spot_img
HomeມູມໄອທີລາວFacebook ຈັບ​ມື Uber ໃຫ້​ຜູ້​ໃຊ້​ເອີ້ນ​ແທັກ​ຊີ່​ໄດ້​ຜ່ານ​ແອັບ Messenger

Facebook ຈັບ​ມື Uber ໃຫ້​ຜູ້​ໃຊ້​ເອີ້ນ​ແທັກ​ຊີ່​ໄດ້​ຜ່ານ​ແອັບ Messenger

Published on

Uber_on_Messenger

Facebook ຈັບ​ມື Uber ໃຫ້​ຜູ້​ໃຊ້​ເອີ້ນ​ແທັກ​ຊີ່​ໄດ້​ຜ່ານ​ແອັບ Messenger ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ແອັບ Uber
ເມື່ອ​ວັນທີ່ 17 ທັນວາ 2015 Facebook ໄດ້​ຈັບ​ມື​ກັບ Uber ເພີ່ມ​ຟັງຊັ່ນ​ໃຫ້​ຜູ້​ໃຊ້​ແອັບ Messenger ສາມາດ​ເອີ້ນ​ແທັກ​ຊີ່ Uber ໄດ້​ທາງ Messenger ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ແອັບ Uber ເລີຍ​ ພຽງ​ແຕ່ກົດ​ປຸ່ມ​ຮູບ​ລົດ​ໃນ​ໜ້າ​ແຊັດ ກໍ​ສາມາດ​ລະ​ບຸ​ສະຖານ​ທີ່​ເພື່ອ​ເອີ້ນ​ແທັກ​ຊີ່​ຂອງ Uber ໄດ້​ທັນ​ທີ ແລະ​ສຳລັບ​ຜູ້​ທີ່​ບໍ່​ມີ​ບັນ​ຊີ Uber ກໍ​ສາມາດ​ສະໝັກ​ໃນ​ແອັບ Messenger ໄດ້​ເລີຍ​ເຊັ່ນ​ກັນ ໂດຍ​ການ​ຕິດ​ຕໍ່​ກັບ​ເຈົ້າ​ຫນ້າທີ່​ຂອງ Uber ລະຫວ່າງ​ການ​ເອີ້ນ​ລົດ​ກໍ​ຈະ​ຕິດ​ຕໍ່​ກັນ​ຜ່ານ Messenger ລວມ​ທັງ​ສາມາດ​ຈ່າຍ​ເງີນ​ຜ່ານ Messenger ໄດ້​ສຳເລັດ​
ນອກ​ຈາກ​ນີ້​ຖ້າ​ຫາກ​ມີ​ການ​ພິມ​ຊື່​ທີ່​ຢູ່​ຫລື​ສະຖານ​ທີ່​ໃນ​ຫ້ອງ​ແຊັດ ຜູ້​ໃຊ້ Messenger ກໍ​ສາມາດ​ກົດ​ທີ່​ຂໍ້ຄວາມ​ນັ້ນ​ເພື່ອ​ເອີ້ນ​ແທັກ​ຊີ່​ໄດ້​ທັນ​ທີ​ເຊັ່ນ​ກັນ ຢ່າງໃດ​ກໍ​ຕາມ​ຟັງຊັ່ນ​ດັ່ງ​ກ່າວ​ໄດ້​ເປີດ​ໃຫ້​ໃຊ້​ງານ​ໄດ້​ສະເພາະ​ໃນ​ສະ​ຫະລັດເທົ່າ​ນັ້ນ ສ່ວນ​ປະເທດ​ອື່ນໆ ຄາດ​ວ່າ​ຈະ​ເປີດ​ໃຫ້​ໃຊ້​ງານ​ໄດ້​ໃນ​ອະນາຄົດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...