Homeຂ່າວພາຍ​ໃນຫຼາຍພາກສ່ວນອຸປະຖຳວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ

ຫຼາຍພາກສ່ວນອຸປະຖຳວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ

Published on

ຫຼາຍພາກສ່ວນອຸປະຖຳວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ

ບໍລິສັດ ປີ​ໂຕຣ​ລ້ຽມ​ເທຣດ​ດິງ​ລາວ ແລະ ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ລາວ​ໂທລະ​ຄົມ ໃຫ້ການ​ອຸປະຖຳ​ເປັນ​ວັດຖຸ ແລະ ເງິນສົດ ໃຫ້​ແກ່​ກະຊວງ​ປ້ອງ​ກັນ​ປະເທດ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (20 ມັງກອນ 1949 ຫາ 20 ມັງກອນ 2014) ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ.

ພິທີ​ມອບ-ຮັບ​ການ​ອຸປະຖຳ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 13 ມັງກອນ 2014 ທີ່​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ໃຫ້​ກຽດ​ກ່າວ​ມອບ​ຂອງ​ທ່ານ ບຸນ​ຖັນ ຈິດ​ຕະ​ວົງ ຜູ້ອຳນວຍການ​ບໍລິສັດ ປີ​ໂຕຣ​ລ້ຽມ​ເທຣດ​ດິງ​ລາວ ມອບ​ເປັນ​ວັດຖຸ ແລະ ເງິນສົດ ລວມ​ມູນ​ຄ່າ 107 ລ້ານ​ກວ່າ​ກີບ ແລະ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຜູ້ອຳນວຍການ​ໃຫຍ່ ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ລາວ​ໂທລະ​ຄົມ ມອບ​ເປັນ​ເງິນສົດ ມູນ​ຄ່າ 100 ລ້ານ​ກີບ ແລະ ໃຫ້​ກຽດ​ກ່າວ​ຮັບ​ຂອງ​ທ່ານ ພົນ​ຕີ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ມີ​ບັນດາ​ພະນັກງານ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໂອກາດ​ນີ້ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສະແດງ​ຄວາມ​ຂອບໃຈ​ເປັນ​ຢ່າງ​ຍິ່ງ ຕໍ່​ການ​ຊ່ວຍເຫຼືອ​ຄັ້ງ​ນີ້​ຂອງ​ທັງ​ສອງ​ບໍລິສັດ ເຊິ່ງ​ຖື​ວ່າ​ເປັນ​ການ​ປະກອບສ່ວນ​ສຳຄັນ ໃນ​ການ​ສ້າງສາ ແລະ ພັດທະນາ​ປະເທດ​ຊາດ ໂດຍ​ສະເພາະ ກະກຽມ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 65 ປີ (20 ມັງກອນ 1949 ຫາ 20 ມັງກອນ 2014) ນີ້

ທີ່ມາ http://www.vientianemai.net/teen/khao/1/10980

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...