Homeມູມໄອທີລາວພາບຄອນເຊັບທ໌ Samsung Galaxy S7 ທີ່ງາມທີ່ສຸດ

ພາບຄອນເຊັບທ໌ Samsung Galaxy S7 ທີ່ງາມທີ່ສຸດ

Published on

images_14504319065

ເຫລືອ​ເວລາ​ອີກ​ບໍ່​ຈັກ​ເດືອນ ກໍ​ໃກ້​ເວລາ​ຈະ​ໄດ້​ເປີດ​ຕົວ ສະ​ມາດ​ໂຟນ​ລຸ້ນ​ໃໝ່ ຢ່າງ  Samsung Galaxy S7 ກັນ​ແລ້ວ ຊຶ່ງ​ຈາກ​ຂ່າວ​ລື​ຫລ້າ​ສຸດ ທີ່​ເຜີຍ​ວ່າ Samsung Galaxy S7 ຈະ​ຍັງ​ຄົງ​ມີ​ດີ​ໄຊນ໌​ຄ້າຍ Galaxy S6 ເຮັດໃຫ້​ທາງ Jermaine Smit ນັກ​ອອກ​ແບບ​ຄົນ​ເກັ່ງ​ບໍ່​ລໍ​ຊ້າ ເຜີຍ​ພາບ​ຄອນ​ເຊັບທ໌ Samsung Galaxy S7 ຊຸດ​ຫລ້າ​ສຸດ ໃຫ້​ຊົມ​ກັນ

images_14504319484 images_14504319302 images_14504319211 images_14504316783

ໂດຍ​ດີ​ໄຊນ໌​ຂອງ Samsung Galaxy S7 ຄອນ​ເຊັບທ໌​ນີ້ ຍັງ​ຄົງ​ບໍ່​ແຕກ​ຕ່າງ​ໄປ​ຈາກ Galaxy S6 ເທົ່າ​ໃດ​ແຕ່​ໜ້າ​ຈໍ​ເປັນ​ແບບ​ຕິດ​ຂອບ​ຫລາຍ​ຂຶ້ນ ໃນ​ຂະນະ​ທີ່​ຕົວ​ເຄື່ອງ ຍັງ​ເປັນ​ໂລ​ຫະ​ແລະ​ບາງ​ເຊັ່ນ​ເຄີຍ ນອກ​ຈາກ​ນີ້ ຍັງ​ຄາດ​ກັນ​ວ່າ Samsung Galaxy S7 ຈະ​ມາ​ພ້ອມ​ກັບ RAM ເຖິງ 4GB, ຊິບ​ເຊັດ Qualcomm Snapdragon 820 ຫລື Exynos 8890 ແລະ​ ຫລິ້ນ​ລະບົບ​ປະຕິບັດການ Android 6.0 Marshmallow

https://youtu.be/s9MyqLRczk0

ສ່ວນ​ກຳນົດ​ການ​ເປີດ​ຕົວ Samsung Galaxy S7 ຄາດ​ວ່າ ເປັນ​​ປາຍ​ເດືອນ​ກຸມພາ​ປີ​ໜ້າ ພ້ອມ Samsung Galaxy S7 edge

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...