spot_img
HomeມູມໄອທີລາວFacebook Your Year in Review 2015 ຍ້ອນເບິ່ງເລື່ອງເດັ່ນຂອງຕົວເອງຕະຫລອດປີ 2015

Facebook Your Year in Review 2015 ຍ້ອນເບິ່ງເລື່ອງເດັ່ນຂອງຕົວເອງຕະຫລອດປີ 2015

Published on

ເຟ​ສຕ໌ບຸກ​ປ່ອຍ​ຟັງຊັ່ນ Your Year in Review 2015 ໃຫ້​ຜູ້​ໃຊ້​ຍ້ອນ​ເບິ່ງ​ເລື່ອງ​ເດັ່ນ​ຂອງ​ຕົວ​ເອງ​ຕະຫລອດ​ປີ 2015

Facebook_Review_2015_1

ເມື່ອ​ວັນທີ່ 17 ທັນວາ ເຟ​ສຕ໌​ບຸກໄດ້​ປ່ອຍ​ຟັງຊັ່ນ  Your Year in Review 2015 ເຊັ່ນ​ດຽວ​ກັບ​ທຸກ​ໆປີ ໃຫ້​ຜູ້​ໃຊ້​ເຟ​ສຕ໌​ບຸກສາມາດເບີ່ງ​ເລື່ອງ​ລາວ​ເດັ່ນ​ໆ ໃນ​ຕະຫລອດ​ໄລຍະ​ປີ 2015 ທີ່​ຜ່ານມາ​ໄດ້ ຊຶ່ງ​ລະບົບ​ຈະ​ເລືອກ​ຮູບ​ພາບ​ທີ່​ເດັ່ນ​ໆ ມາ​ໃຫ້ 10 ຮູບ ພ້ອມ​ທັງ​ສາມາດ​ແຊລ໌​ໃຫ້​ໝູ່ເພື່ອນ ເບິ່ງ​ໄດ້​ທັນ​ທີ ໂດຍ​ໃນ​ປີ​ນີ້​ທາງ​ເຟ​ສຕ໌​ບຸກ​ໄດ້​ເພີ່ມ​ຟິນ​ເຕີລ໌​ສຳລັບ​ຄັດສັນຮູບ​ພາບ​ທີ່​ຜູ້​ໃຊ້​ອາດ​ບໍ່​ຕ້ອງ​ການ​ໃຫ້​ນຳ​ກັບ​ມາ​ສະແດງ​ໃຫ້​ເຫັນ​ອີກ ເຊັ່ນ ຮູບ​ແຟນ​ເກົ່າ ຫລື ​ຄົນ​ສະນິດ​ທີ່​ເສຍຊີວິດ​ໄປ​ແລ້ວ ເພື່ອ​ໃຫ້​ທັງ 10 ຮູບ​ທີ່​ລະບົບ​ຄັດ​ເລືອກ​ມາ​ໃຫ້​ນັ້ນ​ຖືກ​ໃຈ​ຜູ້​ໃຊ້​ທີ່ສຸດ

Facebook_Review_2015_2

ນອກ​ຈາກ​ຮູບ​ທີ່​ລະບົບ​ຄັດ​ເລືອກ​ມາ​ໃຫ້​ແລ້ວ ຜູ້​ໃຊ້​ກໍ​ຍັງ​ສາມາດ Edit ເລືອກ​ຮູບ​ທີ່​ຈະ​ນຳ​ມາ​ສະແດງ​ໃນ  Your Year in Review 2015 ໄດ້​ເອງ​ຕາມ​ໃຈມັກເຊັ່ນ​ກັນ ໃຜ​ສົນ​ໃຈ​ກໍ​ເຂົ້າໄປ​ຊົມ Year in Review ຂອງ​ຕົວ​ເອງ​ກັນ​ໄດ້​ເລີຍ​ບ່ອນນີ້>>ຄລິກ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...