spot_img
Homeຂ່າວທ້ອງຖິ່ນເຈົ້າເມືອງໄຊເຊດຖາ ລົງຊຸກຍູ້ການຜະລິດເຂົ້າ ດ້ວຍເຕັກນິກທັນສະໄໝ ຢູ່ບ້ານໂຊກນ້ອຍ

ເຈົ້າເມືອງໄຊເຊດຖາ ລົງຊຸກຍູ້ການຜະລິດເຂົ້າ ດ້ວຍເຕັກນິກທັນສະໄໝ ຢູ່ບ້ານໂຊກນ້ອຍ

Published on

d67cccc66b0d5357c00742a34207e197

ວັນ​ທີ 15 ທັນວາ 2015 ທ່ານ ຖະໜອມ ທຳ​ທອງ ເຈົ້າເມືອງ​ໄຊເຊດ​ຖາ ໄດ້​ລົງ​ຊຸກຍູ້​ຂະ​ບວນ​ການຜະລິດ​ກະສິກຳ ​ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ຢູ່​ທີ່​ຫ້ອງການ​ກະສິກຳ​ເມືອງ​ດັ່ງກ່າວ ໂດຍມີ​ທ່ານ ພອນ​ສະຫວັນ ບົວ​ພາ ຫົວໜ້າ​ຫ້ອງການ​ກະສິກຳ​ເມືອງໄຊ​ເຊດ​ຖາ ຫົວໜ້າ​ໜ່ວຍ​ງານ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ​ຫົວໜ້າ​ຫ້ອງການ​ກະສິ​ກຳ​ເມືອງ ໄດ້​ລາຍ​ງານ​ກ່ຽວກັບ​ການຈັດຕັ້ງ​ປະຕິບັດ​ການ​ຜະລິດ ​ໃນ​ໄລຍະ​ຜ່ານ​ມາ ໂດຍ​ສະເພາະ ການ​ຜະລິດ​ກະສິກຳ ເຊິ່ງທ່ານ​ກ່າວ​ວ່າ: ການ​ຜະລິດ​ເຂົ້ານາປີ ​ເນື້ອທີ່​ແຜນການ​ແມ່ນ 2 ພັນ​ເຮັກຕາ ໃຊ້​ແນວ​ພັນ​ເຂົ້າປູກ 160 ໂຕນ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕາມ​ແຜນການ 100% ໃນ​ນັ້ນ ນາ​ປັກ​ດຳ 1.490 ເຮັກຕາ ນາຫວ່ານ 480 ເຮັກຕາ ນາ​ເຂົ້າຈ້າວ 30 ເຮັກຕາ ສະເລ່ຍສະມັດ​ຖະ​ພາບ​ເຂົ້າ 4,72 ໂຕນ​ຕໍ່ເຮັກຕາ ເທົ່າ​ກັບ 9.169 ໂຕນ ການ​ປູກ​ພືດ​ລະດູຝົນ​ເນື້ອທີ່​ແຜນການແມ່ນ 80 ເຮັກຕາ ປະຕິບັດໄດ້ 100% ເນື້ອທີ່​ການ​ປັກ​ດຳເຂົ້ານາແຊງ ແຜນການ 620 ເຮັກຕາ ໃສ່​ແນວ​ພັນ​ເຂົ້າປູກ​ທັງໝົດ 49,6 ໂຕນ ມາ​ຮອດ​ປັດ​ຈຸບັນ ປະຊາຊົນ​ສາມາດ​ຕົກກ້າ​ໄດ້ 30 ໂຕນ ເທົ່າ​ກັບ 60,08% ການ​ປູກ​ພືດ​ຜັກ​ລະດູແລ້ງ​ແຜນການ 220 ເຮັກຕາ ສາມາດ​ຈັດຕັ້ງ​ປະຕິບັດ​ໄດ້ 148,20 ເຮັກຕາ 67,30% ພືດ​ກິນ​ໃບ 118,10 ເຮັກຕາ ພືດ​ໃຫ້​ໝາກ 30,10 ເຮັກຕາ ຖ້າ​ທຽບໃສ່​ມະຕິ​ກອງປະຊຸມ​ໃຫຍ່ ​ຄັ້ງ​ທີ V ຂອງ​ອົງຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນ ​ຫຼຸດລົງ 10,65%.

ໂອກາດ​ດັ່ງກ່າວ ທ່ານ​ເຈົ້າເມືອງ​ໄຊ​ເຊດ​ຖາ ​ກໍ່​ໄດ້​ລົງ​ຊຸກຍູ້ການ​ຜະລິດ​ເຂົ້ານາ​ໄຮ່​ນ້ອຍ​ເປັນນາ​ໄຮ່​ໃຫຍ່ ຢູ່​ບ້ານໂຊກ​ນ້ອຍ ທີ່ເປັນ​ໂຄງການ​ທຳ​ອິດ​ຂອງ​ເມືອງໄຊ​ເຊດ​ຖາ ໂດຍ​ມີ 9 ຄອບຄົວເຂົ້າ​ຮ່ວມ ໃນ​ເນື້ອທີ່ 35 ເຮັກຕາ ທັງ​ນີ້​ເພື່ອ​ຊຸກຍູ້​ສົ່ງເສີມ​ໃຫ້​ຊາວນາ​ທຳ​ການ​ຜະລິດ ໂດຍ​ໃຊ້​ເຕັກນິກ​ທີ່​ທັນ​ສະໄໝ​ເຂົ້າ​ມາ​ຊ່ວຍ ນັບຕັ້ງແຕ່​ມື້​ເລີ່ມ​ຕົ້ນ​ການ​ໄຖ ຄາດ ປັກ​ດຳ ແລະ ເກັບ​ກ່ຽວ ເພື່ອ​ເປັນການ​ປະຢັດ​ແຮງ​ງານ ແລະ ເພີ່ມຜົນ​ຜະລິດ​ໃຫ້​ສູງ​ຂຶ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...