Homeຂ່າວຕ່າງປະເທດປູຕິນລະບຸ ຣັດເຊຍຈະບໍ່ມີທາງປັບປຸງຄວາມສຳພັນ ກັບລັດຖະບານຕວກກີ ຊຸດປັດຈຸບັນ!

ປູຕິນລະບຸ ຣັດເຊຍຈະບໍ່ມີທາງປັບປຸງຄວາມສຳພັນ ກັບລັດຖະບານຕວກກີ ຊຸດປັດຈຸບັນ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4My8xOTE2ODAyLzY2NTk3OS0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ທັນວານີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍ ໄດ້ກ່າວໃນລະຫວ່າງ ການຖະແຫລງຂ່າວປະຈຳປີ ກັບສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ນະຄອນຫລວງມົດສະກູວ່າ ເຫດການທີ່ຕວກກີ ຍິງເຮືອບິນສູ້ຮົບຂອງຣັດເຊຍຕົກ ບໍລິເວນຊາຍແດນປະເທດຊີຣີນັ້ນ ເປັນການກະທຳທີ່ຄິດເປັນສັດຕູ ພ້ອມທັງລະບຸວ່າ ພາຍໃຕ້ລັດຖະບານຕວກກີຊຸດປັດຈຸບັນ ຣັດເຊຍຈະບໍ່ມີທາງປັບປຸງຄວາມສຳພັນ ກັບປະເທດຕວກກີ ເນື່ອງຈາກພວກເຂົາໄດ້ຕັດສິນໃຈແລ້ວວ່າ ຈະປະຈົບປະແຈງສະຫະລັດອາເມຣິກາ ແລະ ການຍິງເຮືອບິນຣັດເຊຍຕົກ ບໍ່ໄດ້ເຮັດໃຫ້ຕວກກີມີຜົນປະໂຫຍດຫຍັງໝົດ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...