນາ

ສູນກາງຊາວໜຸ່ມ ຈັດເວທີສົນທະນາໃນຫົວຂໍ້ ການມີສ່ວນຮ່ວມຂອງຊາວໜຸ່ມ ໃນການພັດທະນາ

Published on

SPS_0838-650x433

ສູນກາງຊາວໜູ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ແລະ ພາກສ່ວນອົງການຈັດຕັ້ງທາງສັງຄົມ ໄດ້ຮ່ວມເວທີສົນທະນາ ພາຍໃຕ້ຫົວຂໍ້ ການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 18 ທັນວາ 2015 ທີ່ໂຮງແຮມວຽງຈັນພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມກ້ຽວ ກິ່ງສະດາ ຮອງຫົວໜ້າຫ້ອງການ ສູນກາງ ຊປປລ ທ່ານ ໄກ່ອໍາພອນ ແກ້ວວິໄລ ຮອງຫົວໜ້າກົມບັນດາເຜົ່າ ສະພາແຫ່ງຊາດ ມີຜູ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມ ບັນດາກະຊວງອ້ອມຂ້ອງ ຊາວໜຸ່ມນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮອງຫົວໜ້າຫ້ອງການ ສູນກາງ ຊປປລ ໄດ້ໃຫ້ຮູ້ວ່າ ສປປ.ລາວ ເປັນນຶ່ງໃນປະເທດ ທີ່ມີປະຊາກອນໜຸ່ມຫຼາຍທີ່ສຸດ ໃນຂົງເຂດອາຊີຕາເວັນອອກສະຫຼຽງໃຕ້ ເຊິ່ງກວມເອົາ 60%  ຂອງປະຊາກອນທັງໝົດ ແມ່ນມີອາຍຸຕໍ່າກວ່າ 25 ປີ ປະເທດລາວ ຈະໄດ້ຮັບຜົນປະໂຫຽດຢ່າງຫຼວງຫຼາຍ ຈາກຜົນປະໂຫຽດດ້ານປະຊາກອນ ຖ້າຫາກວ່າມີການລົງທຶນທີ່ເໝາະສົມ ແລະ ພຽງພໍ ດັ່ງນັ້ນ ການລົງທຶນໃສ່ໄວໜຸ່ມໃຫ້ຮັບຮູ້ ເຂົ້າໃຈຕໍ່ຄວາມຕ້ອງການ ແລະ ຄວາມສາມາດຂອງເຂົາເຈົ້າ ໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນຂະບວນການຕັດສິນບັນຫາ ຈິ່ງເປັນສິ່ງສຳຄັນໃນການພັດທະນາ ນອກນີ້ ຍັງຍົກໃຫ້ເຫັນຜົນການວິໄຈສະພາບຊາວໜຸ່ມ ແລະ ເຍົາວະຊົນ ຢູ່ ສປປ.ລາວ ໄວໜຸ່ມບໍ່ຄ່ອຍມີໂອກາດປະກອບສ່ວນ ໃນການຕັດສິນບັນຫາ ທີ່ກ່ຽວກັບຊີວິດຂອງເຂົາເຈົ້າ ໃນທຸກລະດັບຢູ່ເຂດຊົນນະບົດ ສໍາລັບໄວໜຸ່ມໃນໂຕເມືອງປາກົດວ່າ ຄວາມຕ້ອງການທີ່ຈະປະກອບສ່ວນມີຫຼາຍ ແຕ່ມີເວທີຈໍາກັດ ໂດຍສະເພາະສໍາລັບຜູ້ທີ່ມີລະດັບການສຶກສາຕໍ່າ ນອກຈາກນັ້ນ ໄວໜຸ່ມຍັງມີຂໍ້ຈໍາກັດໃນການມີສ່ວນຮ່ວມ ບໍ່ສະເພາະແຕ່ ຍ້ອນເກີດຈາກແນວຄິດຂອງຕົນເອງເທົ່ານັ້ນ ແຕ່ຍັງຖືກຈໍາກັດແນວຄວາມຄິດຂອງພໍ່ແມ່ ແລະ ຜູ້ນໍາໃນທ້ອງຖິ່ນ ປາສະຈາກໂຕແທນ ຈາກອົງການຈັດຕັ້ງເຊັ່ນ ສູນກາງຊາວໜຸ່ມ ເວທີສໍາລັບການອອກສຽງຂອງໄວໜຸ່ມ ແລະ ເຍົາວະຊົນ ອຸປະສັກໃນການມີສ່ວນຮ່ວມຂອງໄວໜຸ່ມ ໃນຂະບວນການຕັດສິນບັນຫາ ໃນທຸກລະດັບແມ່ນມີຫຼາກຫຼາຍເຊັ່ນ ການສຶກສາ ທັກສະຂອງໄວໜຸ່ມ ຂາດຂໍ້ມູນຂ່າວສານ ມີໂອກາດທີ່ຈໍາກັດ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ພາສາ ສະຖານະການດ້ານການເງິນ ທັດສະນະຄະຕິຂອງຜູ້ໃຫຽ່ ໄວໜຸ່ມ ວັດທະນະທໍາ ແລະ ອື່ນໆ ເພື່ອທັບມ້າງອຸປະສັກເຫຼົ່ານັ້ນ ມັນຈິ່ງມີຄວາມສໍາຄັນ ທີ່ຕ້ອງເຮັດວຽກກັບໄວໜຸ່ມ ສ້າງໄວໜຸ່ມເປັນຄູ່ຮ່ວມງານ ສ້າງຄວາມອາດສາມາດ ທັກສະ ແລະ ຄວາມໝັ້ນໃຈ ຮວມທັງສ້າງສິ່ງແວດລ້ອມທີ່ເອື້ອອໍານວຍ ເພື່ອຊຸກຍູ້ໃຫ້ໄວໜຸ່ມປະກອບສ່ວນ ເຂົ້າໃນການພັດທະນາຂອງປະເທດ ໃນທຸກລະດັບໃຫ້ຫຼາຍຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...