Homeຂ່າວຕ່າງປະເທດນະຄອນ LA ຂອງສະຫະລັດຯ ປິດໂຮງຮຽນ 1,500 ກ່ວາແຫ່ງ ຫລັງໄດ້ຮັບອີເມວຂູ່ວາງລະເບີດ!

ນະຄອນ LA ຂອງສະຫະລັດຯ ປິດໂຮງຮຽນ 1,500 ກ່ວາແຫ່ງ ຫລັງໄດ້ຮັບອີເມວຂູ່ວາງລະເບີດ!

Published on

EyWwB5WU57MYnKOuX7EToK3iV6cBf6se1XV6LooNt06TanYeAaDh4l

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວານີ້ວ່າ ໃນມື້ວານນີ້ (16 ທັນວາ) ຜູ່ອຳນວຍການໂຮງຮຽນແຫ່ງຕ່າງໆ ຫລາຍກ່ວາ 1,500 ແຫ່ງ ທົ່ວນະຄອນລອດແອັງເຈີລິສ ຫລື LA ລັດກາລິຟໍເນຍ ປະເທດສະຫະລັດອາເມຣິກາ ໄດ້ປິດການຮຽນ-ການສອນ ຢ່າງທີ່ບໍ່ເຄີຍປະກົດມີມາກ່ອນ ຫລັງຈາກທີ່ບັນດາໂຮງຮຽນຕ່າງໆ ໄດ້ຮັບອີເມວຂູ່ວາງລະເບີດ ຈາກກຸ່ມກໍ່ການຮ້າຍ ອັນໄດ້ເຮັດໃຫ້ເຈົ້າໜ້າທີ່ຕຳຫລວດ ລະດົມກຳລັງກວດຄົ້ນ ໃນບໍລິເວນໂຮງຮຽນແຫ່ງຕ່າງໆຢ່າງລະອຽດ.

ແນວໃດກໍຕາມ ໃນເວລາຕໍ່ມາ ທ່ານ ເອຣິກ ກາເຊດຕິ ຫົວໜ້າເທດສະບານ ນະຄອນລອດແອັງເຈີລິສ ກໍໄດ້ອອກມາກ່າວວ່າ ອີເມວຂູ່ດັ່ງກ່າວ ໄດ້ກວດສອບເບິງແລ້ວ ເຫັນວ່າເປັນຈົດໝາຍປອມ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...